ພິທີປະກາດການແຕ່ງຕັ້ງຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ໃໝ່.


ພິທີປະກາດການແຕ່ງຕັ້ງຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ໃໝ່.
ໃນຕອນບ່າຍຂອງວັນທີ 6 ເມສາ 2021 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປະກາດການແຕ່ງຕັ້ງຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ໃໝ່ ຂຶ້ນທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດເປັນປະ ທານໂດຍ ທ່ານ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ; ເຂົ້າຮ່ວມມີ: ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຕາງໜ້າຄະນະຈັດ ຕັ້ງສູນກາງພັກ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກ ງານ ທົ່ວຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.


ໃນພິທີດັ່ງກ່າວຕາງໜ້າກົມຈັດຕັ້ງ-ພະນັກງານ ຄະນະຈັດຕັ້ງສູນກາງພັກ ຂື້ນຜ່ານ ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 42/ຄລສພ, ລົງວັນທີ 12/03/2021 ວ່າດ້ວຍການຍົກຍ້າຍພະນັກງານການນໍາຂັ້ນສູງໄປຮັບໜ້າທີ່ໃໝ່, ອີງຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 48/ຄລສພ, ລົງວັນທີ 15/03/2021 ວ່າດ້ວຍການແຕ່ງຕັ້ງ ຮອງເລຂາຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກ ແລະ ອີງຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກສະບັບເລກທີ 43/ຄລສພ, ລົງວັນທີ 12/03/2021 ວ່າດ້ວຍການແຕ່ງຕັ້ງຮອງຄະນະໂຄສະນາອົບຮົມສູນກາງພັກ.

ຫຼັງຈາກນັ້ນ ທ່ານ ລາວປາວຊົງ ນະວົງໄຊ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຜູ້ໃໝ່ ຂື້ນມີຄຳເຫັນ ແລະ ກ່າວຮັບໜ້າທີ່ໃໝ່ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຂອບໃຈມາຍັງການນໍາຂອງພັກ- ລັດ ແລະ ຕີລາຄາສູງຕໍ່ການຈັດຕັ້ງພັກ-ລັດ ທີ່ໄດ້ໃຫ້ຄວາມໄວ້ວາງໃຈ ແລະ ມອບໜ້າທີ່ອັນມີກຽດ ພ້ອມນັ້ນທ່ານໄດ້ໃຫ້ຄໍາໝັ້ນສັນຍາວ່າຈະສືບຕໍ່ຊີ້ນຳ-ນຳພາວຽກໂຄສະນາອົບຮົມໃຫ້ມີບາດກ້າວອັນໃໝ່ໃຫຍ່ ຫຼວງກວ່າເກົ່າ, ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຕາມການຈັດຕັ້ງມອບໝາຍໃຫ້ດ້ວຍຄວາມເອົາໃຈໃສ່ສູງ, ແລກປ່ຽນແບບແຜນວິທີນໍາພາ-ວິທີເຮັດວຽກ ໃຫ້ປະສົບຜົນສໍາເລັດ ແລະ ມີປະສິດທິພາບສູງ.
ໃນຕ້ອນທ້າຍພິທີ ທ່ານ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ຕໍ່ສະມາຊິກພັກ-ພະນັກງານ ກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວຂອງ ສະຫາຍ ລາວປາວຊົງ ນະວົງໄຊ ໃນໄລຍະຜ່ານມາ ແລະ ເນັ້ນໜັກໃຫ້ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຜູ້ໃໝ່ ຈົ່ງສືບຕໍ່ຮັກສາມູນເຊື້ອໃນການເຮັດວຽກງານການເມືອງ-ແນວຄິດ ໃຫ້ມີຄວາມແຫຼມຄົມ ແລະ ກວ້າງ ຂວາງເຮັດໃຫ້ວຽກງານໂຄສະນາອົບຮົມຂອງພັກ ເປັນວຽກກົກ ເປັນວຽກງານແຖວໜ້າ, ພ້ອມນັ້ນຮຽກຮ້ອງໃຫ້ ສະມາຊິກພັກ, ພະນັກງານ-ລັດຖະກອນ ທັງໝົດໃນທົ່ວ ຄອສພ ຈົ່ງພ້ອມ ກັນສືບຕໍ່ເພີ່ມທະວີຄວາມສາມັກຄີ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ເປັນຈິດໜຶ່ງໃຈດຽວໃນການປະ ຕິບັດໜ້າທີ່ວຽກງານ ກໍຄືຕັ້ງໜ້າປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ການຈັດຕັ້ງມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ, ຫັນເອົາມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ ເຂົ້າສູ່ວຽກງານຕົວຈິງຂອງໂຄສະນາອົບຮົມເຮົາໃຫ້ມີປະສິດທິພາບສູງ, ສືບຕໍ່ເຊື່ອມຊຶມ-ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກແຕ່ຂັ້ນສູນກາງ ລົງສູ່ທ້ອງຖິ່ນຮາກຖານ ໃຫ້ປະກົດຜົນເປັນຈິງ.