ວາລະສານໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີເປີດນຳໃຊ້ເວັບໄຊຂອງຕົນຢ່າງເປັນທາງການ.

 

 

ວາລະສານໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີເປີດນຳໃຊ້ເວັບໄຊຂອງຕົນຢ່າງເປັນທາງການ.

 

     ໃນຕອນບ່າຍວັນທີ 13 ສິງຫາ 2021 ຜ່ານມາ, ວາລະສານໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີເປີດການນໍາໃຊ້ເວັບໄຊ ຂອງຕົນຢ່າງເປັນທາງການ ຂຶ້ນທີ່ ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມສູນກາງພັກ (ໜອງບອນ) ຢ່າງເປັນທາງການ. ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີ: ບັນດາຄະນະພັກ, ຫົວໜ້າກົມ, ຮອງຫົວໜ້າກົມ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
     ໂດຍປະຕິບັດຕາມທິດຊີ້ນໍາ ຂອງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ຕໍ່ກັບການປັບປຸງຄຸນນະພາບຂອງວຽກງານວາລະສານໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ເປັນໄປຕາມທິດທັນສະໄໝ, ວ່ອງໄວ, ທັນກັບເຫດການ ໃນຍຸກປັດຈຸບັນ, ທັງເປັນການຈັດຕັ້ງຜັນຂະຫຍາຍບັນດາຄາດໝາຍສູ້ຊົນ ທີ່ກອງປະຊຸມໃຫຍ່ ຄັ້ງທີ 2 ຂອງໜ່ວຍພັກວາລະສານໂຄສະນາ ກໍານົດອອກໃຫ້ປະກົດເປັນຈິງ ຄະນະບ.ກ ວາລະສານໂຄສະນາອົບຮົມສູນກາງພັກ ຮ່ວມກັບກົມຂໍ້ມູນຂ່າວສານ ຄົ້ນຄວ້າສ້າງເວັບໄຊຂອງວາລະສານໂຄສະນາຂຶ້ນ ໃນຖານະເປັນອົງການສື່ມວນຊົນໜຶ່ງ, ເປັນກະບອກສຽງຂອງຄະນະໂຄສະນາອົບຮົມສູນກາງພັກ ແມ່ນມີຄວາມຈໍາເປັນທີ່ຈະຕ້ອງຫັນໄປສູ່ຄວາມທັນສະໄໝ ໃນການປະຕິບັດໜ້າທີ່ການເມືອງຂອງຕົນຢ່າງມີປະສິດທິພາບ. ເຊິ່ງໃນນັ້ນເນື້ອໃນຂອງເວັບໄຊ ວາລະສານໂຄສະນາ ແມ່ນມີເອກະລັກສີສັນສະເພາະ ທີ່ມີຄວາມແຕກຕ່າງກັບເວັບໄຊອື່ນໆ, ຮັບປະກັນທາງດ້ານເນື້ອໃນລັກສະນະສຶກສາອົບຮົມ, ລັກສະນະຕໍ່ສູ້, ລັກສະນະຕົວຈິງ ແລະ ລັກສະນະດຶງດູດຜູ້ອ່ານ ຊຶ່ງໃນໜ້າເວັບໄຊປະກອບດ້ວຍ 10 ຄໍລໍາ.


     ໃນໂອກາດທີ່ມີຄວາມໝາຍ ຄວາມສໍາຄັນດັ່ງກ່າວ, ທ່ານ ປອ ຄໍາພັນ ເຜີຍຍະວົງຍັງ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ບາງຕອນທີ່ສໍາຄັນວ່າ: ກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດໃນການຈັດຕັ້ງປະຕິບັດໃນການສ້າງເວັບໄຊຂອງ ວາລະສານໂຄສະນາ ພ້ອມນັ້ນ ທ່ານຍັງໄດ້ມີຄໍາເຫັນເນັ້ນໜັກໃຫ້ຄະນະວາລະສານໂຄສະນາ ສ້າງການຫັນປ່ຽນໄປສູ່ຄຸນນະພາບໃໝ່, ຄະນະບັນນາທິການວາລະສານໂຄສະນາຕ້ອງເອົາໃຈໃສ່ ຕໍ່ການຄຸ້ມຄອງ ແລະ ການນໍາໃຊ້ເວັບໄຊໃຫ້ດີ ພ້ອມທັງປັບປຸງຄຸນນະພາບຂອງເວັບໄຊ ໂດຍສະເພາະ ທາງດ້ານເນື້ອໃນໃຫ້ມີຄວາມອຸດົມສົມບູນ ເລິກເຊິ່ງ ເພື່ອດຶງດູດຜູ້ອ່ານ ຄຽງຄູ່ກັນນັ້ນ ຈະຕ້ອງໄດ້ປັບປຸງ ແລະ ຍົກລະດັບຄວາມຮູ້ ຄວາມສາມາດ ທາງດ້ານເຕັກນິກໃຫ້ວິຊາການຂອງຕົນຢ່າງຕໍ່ເນື່ອງ ເພື່ອຫັນເປັນມືອາຊີບ ແລະ ຄ່ອຍໆກຸ່ມຕົນເອງໃນການບໍລິຫານໃນອະນາຄົດ.
                                                 ທຸກທ່ານສາມາດເຂົ້າເບິ່ງເວັບໄຊໄດ້ທີ່: www. ksm.gov.la