ກົມສັງລວມ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບ ຄະນະໂຄສະນາອົບຮົມແຂວງ ສາລະວັນ ຈັດ​ຕັ້ງ​ຝຶກ​ອົບຮົມ​ວຽກ​ງານ​ສັງ​ລວມ-ຫາງ​ສຽງ​ສັງ​ຄົມ ຄັ້ງ​ທີ III ຂຶ້ນທີ່​​ ແຂວງ​ສາລະວັນ.

ກົມສັງລວມ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບ ຄະນະໂຄສະນາອົບຮົມແຂວງ ສາລະວັນ ຈັດຕັ້ງຝຶກອົບຮົມວຽກງານສັງລວມຫາງສຽງສັງຄົມ ຄັ້ງທີ III ຂຶ້ນທີ່​​ ແຂວງສາລະວັນ.

ໃນ​ລະຫວ່າງ ວັນ​ທີ 12-13 ກໍລະກົດ 2022 ກົມ​ສັງລວມ ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ​ໄດ້​ສົມທົບ​ກັບ ຄະນະ​ໂຄສະນາ​ອົບຮົມ​ແຂວງສາລະວັນ ຈັດຕັ້ງ​ຊຸດ​ຝຶກອົບຮົມວຽກ​ງານ​​ສັງ​ລວມ-ຫາງ​ສຽງ​ສັງຄົມ ຂຶ້ນ​ທີ່​ຫ້ອງ​ປະຊຸມ​ VIP ຂອງຫ້ອງວ່າການປົກຄອງແຂວງສາລະວັນ. ​​ພາຍໃຕ້​ການ​ເປັນ​ປະທານ ແລະ ກ່າວເປີດ ຂອງ​ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາແຂວງສາລະວັນ ​​ໃຫ້​ກຽດ​ເຂົ້າ​ຮ່ວມ ​ຂອງທ່ານ ນ. ແສງຕາ ແກ້ວອິນດາປິງ ຫົວໜ້າ​ກົມ​ສັງ​ລວມ ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ, ພ້ອມດ້ວຍຄະນະຮັບຜິດ ຊອບຊຸດຝຶດອົບຮົມ ແລະ ມີ​ນັກ​ສໍາ​ມະ​ນາກ​ອນ ເຂົ້າ​ຮ່ວມ​ທັງ​ໝົດ 57 ສະຫາຍ, ຍິງ 14 ສະຫາຍ.

ການຈັດຕັ້ງ​ຝຶກ​ອົບຮົມ​ໃນ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ເຮັດໃຫ້​ຜູ້​ເຂົ້າ​ຮ່ວມ​ຝຶກ​ອົບຮົມ ມີ​ຄວາມ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ ບັນຫາ​ພື້ນຖານ​ກ່ຽວກັບວຽກ​ງານ​ຫາງ​ສຽງ​ສັງຄົມ, ວິທີ​ການ​ເກັບ​ກໍາ ແລະ ການ​ນໍາ​ໃຊ້​ຫາງ​ສຽງ​ສັງຄົມ​ເຂົ້າ​ໃນ​ວຽກ​ງານ​ການ​ເມືອງ-​ແນວ​ຄິດ, ການ​ສ້າງຕາໜ່າງ​ເພື່ອນ​ຮ່ວມ​ງານ ​ແລະ ວຽກ​ງານ​ຄົ້ນຄວ້າ​ສັງ​ລວມ ທັງ​ໝົດ​ນີ້​ກໍ​ເພື່ອ​ຍົກ​ສູງ​ຄວາມຮັບ​ຮູ້-ເຂົ້າໃຈຢ່າງເລິກເຊິ່ງ, ຮັບຮູ້ພາລະບົດບາດ ແລະ ຄວາມສໍາຄັນ ​ຕໍ່​ກັບ​ບັນດາ​ບັນຫາ​ດັ່ງກ່າວ ​ເພື່ອເຮັດໃຫ້​ນັກ​ສໍາ​ມະ​ນາກ​ອນສາມາດ​ນໍາໄປຈັດຕັ້ງປະຕິບັດເຂົ້າໃນວຽກງານວິຊາສະເພາະຂອງຕົນ ແລະ ສາມາດ​​​ເປັນ​ເສນາ​ທິການ​ໃຫ້​ແກ່​ຄະນະ​ພັກ, ຄະນະ​ນໍາ ​ໃນ​ການສະຫຼຸບ​ສັງ​ລວມບັນດາ​ບັນຫາຕ່າງໆ ​ເຊັ່ນ: ດ້ານດີທີ່ຄວນສົ່ງເສີມ ແລະ ດ້ານຫຍໍ້ທໍ້ທີ່ຄວນປັບປຸງແກ້ໄຂ ເພື່ອສະເໜີໃຫ້​ຂັ້ນ​ເທິງ​ຊອກ​ຫາ​ວິທີ​ການ​ແກ້​ໄຂໃຫ້​ຖຶກຕ້ອງ ​ແລະ ທັນ​ການ.

ໃນພິທີປິດຊຸດຝຶກອົບຮົມ ໄດ້ຮັບຟັງການໂອ້ລົມ ຂອງທ່ານ ບຸນທະວີ ດວງລາສີ ຮອງ ເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນ ຂອງວຽກງານສັງ ລວມ-ຫາງສຽງສັງຄົມ ເຊິ່ງເປັນວຽກໜຶ່ງທີ່ຈໍາເປັນ ແລະ ມີຄວາມສໍາຄັນໃນການນໍາພາ-ຊີ້ນໍາຂອງພັກ ແລະ ການຄຸ້ມຄອງ-ບໍລິຫານຂອງລັດ ພ້ອມນັ້ນ, ຍັງໄດ້ເນັ້ນໃຫ້ຄະນະພັກຂອງບັນດາຫ້ອງການ, ກົມກອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຍົກສູງຄວາມຮັບຜິດຊອບໃນການຕິດຕາມບັນດາການເຄື່ອນໄຫວ ແລະ ສະພາບແນວຄິດ-ຫາງສຽງສັງຄົມຂອງພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ທີ່ມີຕໍ່ການເຄື່ອນໄຫວວຽກງານດ້ານຕ່າງໆໃນແຕ່ລະຂົງເຂດ ໃນຄວາມຮັບຜິດຊອບຂອງຕົນ ພ້ອມທັງເປັນເຈົ້າການວິເຄາະ, ວິໄຈບັນຫາທີ່ເກີດຂຶ້ນໃຫ້ລະອຽດ, ຈະແຈ້ງ, ຖືກຕ້ອງຊັດເຈນ ແລະ ຊອກຫາວິທີການແກ້ໄຂໃຫ້ຖືກຕ້ອງ ແລະ ທັນການ.