ຍົກສູງການເມືອງ-ແນວຄິດ ໃຫ້ພະນັກງານກຸ່ມບ້ານນໍ້າຮາງ ເມືອງສໍາພັນ ແຂວງຜົ້ງສາລີ

ຍົກສູງການເມືອງ-ແນວຄິດ ໃຫ້ພະນັກງານກຸ່ມບ້ານນໍ້າຮາງ ເມືອງສໍາພັນ ແຂວງຜົ້ງສາລີ

    ຊຸດອົບຮົມຄັ້ງນີ້ໄດ້ຈັດຂຶ້ນທີ່ສະໂມສອນກອງຮ້ອຍທະຫານຊາຍແດນ 115 ກຸ່ມບ້ານນໍ້າຮາງ ເມືອງ​ສໍາພັນ ແຂວງຜົ້ງສາລີ ເປັນເວລາ 3 ວັນ ເລີ່ມແຕ່ວັນທີ 09-11/03/2021 ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ເພັງ ສຸລິເປົາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ ເປັນຜູ້ກ່າວເປີດຊຸດອົບຮົມ, ສະຫາຍ ຄໍາກອງ ທໍາມະເທວາ ຮອງຫົວໜ້າກົມອົບຮົມ ແລະ ສະຫາຍ ວັນໄຊ ອິນທະຈອນ ຫົວໜ້າກຸ່ມບ້ານນໍ້າຮາງ.

ຊຸດອົບຮົມຄັ້ງນີ້ມີຜູ້ເຂົ້າຮ່ວມອົບຮົມທັງໝົດ 43 ທ່ານ, ຍິງ 4 ທ່ານ ຊຶ່ງມາຈາກ 5 ບ້ານ ທີ່​ຂຶ້ນ​ກັບກຸ່ມບ້ານນໍ້າຮາງ, ມີສະມາຊິກພັກທັງໝົດ 21 ສະຫາຍ, ຍິງ 0 ສະຫາຍ. ​ໃນ​ນັ້ນ, ມີເລຂາໜ່ວຍພັກບ້ານ 4 ສະຫາຍ, ຮອງເລຂາໜ່ວຍພັກບ້ານ 4 ສະຫາຍ, ປກສ ກຸ່ມບ້ານ, ກອງຮ້ອຍທະຫານຊາຍ 115, ກອງກໍ່ສ້າງຮາກຖານການເມືອງ 212,ແນວໂຮມບ້ານ, ຊາວໜຸ່ມບ້ານ, ສະຫະພັນແມ່ຍິງບ້ານ, ກອງຫຼອນບ້ານ, ນັກຮົບເກົ່າ, ແພດ ແລະ ອາຈານ​ສອນ​.ເນື້ອ​ໃນ​​ເອກະສານອົບຮົມຄັ້ງນີ້ໄດ້ນໍາໃຊ້ 2ເອກະສານຄື: ເອກະສານຄວາມ​ຮູ້​ພື້ນຖານດ້ານການ​ເມືອງ-ການ​ປົກຄອງ, ການ​ສ້າງ​ບ້ານ​ພັດທະນາ ແລະ ເອກະສານອົບຮົມປະຊາຊົນທີ່ຢູ່ລຽບຕາມຊາຍແດນ.

ຜ່ານການອົບຮົມການ​ເມືອງ-​ແນວຄິດ​ໃຫ້​ແກ່ຄະນະພັກກຸ່ມບ້ານ, ເລຂາ, ຮອງເລຂາໜ່ວຍພັກ, ອົງການປົກຄອງບ້ານ, ຫົວໜ້າໜ່ວຍງານ, ອົງການຈັດຕັ້ງມະຫາຊົນຂອງບ້ານ, ປກສ, ປກຊໄດ້ຍົກ​ສູງ​ຄວາມຮັບຮູ້-ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ,ພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບຂອງ​ຕົນ, ​ເພີ່ມສະຕິຕື່ນຕົວ,ເປັນເຈົ້າການປະກອບສ່ວນເຂົ້າໃນການປົກປັກຮັກສາ​ຊາຍ​ແດນ, ບ້ານຂອງຕົນ, ນໍາພາ​ປະຊາຊົນ​ທໍາ​ການ​ຜະ​ລິດ​ເປັນ​ສິນຄ້າ ​ເພື່ອ​ແກ້​ໄຂ​ຄວາມທຸກ​ຍາກ ແລະ ສ້າງບ້ານ​ຂອງ​ຕົນໃຫ້ເປັນກາຍເປັນບ້ານພັດທະນາເທື່ອລະກ້າວ.​​ ພາຍຫຼັງສໍາເລັດຊຸດອົບຮົມໄດ້ມີການມອບໃບຢັ້ງຢືນໃຫ້ນັກສໍາ​ມະ​ນາກ​ອນຜູ້ທີ່ເຂົ້າຮ່ວມຊຸດຝຶກອົບຮົມດ່ັງກ່າວ.

ຂ່າວ: ຈ໋າຍໜໍ່ ພົມ​ປັນຍາ