ກອງປະຊຸມຄົ້ນຄວ້າການສ້າງປະຖົມປັດໄຈໃຫ້ແກ່ການກ້າວເດີນສູ່ຈຸດໝາຍສັງຄົມນິຍົມ

ກອງປະຊຸມຄົ້ນຄວ້າການສ້າງປະຖົມປັດໄຈໃຫ້ແກ່ການກ້າວເດີນສູ່ຈຸດໝາຍສັງຄົມນິຍົມ

    ໃນຕອນບ່າຍວັນທີ 03 ກໍລະກົດ 2021 ໄດ້ຈັດກອງປະຊຸມຄົ້ນຄວ້າການສ້າງການປະຖົມປັດໄຈເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມຢູ່ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດເປັນປະທານກອງປະຊຸມ ໂດຍທ່ານ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມມີ: ບັນດາລັດຖະມົນຕີ, ຮອງລັດຖະມົນຕີຈາກກະຊວງ-ອົງການ ແລະ ນະຄອນຫຼວງວຽງຈັນ.

    ໃນພິທີດັ່ງກ່າວ ທ່ານ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ມີຄຳເຫັນວ່າ: ບົນຈິດໃຈປ່ຽນແປງໃໝ່ໃນການພັດທະນາປະເທດຊາດ, ພັກເຮົາໄດ້ວາງແນວທາງສືບຕໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕປະຊາຊົນ, ສ້າງປະຖົມປັດໄຈກ້າວຂື້ນສັງຄົມນິຍົມເທື່ອລະກ້າວ. ການປະດິດສ້າງຂອງພັກເຮົາໃນການໝູນໃຊ້ລັດທິມາກ-ເລນິນ ເຂົ້າໃນເງື່ອນໄຂຕົວຈິງຂອງປະເທດເຮົາ ເປັນການເລືອກເຟັ້ນເສັ້ນທາງແຫ່ງການພັດທະນາປະເທດທີ່ຖືກຕ້ອງ, ສອດຄອງກັບສະພາບ ແລະ ເງື່ອນໄຂຕົວຈິງຂອງປະເທດເຮົາທັງເປັນການຫັນປ່ຽນທີ່ມີລັກສະນະປະຕິວັດ ແລະ ມີວິທະຍາສາດນັ້ນສະແດງເຖີງຄວາມສະດຸ້ງໄວ ແລະ ສະຫຼາດສ່ອງໃສ່ຂອງພັກ.

ຫົວຂໍ້ເອກະສານທີ່ນຳມາຄົ້ນຄວ້າປະກອບມີ 3 ພາກໃຫຍ່ ແລະ ມີໂຄງຮ່າງຫົວຂໍ້ຍ່ອຍ 9 ປະຖົມປັດໄຈຄື:

ພາກທີ1: ພື້ນຖານທິດສະດີສ້າງປະຖົມປັດໄຈໃຫ້ແກ່ການກ້າວເດີນສູ່ຈຸດໝາຍສັງຄົມນິຍົມຢູ່ປະເທດເຮົາ.

ພາກທີ2: ຂະບວນການວິວັດແຫ່ງການກຳເນີດ ແລະ ການສ້າງປະຖົມປັດໄຈໃຫ້ແກ່ການກ້າວເດີນສູ່ຈຸດໝາຍສັງຄົມນິຍົມຢູ່ປະເທດເຮົາ.

ພາກທີ3: ການສືບຕໍ່ສ້າງປະຖົມປັດໄຈໃຫ້ແກ່ການກ້າວເດີນສູ່ຈຸດໝາຍສັງຄົມນິຍົມຢູ່ປະເທດເຮົາ.

9 ປະຖົມປັດໄຈເພື່ອສ້າງ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນຕາມເສັ້ນທາງສັງຄົມນິຍົມດັ່ງນີ້:

ປັດໄຈທີ1: ສ້າງ ແລະ ປັບປຸງພັກໃຫ້ໜັກແໜ້ນ ແລະ ເຂັ້ມແຂງໃນທຸກດ້ານ

  • ດ້ານການເມືອງ-ແນວຄິດ, ດ້ານການຈັດຕັ້ງ ແລະ ດ້ານແບບແຜນການນຳພາ

ປັດໄຈທີ2: ສ້າງອຳນາດລັດປະຕິວັດທີ່ໜັກແໜ້ນເຂັ້ມແຂງ

  • ອຳນາດນິຕິບັນຍັດ, ອຳນາດບໍລິຫານ ແລະ ອຳນາດຕຸລາການ

ປັດໄຈທີ3: ສ້າງພື້ນຖານວັດຖຸ-ເຕັກນິກ, ສ້າງເສດຖະກິດແຫ່ງຊາດໃຫ້ນັບມື້ນັບຂະຫຍາຍຕົວໄປຕາມທິດທີ່ກຳນົດໄວ້ພາຍໃຕ້ການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ

ປັດໄຈທີ4: ສ້າງລະບົບຄຸ້ມຄອງລັດທີ່ມີຜົນສັກສິດໃນການຄຸ້ມຄອງມະຫາພາກຂອງລັດ

ປັດໄຈທີ5: ສ້າງລະບົບກົດໝາຍໃຫ້ນັບມື້ນັບອຸດົມສົມບູນ, ສົມຄູ່ກັບຂະບວນວິວັດແຫ່ງການພັດທະນາເສດຖະກິດ-ສັງຄົມ

ປັດໄຈທີ6: ສ້າງພັນທະພາບ ແລະ ຄວາມສາມັກຄີເປັນອັນໜື່ງອັນດຽວລະຫວ່າງປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆໂດຍແມ່ນກຳມະກອນ, ຊາວກະສິກອນ ແລະ ປັນຍາຊົນເປັນຫຼັກແຫຼ່ງແມ່ນຄວາມຕ້ອງການ ແລະ ຄວາມຈຳເປັນໃນການອອກແຮງງານ.

ປັດໄຈທີ7: ສ້າງ ແລະ ພັດທະນາຊັບພະຍາກອນມະນຸດໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດໃນທຸກດ້ານ

ປັດໄຈທີ8: ສ້າງເຫງົ້າພະລັງດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ເຂັ້ມແຂງພຽງພໍສຳລັບປົກປ້ອງເອກະລາດ, ອະທິປະໄຕແຫ່ງຊາດ, ສາມາດຕອບຕ້ານການຮຸກຮານຈາກພາຍນອກ ແລະ ອິດທິກຳລັງປໍລະປັກ, ຮັບປະກັນສັນຕິສຸກ ແລະ ຄວາມປອດໄພຂອງປະຊາຊົນ.

ປັດໄຈທີ9: ສ້າງໃຫ້ມີເນື້ອທີ່ຢູ່ໃກ້ ແລະ ຢູ່ໄກໃນທົ່ວໂລກນັບມື້ນັບຫຼາຍດ້ວຍການດຳເນີນນະໂຍບາຍການຕ່າງປະເທດທີ່ສ້າງສັນເປັນເຈົ້າການ, ພົວພັນຮ່ວມມືກັບນາໆຊາດດ້ວຍຫຼາຍຮູບການ ແລະ ຫຼາຍລະດັບຢ່າງມີຫຼັກການ.