Facebook ຮູ້ຫຍັງກ່ຽວກັບເຮົາແດ່? ແລະ ອາດຈະຮູ້ຫຼາຍກວ່າທີ່ເຮົາຄິດ.

Facebook ຮູ້ຫຍັງກ່ຽວກັບເຮົາແດ່? ແລະ ອາດຈະຮູ້ຫຼາຍກວ່າທີ່ເຮົາຄິດ.
Facebook ຮູ້ຫຍັງກ່ຽວກັບເຮົາແດ່?

ປະຈຸບັນຄົນເຮົານໍາໃຊ້ Facebook ຢູ່ເປັນກິດຈະວັດປະຈໍາວັນເພື່ອຕິດຕາມຂ່າວສານ, ສົນທະນາກັບໝູເພື່ອນ, ແປ່ງປັນຂໍ້ມູນ ແລະ ເພື່ອຄວາມບັນເທິງຕ່າງໆ. ປັດຈຸບັນ Facebook ມີຜູ້ໃຊ້ງານລາຍເດືອນໃນທົ່ວໂລກຫຼາຍກວ່າ 2.6 ພັນລ້ານຄົນ ແລະ ທີ່ແນ່ນອນກໍຄື Facebook ຮູ້ຂໍ້ມູນທັງໝົດຂອງ 2.6 ພັນລ້ານບັນຊີລາຍຊື່ເຊັ່ນກັນ ບໍ່ພຽງແຕ່ຮູ້ກ່ຽວກັບຂໍ້ມູນພື້ນຖານເຊັ່ນ: ຊື່, ອາຍຸ ແລະ ການສຶກສາ, ແຕ່ຍັງຮັບຮູ້ຂໍ້ມູນສ່ວນຕົວສໍາຄັນທີ່ສຸດຫຼາຍຢ່າງ ທີ່ Facebook ກໍ່ຮັບຮູ້ໄດ້ ຊຶ່ງສ່ວນໃຫຍ່ເກີດຂຶ້ນຈາກການບໍ່ປ່ຽນແປງການຕັ້ງຄ່າ.
1. Facebook ຮູ້ວ່າເຮົາແມ່ນໃຜ?
ໃນຂະນະທີ່ເຮົາສະໝັກນໍາໃຊ້ Facebook ກໍ່ຖືວ່າໄດ້ໃຫ້ຂໍ້ມູນສ່ວນຕົວໄປແລ້ວ ເຊັ່ນ: ຊື່, ອີເມວ, ເພດ, ວັນ, ເດືອນ, ປີເກີດ. ນອກຈາກນີ້ Facebook ຍັງຮູ້ວ່າໝູ່ເພື່ອນຂອງເຮົາມີໃຜແດ່ ແລະ ທີ່ສຳຄັນທີ່ສຸດຄື ມັນຈະກ່ຽວພັນໄປເຖິງສະມາຊິກໃນຄອບຄົວຂອງເຮົາອີກດ້ວຍ.

2. Facebook ຮູ້​ວ່າ​ເຮົາ​ສົນ​ໃຈ​ຫຍັງ?​

ເກີດ​ຂຶ້ນຈາກ​ການ​ເກັບກໍາການແຊ​ຣ໌​, ການ​ກົດ​ Like ແລະ ການກົດ​ປຸ່ມ​ Reaction ຕ່າງ​ໆ​ ແລະ ລວມ​ເຖິງ​ການ​ແຊ​ຣ໌​ວີ​ດີ​ໂອ ​ຫຼື​ ບົດ​ຄວາມ​ຈາກ​ເວັບ​ໄຊ​ ຫຼື ​ແຊ​ຣ໌ Page, ນໍາ​ໄປ​ສູ່​ການ​ຄິດຄົ້ນ​ເຮັດ​ platform ​ໂຄສະນາຂອງ​ Facebook ແລ້ວ​ລົງໂຄສະ​ນາ​ທີ່່​ເນັ້ນ​ສິນ​ຄ້າ​ທີ່​ເຮົາ​ສົນ​ໃຈ​ ເວົ້າ​ໄດ້​ວ່າ​ຂະນະທີ່ເຮົາ​ແຊ​ຣ໌​ໂພສ, ກົດ Like, ທາງ​ Facebook ກໍ່ຮັບ​ຮູ້​ໝົດທຸກຢ່າງ​ ຈົນເຖິງ​ຮູບ​ພາບ​ທີ່​ມີ​ການ​ແທັກບັນຊີຊື່ຂອງເຮົາ​ເທິງ​ Facebook.

3. ວິທີ​ປ້ອງ​ກັນບໍ່ໃຫ້​ Facebook ຮັບຮູ້​ຂໍ້​ມູນຂອງ​ເຮົາ.

ປະຕິບັດການຕັ້ງ​ຄ່າ​ຄວາມ​ເປັນ​ສ່ວນຕົວ​, ກວດສອບກ່ອນແຊ​ຣ໌​ໂພສ​ແບບ​ສາທາລະນະ​, ລາຍ​ລະອຽດ​ຂອງການຕັ້ງ​ຄ່າຄວາມ​ເປັນ​ສ່ວນຕົວ​ກ່ຽວກັບວິທີ​ເບິ່ງ​ວ່າ​ໃຜຕິດ​ຕາມ​ເຮົາ​ຢູ່​ໃນ Facebook ເຮັດ​ແນວໃດ​ໃຫ້​ຄົນ​ບໍ່​ຮູ້​ຈັກ ບໍ່​ໃຫ້​ເຫັນ​ໂພ​ສ​​ເຮົາ ເຂົ້າເບິ່ງໄດ້ໃນລິ້ງນີ້: https://www.ricksdailytips.com/see-list-of-facebook-followers/.

ນອກຈາກ​ນີ້, ​ອາດຈະ​ຕ້ອງ​ປິດ​ໄມ (Microphone) ເທິງ​ມື​ຖື​ ຫຼື ​ເວັບ​ແຄມ (Webcam) ​​ເພາະ Facebook ອາດຈະ​ມີ​ຄຸນສົມບັດ ​ທີ່​ສາມາດ​ດັກ​ຟັງ​, ລັກ​ດຶງ​ຂໍ້​ມູນ​ຮູບ​ພາບ​ໄດ້ເຊັ່ນກັນ.​

ດັ່ງ​ນັ້ນ​, ໃຜ​ທີ່ນໍາ​ໃຊ້​ Facebook ໃນຂະນະນີ້ ແລະ​ ບໍ່​ຢາກ​ໃຫ້​ຖືກ​ເກັບກໍາຂໍ້​ມູນ​ສ່ວນ​ຕົວ​ ​ກໍ​ຄວນ​ຕັ້ງ​ຄ່າ​ບັນ​ຊີ​ Facebook ເນັ້ນ​ຄວາມ​ເປັນ​ສ່ວນ​ຕົວ​ ຈໍາ​ກັດ​ການ​ເບິ່ງ​ເຫັນ​ຫຼາຍ​ຂຶ້ນ​ ລວມ​ເຖິງ​ປິດ​ການ​ອະນຸຍາດ​ເຂົ້າ​ເຖິງ​ໂດຍ​ບໍ່​ຈຳ​ເປັນ​.