ເລຂາທິການໃຫຍ່ ປະທານປະເທດແຫ່ງ ສສ ຫວຽດນາມ ສະຫາຍ ຫງຽນຟູຈ໋ອງ (Nguyen Phu Trong) ພ້ອມດ້ວຍ ຄະນະຜູ້ແທນຂັ້ນສູງພັກ-ລັດ ສສ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ

ເລຂາທິການໃຫຍ່ ປະທານປະເທດແຫ່ງ ສສ ຫວຽດນາມ ສະຫາຍ ຫງຽນຟູຈ໋ອງ

(Nguyen Phu Trong) ພ້ອມດ້ວຍ ຄະນະຜູ້ແທນຂັ້ນສູງພັກ-ລັດ ສສ ຫວຽດນາມ

ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ

  

    ໃນ​ການ​ຢ້ຽມຢາມ, ສະຫາຍ ​ຫງວຽນ​ຝູຈ້ອງ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ຫວຽດນາມ ​ໄດ້​ພົບ​ປະ​ເຈລະຈາ​ກັບ​ສະຫາຍ ບຸນ​ຍັງ ​ວໍລະ​ຈິດ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ; ພົບ​ປະ​ຫາລື​ກັບ​ສະຫາຍ ທອງ​ລຸນ ສີ​ສຸ​ລິດ ກຳມະການ​ກົມ​ການ​ເມືອງ, ນາຍົກລັດຖະມົນຕີລາວ; ສະຫາຍ​ນາງ ປານີ ຍາ​ທໍ້​ຕູ້ ກຳມະການ​ກົມ​ການ​ເມືອງ, ປະທານ​ສະພາ​ແຫ່ງ​ຊາດ​ລາວ; ຕ້ອນຮັບ​ພົບ​ປະ​ກັບ​ສະຫາຍ ​ໄຊ​ສົມ​ພອນ ພົມວິຫານ ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ; ສະຫາຍ ວິ​ໄລ​ວົງ ບຸດ​ດາ​ຄຳ ກຳມະການ​ສູນ​ກາງ​ພັກ, ປະທານ​​ກຳມາ​ທິການ​ແຜນການ, ການ​ເງິນ ​ແລະ ການກວດ​ສອບ​ບັນຊີ​ຂອງ​ສະພາ​ແຫ່ງ​ຊາດ, ປະທານ​ສູນ​ກາງ​ສະມາ​ຄົມ​ມິດຕະພາບ​ລາວ-ຫວຽດນາມ ​ແລະ ຢ້ຽມຢາມ​ອະດີດ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ​ແລະ​ລັດ​ລາວ; ຢ້ຽມຊົມ​ແລະ​ກວດກາ​ຄວາມ​ຄືບ​ໜ້າ​​ໃນ​ການ​ກໍ່ສ້າງອາຄານ​ສະພາ​ແຫ່ງ​ຊາດ​ລາວ – ກິດຈະການ​ກໍ່ສ້າງ​ທີ່​ເປັນ​ຂອງຂວັນ​ຂອງ​ພັກ, ລັດ​ແລະ​ປະຊາຊົນ​ຫວຽດນາມ; ຢ້ຽມຢາມ​ແລະ​ໂອ້​ລົມ​ກັບ​ພະນັກງານ ພາລະ​ກອນ​ສະຖານທູດ, ຜູ້ຕາງໜ້າ​ວິ​ສາ​ຫະກິດ​ແລະ​ຊຸມ​ຊົນ​ຊາວ​ຫວຽດນາມ​ທີ່​ກຳລັງ​ດຳລົງ​ຊີວິດ, ຮ່ຳຮຽນ ​ແລະ​ເຮັດວຽກ​ຢູ່​ລາວ; ຢ້ຽມ​ຊົມ​ສະຖານ​ທີ່​ວັດທະນະທຳ​ບາງ​ແຫ່ງ​ຢູ່​ນະຄອນຫຼວງ​ວຽງ​ຈັນ.

​    ໃນ​ບັນຍາກາດ​ແຫ່ງ​ຄວາມ​ຮັກ​ແພງ​ມິດຕະພາບ, ຄວາມສາມັກຄີ​ພິ​ເສດ ​ແລະ​ໄວ້​ວາ​ງ​ໃຈ​ຊຶ່ງ​ກັນ​ແລະ​ກັນ ສອງ​ຝ່າຍ​ໄດ້​​ແຈ້ງ​ໃຫ້​ກັນຊາ​ດ ກ່ຽວ​ກັບ​ສະຖານະພາບທີ່​ໂດດ​ເດັ່ນ​ຂອງ​ແຕ່ລະ​ພັກ, ​ແຕ່ລະປະ​ເທດ ​ໃນ​ການ​ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ ​ແລະ ທິດ​ທາງ​, ໜ້າ​ທີ່​ຈຸດ​ໜັກ​ໃຈກາງ​ໃນ​ເວລາ​ຕໍ່ໜ້າ; ​ແລກປ່ຽນ​ບັນດາ​ແຜນ​ນະ​ໂຍບາຍ, ມາດ​ຕະການ ​ເພື່ອ​ແນ​ໃສ່​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ພິ​ເສດ ​ແລະ​ການ​ຮ່ວມ​ມື​ຮອບດ້ານ​ ຫວຽດນາມ-ລາວ ​ໃຫ້​ພັດທະນາ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ, ມີ​ປະສິດທິ​ຜົນ​ຕົວຈິງ ​ໃນ​ທຸກໆ​ຂົງ​ເຂດ, ປະກອບສ່ວນ​ປະຕິບັດ​ແນວທາງ​ການ​ປ່ຽນ​ແປງ​ໃໝ່​ຂອງ​ແຕ່​ລະ​ພັກ​ປະສົບ​ຄວາມ​ສຳ​ເລັດ​ມີ​ໄຊ; ພ້ອມ​ກັນ​ນັ້ນ, ກໍ່​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ​ແລະ​ສາກົນ​ທີ່ສອງ​ຝ່າ​ຍມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ.

    ສອງ​ຝ່າ​ຍ​ເນັ້ນ​ວ່າ ສາຍ​ພົວພັນ​ມິດຕະພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ພິ​ເສດ ​ແລະ​ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ-ລາວ, ລາວ-ຫວຽດນາມ, ​ໂດຍ​ປະທານ​ໂຮ່ຈີ​ມິນຜູ້ຍິ່ງ​ໃຫຍ່ ​ແລະ ປະທານ​ໄກສອນ ພົມວິຫານ, ປະທານ​ສຸພາ​ນຸວົງ​ທີ່​ຮັກ​ແພງ ກໍ່​ຕັ້ງ​ຂຶ້ນ ​ແລະ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເພີ່ມ​ພູນ​ຄູນ​ສ້າງ​ຈາກ​ບັນດາ​ຮຸ່ນ​ການ​ນຳ​ຂອງ​ສອງພັກ, ສອງ​ລັດ​ແລະ​ປະ​ຊາຊົນ​ສອງ​ປະ​ເທດ​ນັ້ນ ​ໄດ້​ກາຍ​ເປັນສົມ​ບັດ​ລວມທີ່​ລ້ຳ​ຄ່າ​ຂອງ​ສອງ​ພັກ, ສອງ​ຊາດ.

    ສອງ​ຝ່າ​ຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ສືບ​ຕໍ່​ປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ ບັນດາ​ຂໍ້​ຕົກລົງ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ພັກ ສອງ​ລັດ, ບັ​ນດາ​ຖະ​ແຫຼ​ງການ​ຮ່ວມ​ຫວຽດນາມ-ລາວ ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ມິດຕະພາບ​ເປັນ​ທາງ​ການ ຂອງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ພັກ, ສອງ​ລັດ​ ທີ່​ຜ່ານ​ມາ​ມໍ່​ນີ້ ບົນ​ພື້ນຖານ​ເສີມ​ຂະຫຍາຍ​ຈິດ​ໃຈ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ການ​ຮ່ວມ​ມື​ແບບ​ສະ​ເໝີ​ພາບ​ແລະ​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ, ສົມທົບ​ຢ່າງ​ເໝາະ​ສົມ​ລະຫວ່າງ​ລັກສະນະ​ພິ​ເສດ​ຂອງ​ການ​ພົວພັນ​ຫວຽດນາມ-ລາວ ກັບກົດ​ທົ່ວ​ໄປ​ຂອງ​ສາກົນ, ​ໃຫ້​ຄວາມ​ສຳຄັນ ​ໃຫ້ບຸລິ​ມະ​ສິດຊຶ່ງ​ກັນ​ແລະ​ກັນ, ຊ່ວຍໜູນ​ແລະ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ກັນ​ໃນ​ການ​ພັດທະນາ​ ​ເພື່ອຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ແຕ່ລະ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ​ການ​ພັດທະນາ​ຢູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ແລະ​ໃນ​ໂລກ.

    ສອງ​ຝ່າ​ຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ເພີ່ມ​ທະວີ​ ແລະ ບໍ່​ຢຸດ​ຢັ້ງ​ໃນ​ການ​ນຳ​ເອົາ​ການ​ພົວພັນ​ທາງ​ດ້ານ​ການ​ເມືອງ​ເຂົ້າ​ສູ່​ລວງ​ເລິກ, ກຳນົດ​ທິດ​ໃຫ້​ແກ່ການ​ພົວພັນ​ຮ່ວມ​ມື​ໂດຍ​ລວມລະຫວ່າງ​ສອງ​ປະ​ເທດ; ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ຄະນະ​ຂອງ​ພັກ, ບັນດາ​ກະຊວງ​ຂະ​ແໜງ​ການ​ຂອງ​ລັດຖະບານ, ບັນດາ​ກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ, ​ແນວ​ໂຮມ, ອົງຄະ​ນະມະ​ຫາ​ຊົນ, ອົງການ​ຈັດ​ຕັ້ງ​ປະຊາຊົນ ​ແລະ ບັນດາ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ; ລົງ​ເລິກ​ເຂົ້າ​ໃນ​ການ​ແລກປ່ຽນ​ທິດ​ສະ​ດີ-ພຶດຕິ​ກຳ, ​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ, ​ເອົາ​ໃຈ​ໃສ່​ເປັນສຳຄັນ​ເຖິງ​ການ​ຝຶກ​ອົບຮົມ, ບຳລຸງ​ສ້າງ​ພະນັກງານ​ນຳພາ, ຄຸ້ມ​ຄອງ​ຂັ້ນ​ຕ່າງໆ; ກໍ່ສ້າງ​ລະບົບ​ການ​ເມືອງ​ໃຫ້​ກະທັດ​ລັດ​ເບົາບາງ, ມີ​ປະສິດທິພາບ, ປະສິດທິ​ຜົນ; ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ວຽກ​ງານ​ການ​ຕ່າງປະ​ເທດ, ​ເຊື່ອມ​ໂຍງ​ສາກົນ; ຍູ້​ແຮງ​ການ​ໂຄສະນາ, ສຶກສາ​ອົບຮົມ​ກ່ຽວ​ກັບ​ມູນ​ເຊື້ອການ​ພົວພັນ​ພິ​ເສດຫວຽ​ດນາມ-ລາວ ​ໃນ​ປະຊາຊົນ​ທຸກ​ຊັ້ນ​ຄົນ, ​​ໂດຍ​ສະ​ເພາະ​ຊາວ​ໜຸ່ມ​ຂອງ​ສອງ​ປະ​ເທດ; ຕັ້ງໜ້າ​ຜັນ​ຂະຫຍາຍ​ໂຄງການນຳ​ເອົາ​ບັນດາ​ເນື້ອ​ໃນ​ຂອງ ​ຊຸດ​ປະຫວັດສາດ​ການ​ພົວພັນ​ພິ​ເສດ​ຫວຽດນາມ-ລາວ, ລາວ-ຫວຽດນາມ ​ເຂົ້າ​ສິດສອນ​ໃນ​ບັນດາ​ພື້ນຖານ​ການ​ສຶກສາ​ຂອງ​ສອງ​ປະ​ເທດ; ສືບ​ຕໍ່​ການ​ສົມທົບ​ກິດຈະການກໍ່ສ້າງ ​ແລະ ຕົກ​ແຕ່ງ​ສະຖານ​ທີ່​ປະຫວັດສາດ ກ່ຽວ​ກັບ​ການ​ພົວພັນ​ພິ​ເສດ​ຫວຽດນາມ-ລາວ​ຢູ່​ໃນ​ແຕ່ລະ​ປະ​ເທດ; ສົມທົບ​ຈັດ​ຕັ້ງ​​ເປັນ​ຢ່າງ​ດີ ການສະ​ເຫຼີ​ມສະຫຼອງ​ບັນດາ​ເຫດການປະຫວັດສາດທີ່​ສຳຄັນ​ຂອງ​ສອງ​ພັກ, ສອງ​ປະ​ເທດ.

    ສອງ​ຝ່າ​ຍ​ເນັ້ນ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ ​ແລະ ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ເພີ່ມ​ທະວີ​ເສົາ​ຄ້ຳ​ຂອງ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ສະຫງົບ ​ເພື່ອ​ແນ​ໃສ່​ຮັກສາຄວາມ​ໝັ້ນຄົງ​ທາງ​ດ້ານ​ການ​ເມືອງ, ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ແລະ​ຄວາມ​ປອດ​ໄພ​ທາງ​ສັງຄົມຢູ່​ໃນ​ແຕ່ລະ​ປະ​ເທດ; ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ​ບັນດາອະນຸ​ສັນຍາ ​ແລະ ​ແຜນການ​ການ​ຮ່ວມ​ມືກ່ຽວ​ກັບ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ສະຫງົບ; ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ ສັນຍາ​ກ່ຽວ​ກັບລະບຽບ​ການ​ຄຸ້ມ​ຄອງ​ຊາຍ​ແດນ​ແລະ​ດ່ານ​ຊາຍ​ແດນ; ອະນຸ​ສັນຍາ​ກ່ຽວ​ກັບ​ເສັ້ນ​ຊາຍ​ແດນ​ແລະ​ຫຼັກ​ໝາຍ​ຊາຍ​ແດນ; ສູ້​ຊົນ​ແກ້​ໄຂ​ໃຫ້​ແລ້ວ​ໂດຍ​ໄວບັນຫາ ການ​ເຄື່ອນ​ຍ້າຍເສລີ​ແລະການ​ແຕ່ງງານ​ບໍ່​ມີ​ທະບຽນ​ສົ​ມລົດ ຢູ່​ໃນ​ເຂດ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ; ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ຫວຽດນາມ-ລາວ​ ໃຫ້​ເປັນ​​ເສັ້ນຊາຍ​ແດນ​ສັນຕິພາບ, ມິດຕະພາບ, ໝັ້ນຄົງ, ຮ່ວມ​ມື​ແລະ​ພັດທະນາ​ຢ່າງ​ຍືນ​ຍົງ; ກີດ​ກັ້ນ ​ແລະ​ ປ້ອງ​ກັນ, ຕ້ານ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ, ການ​ຄ້າຂາຍ​ເຖື່ອນ, ການ​ຄ້າຂາຍ​ແລະ​ຂົນ​ສົ່ງ​ຢາ​ເສບ​ຕິດ; ສືບ​ຕໍ່​ຄວາມ​ພະຍາຍາມ​ຊອກ​ຫາ, ​ເກັບ​ໂຮມ ​ແລະ​ຍົກຍ້າຍ ອັດຖິຂອງ​ທະຫານ​ອາສາ​ສະມັກ​ແລະ​ຜູ້​ຊ່ຽວຊານ​ຫວຽດນາມ​ທີ່​ເສຍ​ຊີວິດ​ຢູ່​ລາວ ກັບ​ເມືອ​ປະ​ເທດ.

    ສອງ​ຝ່າ​ຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ແບ່ງປັນຂໍ້​ມູນ​ຂ່າວສານ​ຢ່າງ​ທັນ​ການ ​ແລະ ປະ​ສານສົມທົບ​ຢ່າງ​ແໜ້ນ​ແຟ້ນ, ມີ​ປະສິດທິ​ຜົນ, ສະໜັບສະໜູນ​ຊຶ່ງ​ກັນ​ແລະ​ກັນ​ໃນ​ບັນດາ​ບັນຫາ​ສາກົນ​ແລະ​ພາກ​ພື້ນ, ​ໂດຍ​ສະ​ເພາະ​ໃນ​ຂອບ​ການ​ຮ່ວມ​ມື ອາ​ຊຽນ, ສະຫະ​ປະຊາ​ຊາດ ​ແລະ ບັນດາ​ກົນ​ໄກ​ການ​ຮ່ວມ​ມື​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ, ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື​ແລະ​ການ​ພັດທະນາ​ຢູ່​ໃນ​ພາກ​ພື້ນ​ແລະ​ໃນ​ໂລກ; ​ເພີ່ມ​ທະວີ​ການ​ສົ​ມທົບກັບ​ກຳປູ​ເຈຍ ​ເພື່ອ​ຊຸກຍູ້​ຜັນ​ຂະຫຍາ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ ຂໍ້​ຕົກລົງ​ລະຫວ່າງ​ສາມ​ນາຍົກລັດຖະມົນຕີ ກ່ຽວ​ກັບ​ເຂດ​ສາມຫຼ່ຽມ​ພັດທະນາ ກຳປູ​ເຈຍ-ລາວ-ຫວຽດນາມ.

    ສະຫາຍ ​ຫງວຽນ​ຝູຈ້ອງ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ຫວຽດນາມ ​ແລະ ສະຫາຍ ບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ​ໄດ້​ເປັນ​ສັກຂີ​ພະຍານ​ໃນ​ພິທີ​ເຊັນ​ເອກະສານ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ 9 ສະບັບ, ​ໃນ​ນັ້ນ​ມີ ສັນຍາ​ກ່ຽວ​ກັບ​ການ​ຮ່ວມ​ມື​ພັດທະນາ​ບັນດາ​ກິດຈະກຳ​ພະລັງງານ​ໄຟຟ້າ ​ແລະ ບໍ່​ແຮ່; ຂໍ້​ຕົກລົງ​ການ​ຮ່ວມ​ມື​ລະຫວ່າງສອງ​ກະຊວງ​ການ​ເງິນ​ໄລຍະ​ປີ 2019 – 2020; ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ກໍ່ສ້າງ​ແລະ​ຂຸດຄົ້ນ​ສາຍ​ທາງ​ລົດ​ໄຟ ຫວຸງອ້າງ-ວຽງ​ຈັນ ​ແລະ ຂໍ້​ຕົກລົງ​ການ​ຮ່ວມ​ມື​ແລະ​ບົດ​ບັນທຶກ​ການ​ຮ່ວມ​ມືຈຳນວນ​ໜຶ່ງ ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການຂອງ​ສອງ​ປະ​ເທດ./.

ຜບ (ສັງ​ລວມຈາກ​ຂ່າວສານ​ຫວຽດນາມ)
ຂ່າວຈາກ: ເວັບໄຊ tapchicongsan.org.vn