ພິທີເປີດຊຸດອົບຮົມ ການເມືອງ- ແນວຄິດ ໃຫ້ຜູ້ຊົງຄຸນວຸດທິບັນດາເຜົ່າທົ່ວເມືອງຕຸ້ມລານ.

ພິທີເປີດຊຸດອົບຮົມ ການເມືອງ- ແນວຄິດ ໃຫ້ຜູ້ຊົງຄຸນວຸດທິບັນດາເຜົ່າທົ່ວເມືອງຕຸ້ມລານ.

    ໃນຕອນເຊົ້າຂອງວັນທີ 18 ກັນຍາ 2020 ທີ່ຜ່ານມານີ້, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ລົງສົມທົບກັບ ໂຄສະນາອົບຮົມແຂວງ ແລະ ໂຄສະນາອົບຮົມເມືອງ ເມືອງຕຸ້ມລານ ແຂວງສາລະວັນ ຈັດຊຸດອົບຮົມ ການເມືອງ- ແນວຄິດ ໃຫ້ຜູ້ຊົງຄຸນວຸດທິບັນດາເຜົ່າທົ່ວເມືອງຕຸ້ມລານ, ພິທີດັ່ງກ່າວໄດ້ຈັດຂື້ນທີ່ສະໂມສອນເມືອງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ສີເຮັ່ງ ຫອມສົມບັດ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ທອງໃສ ເພັດລາສີ ເລຂາພັກເມືອງ ເຈົ້າເມືອງໆຕຸ້ມລານ, ທ່ານ ຄຳເຄນ ຈັນທະວົງ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ ແລະ ຜູ້ຊົງຄຸນວຸດທິບັນດາເຜົ່າທົ່ວເມືອງຕຸ້ມລານເຂົ້າຮ່ວມ.

    ຈຸດປະສົງຂອງການຝືກອົບຮົມຄັ້ງນີ້ກໍ່ເພື່ອເຮັດໃຫ້ຜູ້ຊົງຄຸນວຸດທິບັນດາເຜົ່າທົ່ວເມືອງຕຸ້ມລານ ມີຄວາມເຂົ້າໃຈເລີກເຊີ່ງ ແລະ ກໍາແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດແຕ່ລະໄລຍະ, ສ້າງຄວາມເອກະພາບ ກັບແນວທາງນະໂຍບາຍຂອງພັກ-ລັດ ທີ່ໄດ້ກໍານົດອອກໃນມະຕິຕ່າງໆຂອງພັກ-ລັດ ແລະ ສາມາດນໍາພາປະຊາຊົນລາວບັນດາເຜົ່າ ເຄື່ອນໄຫວຖືກຕ້ອງກັບແນວທາງນະໂຍບາຍຂອງພັກ-ລັດ ແລະ ລະບຽບກົດໝາຍຂອງລັດວາງອອກ, ບັ້ນຝືກອົບຮົມດັ່ງກ່າວໄດ້ດໍາເນີນໄປເປັນເວລາ1​ວັນ.

    ເອກະສານທີ່ນຳມາຝືກອົບຮົມຄັ້ງນີ້ປະກອບມີ 3 ບົດຄື:  ບົດທີ1: ເສີມຂະຫຍາຍມູນເຊື້ອອັນດີງາມຂອງປະຊາຊົນລາວບັນດາເຜົ່າ ຢູ່ປະເທດເຮົາ ໃນໄລຍະໃໝ່, ບົດທີ 2: ບົດບາດ ແລະ ໜ້າທີ່ ຂອງເຈົ້າກົກ, ເຈົ້າເຫລົ່າ, ຫົວຫນ້າຊີງຊາວ ແລະ ບົດທີ3: ເພີ່ມທະວີຄວາມສາມັກຄີ ແລະ ຄວາມສະເໜີພາບຂອງປະຊາຊົນລາວບັນດາເຜົ່າ.

 

    ໃນພິທີດັ່ງກ່າວ ທ່ານ ສີເຮັ່ງ ຫອມສົມບັດ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ມີຄຳເຫັນວ່າ: ໃນໄລຍະຜ່ານມາ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ຜູ້ຊົງຄຸນວຸດທິບັນດາເຜົ່າ ໄດ້ມີບົດບາດອັນສຳຄັນທີ່ສຸດໃນການເຕົ້າໂຮມ ແລະ ນໍາພາປະຊາຊົນບັນດາເຜົ່າລຸກຂື້ນຕໍ່ສູ້ຄຽງບ່າຄຽງໄຫລ່ກັບປວງຊົນລາວທັງຊາດ, ເຮັດໃຫ້ປະເທດຊາດໄດ້ຮັບປົດປ່ອຍຢ່າງສົມບູນ ກ້າວຂື້ນສູ່ໄລຍະໃໝ່ ຊຶ່ງແມ່ນໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ, ສະນັ້ນ, ຜູ້ຊົງຄຸນວຸດທິບັນດາເຜົ່າຕ້ອງໄດ້ເພີ່ມທະວີພາລະບົດບາດຂອງຕົນໃຫ້ກວ້າງຂວາງ ແລະ ເລີກເຊີ່ງກວ່າແຕ່ກ່ອນ ສໍາຄັນກວ່ານັ້ນແມ່ນ ຢາກໃຫ້ກຳແໜ້ນເນື້ອໃນແນວທາງນະໂຍບາຍຂອງພັກໃນແຕ່ລະດ້ານໃຫ້ໄດ້ດີຂື້ນເທື່ອລະກ້າວ.

ຂ່າວ: ກຽງແກ້ວ ສີລາມິຕະກອນ