ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົມທົບກັບ ຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມເມືອງໄຊບົວທອງ ແຂວງຄໍາມ່ວນ ເປີດຊຸດຝຶກອົບຮົມວຽກງານໂຄສະນາ – ປາຖະກະຖາ

ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົມທົບກັບ

ຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມເມືອງໄຊບົວທອງ ແຂວງຄໍາມ່ວນ

ເປີດຊຸດຝຶກອົບຮົມວຽກງານໂຄສະນາ – ປາຖະກະຖາ

    ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົມທົບກັບຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມເມືອງໄຊບົວທອງ ແຂວງຄໍາມ່ວນ ເປີດຊຸດຝຶກອົບຮົມວຽກງານໂຄສະນາ – ປາຖະກະຖາ ໃຫ້ແກ່ສະມາຊິກພັກ, ພະນັກງານ – ລັດຖະກອນ ອ້ອມຂ້າງເມືອງໄຊບົວທອງ; ຢູ່ທີ່ຫ້ອງວ່າການປົກຄອງເມືອງໄຊບົວທອງ ໂດຍໃຫ້ກຽດເປັນປະທານຮ່ວມກ່າວເປີດຂອງ

    ທ່ານ ກອງສີ ເຂັມມາລາ ຮອງເລຂາພັກເມືອງໄຊບົວທອງ, ທ່ານ ນາງ ພວງມາລີ ອັກຄະມຸນຕີ ຮອງຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ, ພ້ອມດ້ວຍຄະນະຮັບຜິດຊອບຊຸດຝຶກອົບຮົມທີ່ມາຈາກກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ, ຄະ ນະໂຄສະນາແຂວງ ແລະ ເມືອງ, ຊຸດຝຶກອົບຮົມໃນຄັ້ງນີ້ ໄດ້ດໍາເນີນໄປເປັນເວລາ 03 ວັນ, ແຕ່ວັນທີ 15 – 17 ກໍລະກົດ 2020. ເຊິ່ງມີນັກສໍາມະນາກອນເຂົ້າຮ່ວມ ທັງໝົດ 37 ສະຫາຍ, ຍິງ 05 ​ສະຫາຍ ທີ່ມາຈາກຫຼາຍຂະແໜງການຂອງເມືອງໄຊບົວທອງ, ທ່ານ ພາດີ ສີສົມບັດ ຫົວໜ້າຄະນະໂຄສະນາອົບຮົມເມືອງໄຊບົວທອງ ໄດ້ເວົ້າວ່າ: ເອກະສານທີ່ນໍາມາຝຶກອົບຮົມປະກອບມີ 04 ບົດຄື: ບົດທີ 1: ບັນຫາພື້ນຖານຂອງວຽກງານໂຄສະ ນາ, ບົດທີ 2: ຝຶກຝົນຄວາມສາມາດໃນການຂີດຂຽນເອກະສານ, ບົດທີ 3: ສິລະປະໃນການປາກເວົ້າ, ບົດທີ 4: ບັນດານິຕິກໍາ ແລະ ບາງບົດຮຽນໃນການເຄື່ອນໄຫວວຽກງານໂຄສະນາ, ການຝຶກອົບຮົມວຽກງານດັ່ງກ່າວ ແມ່ນໄດ້ຈັດຂຶ້ນເປັນຊຸດທຳອິດຂອງເມືອງ. ຈຸດປະສົງຂອງການຝຶກອົບຮົມແມ່ນ ເພື່ອຍົກລະດັບຄວາມຮູ້ ເພີ່ມຄວາມສາມາດ, ສ້າງຈິດສໍານຶກ ແລະ ວິທີການ, ການຂຶ້ນປາຖະກະຖາຕົວຈິງ, ສ້າງທັກສະໃນການປາກເວົ້າ ແລະ ການຂຽນເອກະສານໃຫ້ແກ່ສະມາຊິກພັກ, ພະນັກງານຂັ້ນນໍາພາຍໃນເມືອງ ແນໃສ່ສ້າງບຸກຄະລາກອນຫຼັກແຫຼ່ງໃຫ້ກາຍເປັນນັກໂຄສະນາ – ປາຖະກະຖາ ທີ່ດີເດັ່ນພາຍໃນເມືອງຂອງຕົນໃນອານາຄົດ.

    ໃນມື້ປິດພິທີ ທ່ານ ນວນຕາ ແກ້ວນະວົງ ເລຂາພັກເມືອງ ເຈົ້າເມືອງໆໄຊບົວທອງ ​ໄດ້ໃຫ້ກຽດມີຄວາມເຫັນຕໍ່ຊຸດຝຶກອົບຮົມພ້ອມທັງໃຫ້ທິດຊີ້ນຳອີກວ່າ: ການເປີດຊຸດຝຶກອົບຮົມໃນຄັ້ງນີ້ ແມ່ນມີຄວາມສໍາຄັນຫຼາຍສໍາລັບສະມາຊິກພັກ, ພະນັກງານຫຼັກແຫຼ່ງພາຍໃນເມືອງ ທີ່ຈະໄດ້ແລກປ່ຽນບົດຮຽນຮ່ວມກັນ ພ້ອມທັງຮຽກຮ້ອງໃຫ້ນັກສໍາມະນາກອນເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ, ເກັບກໍາເອົາບົດຮຽນ ແລະ ປະສົບການ ນໍາໄປຈັດຕັ້ງປະຕິບັດໃນໜ້າທີ່ວຽກງານຂອງທຸກໆຂະແໜງການຂອງຕົນ ໃຫ້ໄດ້ຮັບຜົນດີ ແລະ ມີປະສິດຕິຜົນສູງຂຶ້ນ.

ຂ່າວ: ທ. ລັດສະໝີ ສົງຄຳຈັນ