ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ.

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ.

    ໃນຕອນເຊົ້າຂອງວັນທີ  24 ສິງຫາ 2021  ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນຢ່າງເປັນທາງການ ທີ່ ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ (ຫຼັກ6),  ພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ໃຫ້ກຽດເປັນປະທານຮ່ວມໂດຍ ສະຫາຍ ຄໍາພັນ ພົມມະທັດ  ກໍາມະການກົມການເມືອງສູນກາງພັກ, ​ເລຂາທິການ​ສູນ​ກາງ​ພັກ, ປະທານ​ຄະນະ​ກວດກາສູນ​ກາງ​ພັກ, ປະທານ​ອົງການ​ກວດກາ​ ແຫ່ງ​ລັດ, ຫົວໜ້າ​ອົງການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂັ້ນ​ສູນ​ກາງ, ຜູ້ຊີ້ນຳກະກຽມກອງປະຊຸມໃຫຍ່ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມມີຕາງໜ້າຄະນະກວດກາສູນກາງພັກ, ຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະພົວພັນຕ່າງປະເທດສູນກາງພັກ, ສະຖາບັນການເມືອງການປົກຄອງແຫ່ງຊາດ, ສະຖາບັນເສດຖະກິດສັງຄົມແຫ່ງຊາດ, ກະຊວງຖະແຫຼ່ງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ, ສະມາຊິກພັກອາວຸໂສບຳນານ, ສະມາຊິກພັກສົມບູນ, ສະມາຊິກພັກສໍາຮອງ ທົ່ວຄອສພ  ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ສະຫາຍ ອານົງສັກ ອິນທະວົງ ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຂຶ້ນກ່າວຈຸດປະສົງ ແລະ ສະເໜີແຂກເຂົ້າຮ່ວມໃນກອງປະຊຸມຄັ້ງນີ້.

ຫຼັງຈາກນັ້ນ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຂຶ້ນກ່າວໄຂກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການພ້ອມທັງຜ່ານຮ່າງລາຍງານການເມືອງຂອງກອງປະຊຸມໃຫຍ່ຄັ້ງທີ V ຕໍ່ກອງປະຊຸມເຊິ່ງເປັນການສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ(2016-2020) ແລະ ວາງທິດທາງລວມ ແລະ ໜ້າທີ່ຕົ້ນຕໍໃນການນຳພາຂອງ ຄະນະພັກຄອສພ ໃນ 5 ປີຕໍ່ໜ້າ.

ໃນກອງປະຊຸມ ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້  ຂຶ້ນຜ່ານແຜນພັດທະນາວຽກງານໂຄສະນາອົບຮົມ ໄລຍະ 5 ປີ (2021-2025) ເຊິ່ງໄດ້ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດແຜນຍຸດທະສາດພັດທະນາວຽກງານໂຄສະນາອົບຮົມ ຂອງອົງຄະນະພັກ ຄອສພ ໄລຍະ 5 ປີຜ່ານມາ (2016-2020), ສາເຫດທີ່ພາໃຫ້ມີດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ກຳນົດແຜນພັດທະນາວຽກງານໂຄສະນາອົບຮົມ 5 ປີ (2021-2025) ແລະ ຍຸດທະສາດຮອດປີ 2030.

ຫຼັງຈາກນັ້ນ ສະຫາຍ ລາວປາວຊົ່ງ ນະວົງໄຊ ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຜ່ານຮ່າງບົດສຳຫຼວດການນຳພາຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ໄລຍະ 5 ປີຜ່ານມາ.

ກອງປະຊຸມໄດ້ຄົ້ນຄວ້າປະກອບຄຳເຫັນ ແລະ ຮັບຮອງເອົາຮ່າງລາຍງານການເມືອງ, ແຜນພັດທະນາວຽກງານໂຄສະນາອົບຮົມ, ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະພັກ ສະໄໝທີ IV ໃນໄລຍະ 5 ປີຜ່ານມາ ແລະ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກຊຸດໃໝ່ ເພື່ອສືບຕໍ່ຊີ້ນໍາ-ນໍາພາວຽກງານໂຄສະນາອົບຮົມໃນຕໍ່ໜ້າ.

ຄະນະພັກຊຸດເກົ່າ

ຄະນະພັກຊຸດໃໝ່

ເຊິ່ງມີຜູ້ສະໝັກເລືອກຕັ້ງທັງໝົດ 11 ສະຫາຍ ຍິງ 4 ສະຫາຍ, ເລືອກເອົາ 9 ສະຫາຍເຊິ່ງມີລາຍຊື່ດັ່ງລຸ່ມນີ້:

  1. ສະຫາຍ ຄໍາພັນ ເຜີຍຍະວົງ
  2. ສະຫາຍ ລາວປາວຊົ່ງ ນະວົງໄຊ
  3. ສະຫາຍ ນາງ ສົມພອຍ ພົມມະຈັກ
  4. ສະຫາຍ ນາງ ວິລະວອນ ພັນທະວົງ
  5. ສະຫາຍ ອານົງສັກ ອິນທະວົງ
  6. ສະຫາຍ ວັນຕຸລາ ຣັກນຸດ
  7. ສະຫາຍ ສາຄອນ ພົມມະລາດ
  8. ສະຫາຍ ນາງ ພວງມະລີ ອັກຄະມຸນຕີ
  9. ສະຫາຍ ຄໍາກອງ ພົມມະເທວາ
  10. ສະຫາຍ ວັນລາຕີ ຄໍາວານວົງສາ
  11. ສະຫາຍ ນາງ ບຸນມາລີ ສີດາວົງ

ຜ່ານການປ່ອນບັດຄັດເລືອກໄດ້ 9 ສະຫາຍ ຍິງ 2 ສະຫາຍຄື:

  1. ສະຫາຍ ຄໍາພັນ ເຜີຍຍະວົງ
  2. ສະຫາຍ ລາວປາວຊົ່ງ ນະວົງໄຊ
  3. ສະຫາຍ ນາງ ວິລະວອນ ພັນທະວົງ
  4. ສະຫາຍ ນາງ ສົມພອຍ ພົມມະຈັກ
  5. ສະຫາຍ ອານົງສັກ ອິນທະວົງ
  6. ສະຫາຍ ວັນຕຸລາ ຣັກນຸດ
  7. ສະຫາຍ ສາຄອນ ພົມມະລາດ
  8. ສະຫາຍ ຄໍາກອງ ພົມມະເທວາ
  9. ສະຫາຍ ວັນລາຕີ ຄໍາວານວົງສາ

ໃນກອງປະຊຸມຄັ້ງປະຖົມມະລຶກ ໄດ້ຕົກລົງເຫັນດີເປັນເອກະພາບ ເລືອກເອົາຄະນະປະຈໍາພັກ 3 ສະຫາຍ ຄື:

  1. ສະຫາຍ ຄໍາພັນ ເຜີຍຍະວົງ
  2. ສະຫາຍ ລາວປາວຊົ່ງ ນະວົງໄຊ
  3. ສະຫາຍ ນາງ ວິລະວອນ ພັນທະວົງ
  • ເລືອກເອົາເລຂາ ແລະ ຮອງເລຂາ ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ V ຄື:
  1. ສະຫາຍ ຄໍາພັນ ເຜີຍຍະວົງ ເປັນເລຂາຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ
  2. ສະຫາຍ ລາວປາວຊົ່ງ ນະວົງໄຊ ເປັນຮອງເລຂາຄະນະພັກ
  • ເລືອກເອົາປະທານກວດກາ ແລະ ຮອງປະທານ 3 ສະຫາຍ ຄື:
  1. ສະຫາຍ ນາງ ວິລະວອນ ພັນທະວົງ ເປັນປະທານກວດກາ
  2. ສະຫາຍ ອານົງສັກ ອິນທະວົງ ເປັນຮອງປະທານກວດກາ
  3. ສະຫາຍ ສະຫວ່າງ ດາລາແສນ ເປັນຮອງປະທານກວດກາ
        ຕອນທ້າຍຂອງກອງປະຊຸມໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ. ກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ທີ່ຍາດມາໄດ້ຕະຫລອດໄລຍະ 5 ປີຜ່ານມາ, ພ້ອມກັນນັ້ນ ທ່ານຍັງໄດ້ສະແດງຄວາມເປັນຫ່ວງເປັນໃຍຕໍ່ບັນດາຂໍ້ຄົງຄ້າງ ແລະ ໃຫ້ມີຄຳເຫັນເນັ້ນໜັກໃຫ້ຄະນະໂຄສະນາອົບຮົມສູນກາງພັກເວົ້າລວມ, ເວົ້າສະເພາະແມ່ນພະນັກງານໂຄສະນາອົບຮົມຕ້ອງໄດ້ເອົາໃຈໃສ່ 7 ບັນຫາສຳຄັນຄື:

    1. ສ້າງ​ການ​ຫັນປ່ຽນ​ຢ່າງ​ແຂງແຮງ ທາງ​ດ້ານ​ເນື້ອ​ໃນ ແລະ ຮູບ​ການ ໃນ​ການເຄື່ອນໄຫວ​ວຽກ​ງານ​ໂຄສະນາ​ອົບຮົມ ເພື່ອ​ສາມາດ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​​ໜ້າທີ່​ການເມືອງ​ໃນ​ໄລຍະ​ໃໝ່ ເປັນຕົ້ນ​ແມ່ນການ​ເຜີຍແຜ່​ເນື້ອ​ໃນ ຂອງ​ມະຕິ ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ ຊຶ່ງ​ເລີ່ມ​ມີ​ໜໍ່​ແ​ໜງ​ການ​ຫັນປ່ຽນ​ໃນ​ແບບ​ວິທີການ​ເຜີຍແຜ່​ມາ​ແລ້ວ ແລະ ເອກະສານ ທີ່​ກົມ​ການເມືອງ​ສູນ​ກາງ​ພັກ ​ມອບ​ໃຫ້​ບັນດາ​ສະຫາຍ​ກະກຽມ​ເຜີຍແຜ່​ອົບຮົມ​ໃນ​ຮູບ​ແບບ​ໃໝ່ ໄດ້​ເກີດ​ຂຶ້ນ​ແລ້ວ, ຂໍ​ໃຫ້​ສືບຕໍ່​ປັບປຸງ​ປ່ຽນແປງ ໄປ​ຕາມ​ແຕ່​ລະ​ເປົ້າ​​ໝາຍ ແລະ ສົມບູນແທດ​ຕົວ​ຈິງ​ກັບ​ສະພາບຕົວຈິງ;
    2. ຢາກ​ເຮັດ​ວຽກ​ງານ​ສຶກສາ​ອົບຮົມ​ໃຫ້​ມີ​ຄຸນ​ນະ​ພາບ​ສູງ, ບັນດາ​ສະຫາຍ​ຕ້ອງ​​ກຳ​ໄດ້​ແນວ​ຄິດ​ຈິດໃຈ, ຈິດຕະສາດ, ຄວາມ​ຂັດຂ້ອງ​ໝອງ​ໃຈ, ຄວາມ​ມຸ່ງ​ມາດ​ປາຖະໜາ ຂອງປະຊາຊົນ ແລະ ຊັ້ນ​ຄົນ​ຕ່າງໆ ໃນ​ສັງຄົມໃຫ້​ເລິກ​ເຊິ່ງ. ຈາກນັ້ນ, ກໍ​ຮີບ​ຮ້ອນ​ຈັດ​ສັນ​ເນື້ອ​ໃນ​ແນວທາງ ແລະ ແບບແຜນ​ສຶກສາ​ອົບຮົມ ແລະ ​ເປົ້າ​ໝາຍ​ຕ່າງໆ​ໃຫ້​ຖືກຕ້ອງສອດຄ່ອງ​ກັບ​ຈຸດ​ພິເສດ​ນັ້ນໆ;
    3. ເພື່ອ​ຕອບ​ຕ້ານ​ບັນດາ​ກົນອຸບາຍ, ເລ​ລ່ຽມ ຂອງ​ກຸ່ມ​ຄົນ​ທີ່​ບໍ່​ຫວັງ​ດີ, ຜູ້​ທີ່ເຮັດ​ວຽກ​ໃນ​ແນວ​ຮົບ ແນວ​ຄິດ ຕ້ອງ​ກຳ​ໄດ້​ຈຸດ​ພິເສດ, ຈຸດ​ອ່ອນ, ຈຸດ​ແຂງ ຂອງ​ພວກ​ເຂົາ​ເຫຼົ່ານັ້ນ ເມື່ອ​ມີ​ແຜນ​ຮັບ​ມື​ຢ່າງ​ເດັດດ່ຽວ, ຖືກຕ້ອງ, ເໝາະສົມຕາມ​ສະຖານະ​ການ, ໃນ​ນັ້ນ, ຕ້ອງ​ທັນ​ການ, ແຕ່ຕ້ອງ ​ເຕັມ​ໄປ​ດ້ວຍ​ຄວາມ​ຮອບ​ຄອບ, ແນບ​ນຽນ, ແຫຼມ​ຄົມ, ຖືກ​ເປົ້າ​ໝາຍ ແລະ ກ້າວ​ໄປ​ເຖິງ ໃຫ້ຮັກສາ​ໄດ້​ສະຖຽນ​ລະ​ພາບທາງ​ດ້ານການເມືອງ, ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ສັງຄົມ;
    4. ຕໍ່​ວຽກ​ງານ​ໂຄສະນາ ການ​ອອກ​ແບບ​ໂຄສະນາດ້ວຍ ​ຫຼາຍ​ຮູບຫຼາຍ​ສີ, ແຕ່​ໃຫ້​ຮັບປະກັນ​ຄວາມ​ເລິກເຊິ່ງ, ກວ້າງຂວາງແມ່ນ​ມີ​ຄວາມຈໍາ​ເປັນ​ໃນ​ສັງຄົມ ​ປັດຈຸ​ບັນ. ພວກ​ເຮົາ​ສາ​ມາດ​ນໍາ​ໃຊ້​ສື່​ມວນ​ຊົນ ຢ່າງກວ້າງຂວາງ ແລະ ຫຼາກ​ຫຼາຍທີ່​ເປັນ​ພາຫະ​ນະ​ສໍາ​ຄັນ ທີ່​ສັງຄົມ​ຕ້ອງການ​ທີ່​ເປັນ​ຊີວິດ​ປະ​ຈໍາ​ວັນ​ໃນການຕິດຕໍ່ພົວພັນຂອງ​ເຂົາເຈົ້າ​ຢູ່​ນັ້ນໃຫ້​ມີ​ຫຼາຍ​ຮູບ​ຫຼາຍ​ສີກ​ວ່າ​ເກົ່າ. ນອກ​ນັ້ນ, ຕ້ອງໄດ້​ຈັດ​ປາ​ຖະ​ກະຖາ, ສໍາ​ມະ​ນາ​ຜ່ານ​ອົງການ​ຈັດ​ຕັ້ງ​ຕ່າງໆ, ສ້າງ​ເປັນ​ເອກະສານ​ໂຄສະນາອົບຮົມທີ່​ມີ​ເນື້ອ​ໃນ​ເລິກເຊິ່ງ, ​ມີ​ຊີວິດ​ຊີວາສາມາດ​ດຶງ​ດູດ​ຄວາມ​ສົນໃຈ ຂອງແຕ່​ລະ​ເປົ້າ​ໝາຍ. ຖ້າ​ເປັນໄປ​ໄດ້ ຂ້າພະເຈົ້າສະເໜີໃຫ້​ຄະນະໂຄສະນາ​ອົບຮົມມີ​ພາຫະນະ​ເປັນ​ສື່ເປັນຂອງຕົນເອງເຊັ່ນ: ໜັງສືພິມ, ວິທະຍຸ​ກະຈາຍສຽງ, ໂທລະພາບ… ລວມທັງ​​ນໍາ​ໃຊ້​ສື່​ອອນ​ລາຍ ໃຫ້​ເປັນ​ຂອງ​ຕົນ​ເອງເຊິ່ງແມ່ນຄວາມຈຳເປັນໃນ​ການ​ເຮັດ​ໜ້າທີ່​ເປັນ​ພາຫະນະໃນ​ການ​ໂຄສະນາ​ສຶກສາອົບຮົມເປົ້າໝາຍຕ່າງໆໄດ້ຢ່າງເລິກເຊິ່ງ;
    5. ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ຕ້ອງ​ເປັນ​ເຈົ້າ​ການ​ປະສານ ສົມທົບ​ກັບ​ຄະນະ​ສະພາ​ທິດ​ສະ​ດີ​ສູນ​ກາງ​ພັກ, ສະ​ຖາ​ບັນ​ຕ່າງໆ ສືບຕໍ່ ຄົ້ນຄວ້າ​ທາງ​ດ້ານ​ທິດ​ສະ​ດີ ແລະ ສະຫຼຸບ​ພຶດຕິ​ກໍາ ຂອງ​ພັກ; ພົວພັນ ໃກ້ຊິດ, ແລກປ່ຽນ​ບົດຮຽນ​ທາງ​ດ້ານ​ທິດ​ສະ​ດີ ແລະ ພຶດຕິ​ກໍາ ກັບ​ບັນດາ​ພັກ​ອ້າຍ​ນ້ອງ ເພື່ອ​ຊ່ວຍ​ກົມ​ການເມືອງ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ວາງ​ແນວທາງ​ນະໂຍບາຍ​ຂອງ​ພັກ ໃນ​ຊຸມ​ປີ​ຕໍ່​ໜ້າ​ນີ້ ໃຫ້​ຖືກຕ້ອງ​ສອດຄ່ອງ​ກັບ​ສະພາບ​ການ​ແຫ່ງ​ຄວາມ​ຮຽກຮ້ອງ​ຕ້ອງການ ທີ່ແທ້​ຈິງ;
    6. ປັບປຸງ​ພາລະ​ບົດບາດ ແລະ ກົງຈັກ​ການຈັດຕັ້ງ ຂອງ​ຄະນະໂຄສະນາ​ອົບຮົມ​ສູນ​ກາງ​ພັກ​ຄືນໃ​ໝ່​ໃຫ້​ກະທັດ​ຮັດ, ​ໜັກ​ແ​ໜ້ນ, ເຂັ້ມແຂງ, ສົມ​ຄູ່​ກັບ ​ບົດບາດ ແລະ ຄວາມ​ສໍາ​ຄັນ​ຂອງ​ວຽກ​ງານ​ໃນ​ໄລຍະ​ໃໝ່;
    7. ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ດ້ານ​ລະບຽບ​ວິໄນ ຢູ່​ພາຍ​ໃນ​ການຈັດຕັ້ງ ຂອງ​ອົງຄະ​ນະ​ພັກ ຕິດ​ພັນ​ກັບ​ການ​ສະກັດ​ກັ້ນ ຕີ​ຖອຍ​ບັນດາ​ປະກົດ​ການ​ຫຍໍ້ທໍ້ ໄປ​ຄຽງ​ຄູ່​ກັບ​ຍົກ​ລະດັບ​ຄວາມ​ຮູ້, ຄວາມ​ສາມາດ ໃຫ້​ແກ່​ຖັນ​ແຖວ​ພະນັກ​ງານ​-​ສະມາຊິກ​ພັກເຊິ່ງເປັນ​ກຸນແຈ​ສຳຄັນ​ໃນ​ການ​ປະຕິບັດໜ້າທີ່ວຽກງານຢ່າງ​ເປັນ​ລະບົບ, ຕໍ່​ເນື່ອງ ແລະ ແຂງແຮງ. ອີກເປົ້າ​​ໝາຍ​​ໜຶ່ງ ທີ່​ສໍາ​ຄັນ​​ຜູ້ທີ່​ເຮັດວຽກ​ໂຄສະນາ​ອົບຮົມ, ເຮັດ​ວຽກ​ຄົ້ນຄວ້າ​ທິດ​ສະ​ດີ ແລະ ພຶດຕິ​ກໍາ​ນັ້ນ ແມ່ນ​ການ​ຫັນປ່ຽນ​ຄວາມ​ຄິດ, ຫັນປ່ຽນ​ຄ່າ​ນິຍົມ ແລະ ຫັນປ່ຽນ​ວິຖີ​ຊີວິດຂອງ​ຄົນ, ຂອງ​ສັງຄົມ ໃນ​ຍຸກ​ແຫ່ງ​ການ​ປ່ຽນແປງ​ໃໝ່ ຫຼື ຍຸກ​ໂຄວິດ-19 ຫຼັງ​ຈາກ​ນີ້​ຕໍ່​ໄປສິ່ງ​ສໍາ​ຄັນ​ທີ່​ສຸດແມ່ນ​ຄ່ານິຍົມ​ຂອງ​ສັງຄົມ​-​ຂອງ​ຊາວ​ໜຸ່ມ ວຽກ​ງານໂຄສະນາ​ອົບຮົມ​ເຮົາ​ຈະ​ຮັບ​ມື ແລະ ກະທົບ​ໃສ່​ແນວ​ໃດ.