ແລກປ່ຽນບົດຮຽນ ເພື່ອສ້າງຄວາມຮັບຮູ້-ເຂົ້າໃຈວຽກງານອົບຮົມໃຫ້ເລິກເຊິ່ງ.

ແລກປ່ຽນບົດຮຽນເພື່ອສ້າງຄວາມຮັບຮູ້-ເຂົ້າໃຈວຽກງານອົບຮົມໃຫ້ເລິກເຊິ່ງ.

ໃນຕອນແລງ ວັນທີ 26/4/2022 ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມພົບປະ-ແລກປ່ຽນບົດຮຽນ ກັບ ກົມທ້ອງຖິ່ນ-ຮາກຖານ ຫ້ອງວ່າການສູນກາງພັກ ຢູ່ທີ່ຫ້ອງປະຊຸມໂຕະມົນ ຊັ້ນ II ຂອງ ຄອສພ. ກົມທ້ອງຖິ່ນ-ຮາກຖານ ຫ້ອງວ່າການສູນກາງພັກ ມີຜູ້ເຂົ້າຮ່ວມ 7 ທ່ານ ຄື: ທ່ານ ມີໄຊ ພົມເຂ ຄະນະພັກ ຫົວໜ້າກົມທ້ອງຖິ່ນ-ຮາກຖານ, ທ່ານ ຄໍາສິງ ປະລັດຄຳອອນ ຫົວໜ້າພະແນກ, ທ່ານ ຈັນຄໍາ ເລືອງວົງສາ ຫົວໜ້າພະ ແນກ, ທ່ານ ວົງດາວ ໂນນປະດິດ ຮອງຫົວໜ້າພະແນກ, ທ່ານ ວົງເພັດ ທໍຈົງຕົວ ຮອງຫົວໜ້າພະແນກ, ທ່ານ ວັນວິໄລ ປັນຍາສິລິ ວິຊາການ ແລະ ທ່ານ ບຸນເລີດ ປານິ່ງ ຊົ່ງ ຮອງຫົວໜ້າພະແນກກົງຈັກ-ຄຸ້ມຄອງພະນັກງານ ກົມຈັດຕັ້ງພະນັກງານ ຂອງຫ້ອງວ່າການສູນກາງພັກ; ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ມີຜູ້ເຂົ້າຮ່ວມ 8 ທ່ານ ຄື: ທ່ານ ຄໍາເຄນ ຈັນທະວົງ ຫົວໜ້າກົມອົບຮົມ, ທ່ານ ນ. ກີຄໍາ ແກ່ນມະນີ ຫົວໜ້າພະແນກ, ທ່ານ ນ. ສຸກສະຫວັນ ວົງຫາຈັກ ຮອງຫົວໜ້າພະແນກ, ທ່ານ ນ. ວັນນະທອນ ວົງລະຄອນ ຮອງຫົວໜ້າພະແນກ, ທ່ານ ນ. ອໍາພອນ ຄອນສະຫວັນ ຮອງຫົວໜ້າພະແນກ, ທ່ານ ພູໄຊ ບຸນມີຈິດ ຮອງຫົວໜ້າພະແນກ, ທ່ານ ນ. ສົມສະໄຫວ ສີທາສັກ ວິຊາການ ແລະ ທ່ານ ໃຈແກ້ວ ສີບຸນເຮືອງ ວິຊາການ.
ກົມອົບຮົມ ແລະ ກົມທ້ອງຖິ່ນ-ຮາກຖານ ມີພາລະບົດບາດ ແລະ ບາງໜ້າທີ່ ຄ້າຍຄືກັນ. ສະນັ້ນ, ເພື່ອສ້າງຄວາມຮັບຮູ້-ເຂົ້າໃຈວຽກງານອົບຮົມໃຫ້ເລິກເຊິ່ງ. ນອກຈາກນັ້ນທັງສອງຝ່າຍໄດ້ແລກປ່ຽນທາງດ້ານກົງຈັກການຈັດຕັ້ງ ລະດັບກົມ ແລະ ການປະຕິບັດຕາມພາລະບົດບາດ ແລະ ໜ້າທີ່ຂອງກົມ ພ້ອມທັງ ລາຍງານສະພາບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ມີອັນພົ້ນເດັ່ນ, ຂໍ້ສະ ດວກ, ຂໍ້ຫຍຸ້ງຍາກ, ດ້ານຄົງຄ້າງ ແລະ ວິທີການແກ້ໄຂ; ຮູບແບບ ແລະ ວິທີການຈັດຕັ້ງອົບຮົມໃຫ້ເປົ້າ ໝາຍຕ່າງໆ ແລະ ບັນດາເນື້ອໃນເອກະສານທີ່ນໍາໃຊ້ອົບຮົມ.

ທັງສອງຝ່າຍພ້ອມກັນຕີລາຄາສູງການພົບປະແລກປ່ຽນບົດຮຽນຄັ້ງນີ້ ແລະ ເປັນປະໂຫຍດຫຼາຍຕໍ່ການປັບປຸງເນື້ອໃນ, ຮູບການເຄື່ອນໄຫວວຽກງານອົບ ຮົມ ເພື່ອສ້າງການຫັນປ່ຽນດ້ານຄຸນນະພາບຂອງວຽກງານອົບຮົມ; ພ້ອມກັນນັ້ນທັງສອງກົມ ເຫັນດີເປັນເອກະພາບສືບຕໍ່ແລກປ່ຽນບົດຮຽນນໍາກັນອີກ ໃນຕໍ່ໜ້າໂດຍສະເພາະແມ່ນການຝຶກອົບຮົມວິຊາສະເພາະໃຫ້ພະນັກງານພາຍໃນກົມ, ສະໜອງຂໍ້ມູນ, ເອກະສານໃຫ້ກັນ. ຖ້າເປັນໄປໄດ້ຢາກໃຫ້ມີການສົມທົບກັນ ລະຫວ່າງສອງກົມ ໃນເວລາລົງໄປຈັດຕັ້ງອົບຮົມໃຫ້ປະຊາຊົນຢູ່ທ້ອງຖິ່ນ-ຮາກຖານບ້ານ ເພື່ອຊ່ວຍກັນບັນຍາຍເອກະສານ ແລະ ຊອກຮູ້ບົດຮຽນຕົວຈິງຂອງກັນ; ກົມທ້ອງຖິ່ນ-ຮາກຖານ ຫ້ອງວ່າການສູນກາງພັກ ສົນໃຈຢາກຈັດຝຶກອົບຮົມວຽກງານໂຄສະນາອົບຮົມໃຫ້ແກ່ພະນັກງານຂອງຕົນ.