3 ອົງການຈັດຕັ້ງມະຫາຊົນ ຄະນະໂຄສະນາອົບຮົມສູນກາງພັກ ວາງກະຕ່າດອກໄມ້ເນື່ອງໃນໂອກາດ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ.


3 ອົງການຈັດຕັ້ງມະຫາຊົນ ຄະນະໂຄສະນາອົບຮົມສູນກາງພັກ ວາງກະຕ່າດອກໄມ້ເນື່ອງໃນໂອກາດ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ.
ໃນຕອນເຊົ້າຂອງ ວັນທີ 16 ທັນວາ 2020, 3 ອົງການຈັດຕັ້ງມະຫາຊົນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ວາງກະຕ່າດອກໄມ້ເນື່ອງໃນໂອກາດວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ຢູ່ທີ່ ຫໍພິພິຕະພັນ ໄກສອນ ພົມວິຫານ ເຊິ່ງນໍາໂດຍ ທ່ານ ວັນຕຸລາ ຣັກນຸດ ປະທານສະຫະພັນກໍາມະບານ ຄອສພ, ເຂົ້າຮ່ວມມີ: ຄະນະບໍລິຫານງານຂອງ ສະຫະພັນກໍາມະບານ, ແມ່ຍິງ ແລະ ຊາວໜຸ່ມ, ຕາງໜ້າສະມາຊິກແຕ່ລະໜ່ວຍຂອງ 3 ອົງການ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງໃນການຈັດພິທີວາງກະຕ່າດອກໄມ້ໜ້າຮູບປັ້ນ ປະທານ ໄກສອນ ພົມວິຫານຄັ້ງນີ້ ກໍເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ແລະ ຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ ທີ່ມີນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ, ຍອມເສຍສະຫຼະຊີວິດເລືອດເນືອ ເພື່ອພາລະກິດປະຕິວັດຢ່າງພິລະອາດຫານ ພາຍໃຕ້ການນໍາພາຂອງ ພັກປະຊາຊົນ ປະຕິວັດລາວຈົນສາມາດຍາດໄດ້ໄຊຊະນະ ແລະ ສະຖາປານາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງຄຸນງາມຄວາມດີຂອງທ່ານ ໄດ້ຖືກຈາລຶກໄວ້ໃນຄວາມຊົງຈໍາ ຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ.

ໃນໂອກາດດັ່ງກ່າວ ໄດ້ຮັບຟັງການບັນຍາຍຂອງ ຄະນະຮັບຜິດຊອບຫໍພິພິຕະພັນ ໄກສອນ ພົມວິຫານ ກ່ຽວກັບຊີວິດ ແລະ ພາລະກິດການປະຕິວັດຂອງ ປະທານ ໄກສອນ ພົມວິຫານ ຈົນຮອດມືທ້າຍຊີວິດຂອງທ່ານ ທີ່ໄດ້ຝຶກຝົນຫຼໍ່ຫຼອມຕົນເອງໃນຂະບວນການຕໍ່ສູ້ກູ້ຊາດ ແລະ ສ້າງສາພັດທະນາປະເທດຊາດ, ທຸ້ມເທ່ເຫື່ອແຮງ, ສະຕິປັນຍາ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງ ເພື່ອໄຊຊະນະຂອງພາລະກິດປະຕິວັດຢ່າງບໍ່ຮູ້ອິດເມື່ອຍ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງຕະຫຼອດມາ; ຫຼັງຈາກນັ້ນຍັງໄດ້ຢ້ຽມຊົມຮູບພາບວາງສະແດງຜົນງານຄົບຮອບ 45 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ເຊິ່ງມີທັງໝົດ 6 ພາກຄື:
1. ການເຕີບໃຫຍ່ຂະຫຍາຍຕົວພາຍໃຕ້ການຊີ້ນໍາຂອງພັກປະຊາຊົນ ປະຕິວັດລາວ ໃນພາລະກິດປົກປັກຮັກສາພັດທະນາປະເທດຊາດ.
2. ຂົງເຂດການປົກຄອງຂອງ ສປປ ລາວ.
3. ຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.
4. ຂົງເຂດວຽກງານຂົງເຂດເສດຖະກິດ.
5. ຂົງເຂດວຽກງານວັດທະນະທໍາ-ສັງຄົມ.
6. ຂົງເຂດວຽກງານພົວພັນການຕ່າງປະເທດ ແລະ ການເຊື່ອມໂຍງສາກົນ.