ກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບ ຮົມສູນກາງພັກ ເປີດຊຸດຝຶກອົບຮົມວຽກງານກວດກາ ປະຈໍາປີ 2020.


ກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ ເປີດຊຸດຝຶກອົບຮົມວຽກງານກວດກາ ປະຈໍາປີ 2020.
ໃນຕອນເຊົ້າຂອງ ວັນທີ 8 ທັນວາ 2020, ກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ ເປີດຊຸດຝຶກອົບຮົມວຽກງານກວດກາ ປະຈໍາປີ 2020 ຂຶ້ນທີ່ ຫ້ອງປະຊຸມ ຊັ້ນ5, ໂດຍການເປັນປະທານຂອງ ທ່ານ ອານົງສັກ ອິນທະວົງ ຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ, ເຂົ້າຮ່ວມມີ: ຄູອາຈານທີ່ມາຈາກຄະນະກວດກາສູນກາງພັກ, ບັນດາຄະນະກວດກາໜ່ວຍພັກ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ແລະ ຕາງໜ້າບັນດາກົມເຂົ້າຮ່ວມທັງໝົດ 19 ທ່ານ, ຍິງ 12 ທ່ານ.

ໃນພິທີ ທ່ານ ນ. ໄພວັນ ວັນນະໄຊ ຮອງຫົວໜ້າກົມຈັດຕັ້ງພະນັກງານ ໄດ້ຂຶ້ນກ່າວຈຸດປະສົງໃນການເປີດຊຸດຝຶກອົບຮົມວຽກງານກວດກາ ປະຈໍາປີ 2020 ຄັ້ງນີ້ແມ່ນ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດດ້ານວິຊາສະເພາະກ່ຽວກັບວຽກງານຕິດຕາມ, ກວດກາ, ຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ, ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ ໃຫ້ສາມາດນໍາໄປຄົ້ນຄວ້າ, ກໍາແໜ້ນ ແລະ ນໍາໄປຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ແທດເໝາະກັບກົມກອງຂອງຕົນ; ເຊິ່ງເນື້ອໃນເອກະສານຝຶກອົບຮົມວຽກງານກວດກາປະກອບມີ: 5 ບົດ ດັ່ງນີ້:
1. ຄວາມຮູ້ພຶ້ນຖານກ່ຽວກັບວຽກງານກວດກາພັກ ແລະ ວຽກງານຕິດຕາມຂອງພັກ.
2. ຄວາມຮູ້ພຶ້ນຖານກ່ຽວກັບວຽກງານກວດກາລັດ ແລະ ວິທີການສ້າງແຜນດໍາເນີນກວດກາລັດ ວຽກງານຕິດຕາມຂອງພັກ.
3. ຄວາມຮູ້ພຶ້ນຖານກ່ຽວກັບວຽກງານຕິດຕາມ, ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ.
4. ການແກ້ໄຂຜົນຂອງການກວດກາ ແລະ ການຕິດຕາມ, ກວດກາການຈັດຕັ້ງປະຕິບັດຜົນຂອງການກວດກາ ແລະ ວິທີການສ້າງເອກະສານ, ສໍານວນ ແລະ ເອກະສານວຽກງານກວດກາ.
5. ວຽກງານຄົ້ນຄວ້າແກ້ໄຂຄໍາຮ້ອງຟ້ອງ, ຮ້ອງທຸກ ແລະ ຄໍາສະເໜີ.
ໃນໂອກາດທີ່ມີ ຄວາມໝາຍ ຄວາມສໍາຄັນດັ່ງກ່າວ ທ່ານ ອານົງສັກ ອິນທະວົງ ຄະນະພັກ ຫົວໜ້າກົມຈັດຕັ້ງພະນັກງານ ໄດ້ເປັນກຽດກ່າວເປີດຊຸດຝຶກອົບຮົມ ແລະ ໃຫ້ທິດຊີ້ນໍາຕໍ່ຊຸດຝຶກອົບຮົມ ເຊິ່ງທ່ານໄດ້ມີຄໍາເຫັນວ່າ ການຝຶກອົບຮົມຄັ້ງນີ້ຈະຊ່ວຍຍົກລະດັບຄວາມຮັບຮູ້-ເຂົ້າໃຈກ່ຽວກັບວຽກງານກວດກາໃຫ້ແກ່ບັນດານັກຝຶກອົບຮົມ ແລະ ເປັນການປຸກລະດົມຄວາມກະຕືລືລົ້ນ, ຄວາມຫ້າວຫັນໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ສ້າງມະນາຈິດ, ຄວາມອົດທົນຜ່ານຜ່າຄວາມຫຍຸ້ງຍາກ, ພ້ອມທັງເປັນການສ້າງບາດກ້າວບຸກທະລຸໃນວຽກງານຕິດຕາມກວດກາ, ການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ ຢູ່ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ໃຫ້ນັບມືນັບດີຂຶ້ນເປັນກ້າວໆ. ພ້ອມນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ນັກສໍາມະກອນທຸກສະຫາຍທີ່ເຂົ້າຮ່ວມຝຶກອົບຮົມຄັ້ງນີ້ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ ໃນການຄົ້ນຄວ້າຮໍ່າຮຽນ, ຍາດແຍ່ງເອົາບົດ ຮຽນໃຫ້ໄດ້ຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້ ເພື່ອກຽມພ້ອມປະຕິບັດໜ້າທີ່ພັກ-ລັດ ມອບໝາຍໃຫ້ສໍາເລັດຜົນ ແລະ ມີປະສິດທິພາບສູງ.