ອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ການສ້າງບ້ານພັດທະນາ ແລະ ອົບຮົມປະຊາຊົນລຽບຕາມຊາຍແດນ

ອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ

ການສ້າງບ້ານພັດທະນາ ແລະ ອົບຮົມປະຊາຊົນລຽບຕາມຊາຍແດນ

       ໃນລະຫວ່າງ ວັນທີ 29-30/7/2020 ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ຄະນະໂຄສະນາອົບຮົມແຂວງຫຼວງນ້ຳທາ ແລະ ຄະນະໂຄສະນາອົບຮົມເມືອງລອງ ໄດ້ສົມທົບກັນຈັດຕັ້ງຊຸດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງການສ້າງບ້ານພັດທະນາ ແລະ ອົບຮົມປະຊາຊົນລຽບຕາມຊາຍແດນ ຢູ່ສະໂມສອນກຸ່ມບ້ານຊຽງກົກ ໃຫ້ກຽດເປັນປະທານຮ່ວມຂອງທ່ານ ປອ ວັນລາຕີ ຄຳວານວົງສາ ຮອງຫົວໜ້າກົມອົບຮົມ ຄອສພ, ທ່ານ ບຸນສາງ ອິນມະນີ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງນ້ຳທາ ແລະ ຫົວໜ້າຄະນະໂຄສະນາອົບຮົມເມືອງລອງ, ທ່ານ ໄມ່ຄຳມຸນ ກອງສິີລິ ຄະນະພັກຮາກຖານກຸ່ມບ້ານຊຽງກົກ ເປົ້າໝາຍເຂົ້າຮ່ວມ ປະກອບມີ 6 ບ້ານ ຄື: ບ້ານຊຽງກົກໃໝ່,ບ້ານຊຽງກົກເກົ່າ, ບ້ານປຸງຊາຍ, ບ້ານຈ່າຍີ, ບ້ານຫ້ວຍກຸ່ມ ແລະ ບ້ານຈ່າແກ້ວ.

       ຊຸດອົບຮົມຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 37 ທ່ານ, ຍິງ 8 ທ່ານ, ໃນນັ້ນ ມີເລຂາຄະນະພັກຮາກຖານ 1 ສະຫາຍ, ເລຂາໜ່ວຍພັກ 4 ສະຫາຍ, ຊາວຫນຸ່ມບ້ານ 6 ທ່ານ, ສະຫະພັນແມ່ຍິງບ້ານ 8 ທ່ານ, ນາຍບ້ານ ແລະ ຮອງນາຍບ້ານ 11 ທ່ານ, ປກສ ຂອງ 6 ບ້ານ 7 ທ່ານ.

ຊຶ່ງນຳໃຊ້ 2 ເອກະສານ ເຂົ້າໃນການຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງການສ້າງບ້ານພັດທະນາ ແລະ ອົບ ຮົມປະຊາຊົນລຽບຕາມຊາຍແດນເຊິ່ງລວມມີ 6 ບົດ:

ບົດທີ 1: ຊາດລາວ ຄົນລາວ ແລະ ມູນເຊື້ອອັນສະຫງ່າລາສີຂອປະຊາຊົນລາວ.
ບົດທີ 2: ລະບົບການເມືອງ ແລະ ການປົກຄອງໃນລະບອບປະຊາທິປະໄຕ ປະຊາຊົນ.
ບົດທີ 3: ຍົກສູງຄວາມສາດນໍາພາຂອງຫນ່ວຍພັກບ້ານສ້າງຫົວຫນ່ວຍປອດໃສ, ເຂັ້ມແຂງ, ໜັກແໜ້ນ        
ບົດທີ
4: ການສ້າງບ້ານເປັນຫົວຫນ່ວຍພັດທະນາ.
ບົດທີ 5: ແກ້ໄຂຄວາມທຸກຍາກ ແລະ ການຜະລິດເປັນສິນຄ້າ.
ບົດທີ 6: ເອກະສານຄວາມຮູ້ພື້ນຖານກ່ຽວກັບຊາຍແດນ (ເອກະສານອົບຮົມປະຊາຊົນບັນດາເຜົ່າທີ່ຢູ່ລຽບຕາມຊາຍແດນ) ລວມມີ 17 ຄໍາຖາມ 17 ຄໍາຕອບ.
       ຊຸດ​ອົບ​ຮົມ​ຄັ້ງ​ນີ້​ເປັນ​ການ​ຍົກ​ລະ​ດັ​ບ​ຄວາມ​ຮັບ​ຮູ້, ເຂົ້າ​ໃຈຕໍ່​ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ, ລະ​ບຽບ​ກົດໝາຍຂອງລັດໃຫ້​ແກ່ສະ​ມາ​ຊິກ​ພັກ-ພະ​ນັກ​ງານ, ເລ​ຂາ​ພັກ​ກຸ່ມ​ບ້ານ, ເລ​ຂາ​ໜ່​ວຍພັກ​ບ້ານ, ຄູ-ອາ​ຈານ, ປກ​ຊ-ປກ​ສ, ກອງຫຼອນ​ບ້ານ ແລະ ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນຂອງ​ບ້ານ ​ໃຫ້​ກາຍ​ເປັນ​ຜູ້​ນຳ​ທີ່​ເຂັ້ມ​ແຂງ ແລະ ເປັນ​ນັກ​ພັດ​ທະ​ນາ​ກອນ​ທີ່​ຫ້າວ​ຫັນ, ດີເດັ່ນ​ສາ​ມາດ​ນຳ​ເອົາ​ບົດຮຽນ​ດັ່ງ​ກ່າວ​ໄປ​ສຶກ​ສາ​ອົບ​ຮົມ​ປະ​ຊາ​ຊົນ​​ຢູ່​ພາຍ​ໃນ​ບ້ານ​ຂອງ​ຕົນ ພ້ອມ​ທັງ​ເປັນ​ເຈົ້າ​ການ​ໃນ​ການ​ແກ້​ໄຂ​ຄວາມ​ທຸກ​ຍາກ ແລະພັດ​ທະ​ນາ​ບ້ານ​ຂອງ​ຕົນ​ໃຫ້​ກາຍ​ເປັນ​ບ້ານ​ພັດ​ທະ​ນາໃນອະນາຄົດ.

ພາຍຫຼັງສຳເລັດການຝຶກອົບຮົມແລ້ວ ໄດ້ມີພິທີມອບໃບຢັ້ງຢືນໃຫ້ນັກຝຶກອົບຮົມ ຊຶ່ງມອບໂດຍ ທ່ານ  ບຸນສາງ ອິນມະນີ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ.