ຄະນະໂຄສະນາອົບຮົມສູນກາງພັກ ຈັດກອງປະຊຸມສະຫຼຸບວຽກງານກວດກາທົ່ວເທດ ແລະ ວຽກງານກວດກາຄະນະໂຄສະນາອົບ ຮົມສູນກາງພັກ 5 ປີ(2016-2020), ທິດ ທາງແຜນການປະຈໍາປີ 2021.


ຄະນະໂຄສະນາອົບຮົມສູນກາງພັກ ຈັດກອງປະຊຸມສະຫຼຸບວຽກງານກວດກາທົ່ວເທດ ແລະ ວຽກງານກວດກາຄະນະໂຄສະນາອົບຮົມສູນກາງພັກ 5 ປີ(2016-2020), ທິດທາງແຜນການປະຈໍາປີ 2021.
ໃນຕອນເຊົ້າຂອງວັນທີ 8 ເມສາ 2021 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາທົ່ວປະເທດ ແລະ ວຽກງານກວດກາຄະນະໂຄສະນາອົບຮົມສູນກາງພັກ 5 ປີ(2016-2020) ແລະ ວາງທິດທາງແຜນການປະຈໍາປີ 2021 ຂຶ້ນທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດເປັນປະທານໂດຍ ທ່ານ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ເຂົ້າຮ່ວມມີ: ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານ ທົ່ວຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ຄະນະຈັດຕັ້ງພິທີ ໄດ້ຂຶ້ນກ່າວຈຸດປະສົງໃນການຈັດກອງປະຊຸມ ແນໃສ່ເພື່ອເຜີຍແຜ່ເນື້ອໃນທີ່ສໍາຄັນຂອງກອງປະຊຸມວຽກງານກວດກາທົ່ວປະເທດຂອງຄະນະກວດກາສູນກາງພັກປະຈໍາປີ 2020 ແລະ ທິດທາງແຜນການປະຈໍາປີ 2021 ແລະ ສະຫຼຸບຕີລາຄາວຽກງານກວດກາຂອງຄະນະໂຄສະນາອົບຮົມສູນກາງພັກໃນໄລຍະ 5 ປີຜ່ານມາ ແນໃສ່ເພື່ອສຶກສາອົບຮົມໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ຮັບຮູ້-ເຂົ້າໃຈພາລະບົດບາດ, ຄວາມສໍາຄັນ ຂອງວຽກງານກວດກາ ແລະ ຜົນງານການເຄື່ອນໄຫວຂອງວຽກງານກວດກາ ຂອງຄະນະໂຄສະນາອົບຮົມສູນກາງພັກ ໃນໄລຍະຜ່ານມາ ພ້ອມທັງປຸກລະດົມຈິດໃຈຂອງພະນັກງານ ທີ່ເຮັດວຽກງານກວດກາ ໃຫ້ຍົກສູງຄວາມຮັບຜິດຊອບຕໍ່ວຽກງານຂອງຕົນ. ສ້າງເງື່ອນໄຂອໍານວຍໃຫ້ພະນັກງານ-ລັດຖະກອນ ໄດ້ເຂົ້າຮ່ວມວຽກງານກວດກາຢ່າງເປັນຂະບວນກວ້າງຂວາງກວ່າເກົ່າ ແນໃສ່ຍົກສູງບົດບາດຂອງວຽກງານກວດກາ ກໍຄືບົດບາດຂອງການນໍາພາຂອງຄະນະພັກ-ຄະນະໂຄສະນາອົບຮົມສູນກາງພັກ ແນໃສ່ຮັບປະກັນການປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ໄດ້ຮັບຜົນດີກວ່າເກົ່າ.
ໃນພິທີ ທ່ານ ຄໍາເຄນ ຈັນທະວົງ ຫົວໜ້າກົມອົບຮົມ ຮອງປະທານກວດກາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານການເຄື່ອນໄຫວວຽກງານກວດກາທົ່ວປະເທດຂອງຄະນະກວດກາສູນກາງພັກ ປະຈໍາປີ 2020 ແລະ ທິດທາງແຜນການ ປີ 2021; ຫຼັງຈາກນັ້ນ ທ່ານ ອານົງສັກ ອິນທະວົງ ຫົວໜ້າກົມຈັດຕັ້ງ-ພະນັກງານ ປະທານກວດກາ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຂຶ້ນຜ່ານບົດສະຫຼຸບຫຍໍ້ການເຄື່ອນໄຫວວຽກງານຂອງ ຄອສພ 5 ປີ(2016-2020) ແລະ ທິດທາງແຜນການປີ2021 ຂອງຄະນະກວດກາ ຄະນະໂຄສະນາອົບຮົມສູນກາງພັກ.

ຫຼັງຈາກນັ້ນໄດ້ມີພິທີມອບໃບຢັ້ງຢືນໃຫ້ບັນດາໜ່ວຍພັກ ທີ່ໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ເຊິ່ງມີ 2 ໜ່ວຍຈາກ 9 ໜ່ວຍຄື:
1. ໜ່ວຍພັກກົມຂໍ້ມູນຂ່າວສານ
2. ໜ່ວຍພັກກົມສັງລວມ
ໃນຕອນທ້າຍຂອງພິທີ ທ່ານ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຜົນງານການເຄື່ອນໃນຕະຫຼອດໄລຍະຜ່ານມາຂອງວຽກງານກວດກາ ແລະ ຕີລາຄາສູງຕໍ່ການຊີ້ນໍາ-ນໍາພາວຽກງານກວດກາຂອງຄະນະກວດກາພັກ-ລັດ, ພ້ອມທັງ ເນັ້ນໜັກໃຫ້ສະມາຊິກພັກ-ພະນັກງານລັດຖະກອນ ທຸກສະຫາຍ ເພີ່ມຄວາມເອົາ ໃຈໃສ່ຕໍ່ວຽກງານກວດກາ, ຖືເອົາວຽກງານເປັນວຽກໜຶ່ງທີ່ສໍາຄັນເຂົ້າໃນວຽກງານການເມືອງແນວຄິດຂອງພວກເຮົາ, ພ້ອມກັນປະຕິບັດ, ແກ້ໄຂ ແລະ ປັບປຸງບັນຫາທີ່ຍັງຄົງຄ້າງ ໃຫ້ເຂັ້ມງວດ, ຖືເອົາວຽກງານກວດກາເປັນການແກ້ໄຂ, ປັບປຸງ ສະມາຊິກພັກ ໃຫ້ເປັນສະມາຊິກພັກ ປອດໃສ, ໜັກແໜ້ນ, ເຂັ້ມແຂງ ແລະ ພ້ອມກັນນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມວຽກງານກວດກາທົ່ວປະເທດຂອງຄະນະກວດກາສູນກາງພັກ, ທິດທາງແຜນການຂອງວຽກງານກວດກາ ຄອສພ ນໍາໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ເກີດດອກອອກຜົນ ແລະ ເຮັດໃຫ້ວຽກງານກວດກາໄດ້ຮັບປະສິດທິຜົນສູງສຸດ.