ສະມາຊິກຊາວໜຸ່ມ ກົມຂໍ້ມູນຂ່າວສານ, ຄະນະໂຄສະນາອົບຮົມສູນກາງພັກ ມອບປຶ້ມ“ຕາມຮອຍເສັ້ນທາງປະຫວັດສາດສືບສານມູນເຊື້ອບົນເສັ້ນທາງໂຮ່ຈີມິນໃນແຜ່ນດິນລາວ”ໃຫ້ແກ່ອະດີດອາຈານຢູ່ສສ ຫວຽດນາມ.

ສະມາຊິກຊາວໜຸ່ມ ກົມຂໍ້ມູນຂ່າວສານ, ຄະນະໂຄສະນາອົບຮົມສູນກາງພັກ ມອບປຶ້ມ“ຕາມຮອຍເສັ້ນທາງປະຫວັດສາດສືບສານມູນເຊື້ອບົນເສັ້ນທາງໂຮ່ຈີມິນໃນແຜ່ນດິນລາວໃຫ້ແກ່ອະດີດອາຈານຢູ່ສສ ຫວຽດນາມ.

ໃນວັນທີ 06 ສິງຫາ 2022 ທ. ຄອນສະຫວັນ ເນົາວະລັງສີ ສະມາຊິກຊາວໜຸ່ມ ກົມຂໍ້ມູນຂ່າວສານ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຕາງໜ້າມອບປຶ້ມ “ຕາມຮອຍເສັ້ນທາງປະຫວັດສາດສືບສານມູນເຊື້ອບົນເສັ້ນທາງໂຮ່ຈີມິນໃນແຜ່ນດິນລາວ”ຈໍານວນ 02 ຫົວ ໃຫ້ແກ່ ທ່ານ ວູ ຕວກ ແອັງ VU TUAN ANH ອະດິດອາຈານສອນຢູ່ຄະນະຝຶກອົບຮົມພົວພັນການຕ່າງປະເທດ, ມະຫາວິທະຍາໄລອຸດສາຫະກຳຮ່າໂນ້ຍ ສສ ຫວຽດນາມ, ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ສ ປປລາວ.

ປື້ມເຫຼັ້ມດັ່ງກ່າວໄດ້ພິມເປັນພາສາຫວຽດນາມເຊິ່ງເປັນປື້ມທີ່ມີເນື້ອໃນທີ່ສື່ໃຫ້ຄົນຮຸ່ນໜຸ່ມໄດ້ເຂົ້າໃຈແຈ້ງກ່ຽວກັບປະຫັວດສາດ ແລະ ການຄົ້ນຄວ້າສຶກສາຮຽນຮູ້ ກ່ຽວກັບເສັ້ນທາງຍຸດທະສາດໂຮ່ຈີມິນ ທີ່ຍາວຢຽດຕັ້ງແຕ່ພາກກາງລົງຮອດພາກໃຕ້ສຸດຂອງ ສ ປປລາວ. ການຮ່ວມທຸກຮ່ວມສຸກກັນລະຫວ່າງລາວ-ຫວຽດນາມໃນການຕໍ່ສູ້ໃນເມື່ອກ່ອນທີ່ເຕັມໄປດ້ວຍການເສຍສະຫຼະເລືອດເນື້ອ ແລະ ເຫື່ອແຮງເພື່ອໄຊຊະນະ ແລະ ອຸດົມການຂອງການປະຕິວັດທັງສອງປະເທດ; ການພົວພັນຮ່ວມມືແບບພິເສດລະຫວ່າງສອງຊາດລາວ ແລະ ຫວຽດນາມອ້າຍນ້ອງທີ່ໄດ້ຜ່ານການທົດສອບ ແລະ ຫຼໍ່ຫຼອມໃນແປວໄຟຂອງສົງຄາມອັນດຸເດືອດທີ່ສຸດ ແລະ ເຕັມໄປດ້ວຍການເສຍສະຫຼະອັນໃຫຍ່ຫຼວງບົນແຜ່ນດິນລາວ.