ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ຄັ້ງທີ 3 ສະ ໄໝທີ V ຂອງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ


ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ຄັ້ງທີ 3 ສະໄໝທີ V ຂອງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ.
ໃນຕອນເຊົ້າ ວັນທີ 28 ມີຖຸນາ 2022 ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກໄດ້ເປີດກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ຄັ້ງທີ 3 ສະໄໝທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດເຂົ້າຮ່ວມແລະເປັນປະທານ ພ້ອມທັງກ່າວເປີດພິທີ ໂດຍ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້້າຮ່ວມມີ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຄະນະພັກ ຜູ້ຕາງໜ້າ ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ຜູ້ຊ່ວຍຄະນະພັກ ຄອສພ, ເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ, ຫົວ ໜ້າກົມ, ຮອງຫົວໜ້າກົມ ແລະ ພະນັກງານຫຼັກແຫຼ່ງ ພາຍໃນ ຄອສພ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ຄັ້ງທີ V ຂອງອົງຄະນະພັກ ຄອສພ ແລະ ແຜນພັດທະນາວຽກງານໂຄສະນາອົບຮົມ ໃນໄລຍະ 6 ເດືອນຕົ້ນປີຜ່ານມາ ແລະ ທິດທາງແຜນການ 6 ເດືອນທ້າຍປີ, ຄົ້ນຄວ້າປຶກສາຫາລື ແລະ ປະກອບຄໍາເຫັນໃສ່ຮ່າງການປັບປຸງກົງຈັກການຈັດຕັ້ງ ພາຍໃນຄະນະໂຄສະນາອົບຮົມສູນກາງພັກ, ພາລະບົດບາດຂອງຄະນະໂຄສະນາອົບຮົມແຂວງ, ຄະນະໂຄສະນາອົບຮົມເມືອງ, ແລະ ສະຫຼຸບຄືນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຕະຫຼອດໄລຍະຜ່ານມາ.

ຫຼັງຈາກນັ້ນ ໄດ້ມີການປະກອບຄຳຄິດຄຳເຫັນຕາມການເຈາະຈີມຂອງປະທານຢ່າງກົງໄປກົງມາໃສ່ຮ່າງພາລະບົດ ບາດຂອງ ຄອສພ, ວຽກງານວິຊາສະເພາະ, ການຊີ້ນຳ-ນຳພາຂອງຄະນະພັກ ຄອສພໃນຕະຫຼອດໄລຍະ 6 ເດືອນຜ່ານມາ.

ໃນຕອນບ່າຍຂອງວັນດຽວກັນ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຂຶ້ນເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ່້ງທີ 4 ສະໄໝທີ XI ຂອງພັກເພື່ອໃຫ້ສະມາຊິກພັກ ທົ່ວຄອສພ ກຳແໜ້ນ ແລະ ເຂົ້າໃຈຢ່າງເລິກເຊິ່ງພ້ອມກັນຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງໃຫ້ປະກົດຜົນເປັນຈິງ.

ກອງປະຊຸມເປີດກວ້າງ ຄັ້ງນີ້ຍັງໄດ້ຮັບຟັງຄໍາເຫັນໂອ້ລົມຊີ້ນໍາຈາກ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງສະຫາຍໄດ້ຕີລາຄາສູງຕໍ່ຜົນສໍາເລັດໃນການ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະໂຄສະນາອົບຮົມສູນກາງພັກ, ບັນດາມະຕິ, ຄໍາສັ່ງຕ່າງໆ ຂອງພັກ ຕະຫລອດໄລຍະ 6 ເດືອນຕົ້ນປີ ນອກຈາກນັ້ນ ສະຫາຍ ຍັງໄດ້ຊີ້ນໍາໃຫ້ສືບຕໍ່ເສີມຂະຫຍາຍດ້ານດີ ທີ່ຕັ້ງໜ້າ ແລະ ປັບປຸງແກ້ໄຂຈຸດອ່ອນຂໍ້ຄົງຄ້າງໃນແຕ່ລະດ້ານ ທັງຮຽກຮ້ອງໃຫ້ຄະນະບໍລິຫານງານພັກ ສືບຕໍ່ຊີ້ນໍາ-ນໍາພາຈັດຕັ້ງຜັນຂະຫຍາຍບັນດາວຽກງານຈຸດສຸມຂອງໂຄສະນາອົບຮົມໃຫ້ເຂົ້າສູ່ລວງເລິກ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ; ສູ້ຊົນ ນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ຕອບຕ້ານສື່ສັງຄົມອອນລາຍ ແລະ ເປັນເສນາທິການທີ່ໜ້າເຊື່ອຖືທາງດ້ານການເມືອງແນວຄິດໃຫ້ແກ່ຄະນະເລຂາທິການສູນກາງພັກ ແລະ ກົມການເມືອງສູນກາງພັກ.