ກອງປະຊຸມສ່ອງແສງລາຍງານວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ.

ໃນຕອນບ່າຍວັນທີ 24 ພະຈິກ 2021 ທີ່ຄະນະຈັດຕັ້ງສູນກາງພັກໄດ້ຈັດກອງປະຊຸມສ່ອງແສງລາຍງານວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານໂດຍຜ່ານລະບົບກອງປະຊຸມທາງໄກ ພາຍໃຕ້ການເປັນປະທານຂອງທ່ານ ນາງ ສີໃສ ລືເດດມູນສອນ  ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນການພັກ ເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ. ຕາງໜ້າ ຄອສພເຂົ້າຮ່ວມແມ່ນ ທ່ານ ອານົງສັກ ອິນທະວົງ ກຳມະການພັກ, ຫົວໜ້າກົມຈັດຕັ້ງພະນັກງານພ້ອມດ້ວຍຄະນະກົມ ແລະ ຫົວໜ້າພະແນກ ເຊິ່ງໄດ້ຈັດຂື້ນຢູ່ຫ້ອງປະຊຸມທາງໄກຊັ້ນ 4 ຂອງ ຄອສພ.

ກອງປະຊຸມໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ແຜນການກະກຽມກອງປະຊຸມວຽກງານຈັດຕັ້ງຈາກບັນດາກະຊວງ, ອົງການອ້ອມຂ້າງສູນກາງ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ, ການດຳເນີນຊີວິດການເມືອງຂອງພະນັກງານ, ການຂະຫຍາຍມະຫາຊົນກ້າວໜ້າ, ວຽກງານປັບປຸງກົງຈັກການຈັດຕັ້ງ, ການດຳເນີນການທາບທາມບຸກຄະລາກອນ, ວຽກງານກຳນົດແຜນກໍ່ສ້າງພະນັກງານ ແລະ ການຈັດຕັ້ງເຜີຍແຜ່ເຊື່ອມຊຶມບັນດາເອກະສານ ເຊີ່ງສ່ອງແສງໃຫ້ເຫັນຜົນສຳເລັດໃນຫຼາຍດ້ານຂອງວຽກງານຈັດຕັ້ງ-ພະນັກງານ.

ໃນຕອນທ້າຍກອງປະຊຸມ ທ່ານ ນາງ ສີໃສ ລືເດດມູນສອນ  ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນການພັກ ເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ມີຄຳເຫັນແນະນຳໃຫ້ກົມຈັດຕັ້ງ-ພະນັກງານ ແຕ່ລະ ກະຊວງ-ອົງການ ແລະ ແຂວງ ເປັນເຈົ້າການຜັນຂະຫຍາຍ ຄຳສັ່ງແນະນຳສະບັບເລກທີ 219/ຄລສພ, ລົງວັນທີ 08 ພະຈິກ 2021 ພ້ອມທັງສະແດງຄວາມຊົມເຊີຍ ກົມຈັດຕັ້ງ-ພະນັກງານຂອງບັນດາກະຊວງ, ອົງການ ແລະ ທ້ອງຖີ່ນ ທີ່ໄດ້ລາຍງານຜົນສຳເລັດໃນການປະຕິບັດໜ້າທີ່ ພ້ອມທັງເນັ້ນໃຫ້ກົມຈັດຕັ້ງ-ພະນັກງານຂອງກະຊວງ-ອົງການ ແລະ ແຂວງ ຍົກສູງບົດບາດການເປັນເສນາທິການໃຫ້ແກ່ຄະນະພັກຂັ້ນຂອງຕົນກ່ຽວກັບວຽກງານພັກ-ພະນັກງານໃຫ້ມີປະສິດຕິຜົນສູງກວ່າເກົ່າ.