ໜ່ວຍພັກຫ້ອງການສະພາທິດສະດີສູນກາງພັກ ຈັດພິທີຮັບ ມະຫາຊົນກ້າວໜ້າເຂົ້າ ເປັນສະມາຊິກພັກສຳຮອງ.

                ໃນວັນທີ 12 ສິງຫາ 2022 ໜ່ວຍພັກຫ້ອງການສະພາທິດສະດີສູນກາງພັກ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າ ເປັນສະມາຊິກພັກສຳ ຮອງຈຳນວນ 1 ສະຫາຍ,  ໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ  ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານກວດກາ; ມີຜູ້ຕາງໜ້າຈາກບັນດາໜ່ວຍພັກອ້ອມຂ້າງ ຄອສພ ແລະ ພະນັກງານສະມາຊິກພັກສົມບູນ ພາຍໃນໜ່ວຍພັກເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ຄະນະຈັດຕັ້ງພິທີໄດ້ຂຶ້ນກ່າວຈຸດປະສົງ ແລະ ຜ່ານມະຕິຕົກລົງວ່າດ້ວຍການອະນຸມັດຮັບເອົາມະຫາຊົນ ຜູ້ກ້າວໜ້່າເຂົ້າເປັນສະ ມາຊິກພັກສຳຮອງ. ຫຼັງຈາກນັ້ນ ສະຫາຍ ນາງ ພອນທິບ ສີຈະເລີນ ເລຂາໜ່ວຍພັກຫ້ອງການສະພາທິດສະດີ ສູນກາງພັກ ຂື້ນກ່າວຮັບເອົາສະມາຊິກພັກສຳຮອງ ທີ່ໄດ້ຜ່ານການຮຽນສະໜັບສະໜູນ ແລະ ກົດລະບຽບຂອງພັກປະຊາຊົນປະຕິວັດລາວ ແລະ ຝຶກຝົນຫຼໍ່ຫຼອມທາງດ້ານຄຸນທາດການເມືອງຄຸນສົມບັດສິນທຳປະຕິວັດເປັນໄລຍະເວລາ 6 ເດືອນ.

            ຈາກນັ້ນ ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ,  ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານກວດກາໄດ້ໃຫ້ກຽດໂອ້ລົມຕໍ່ສະມາຊິກພັກສໍາຮອງໃໝ່ ຊຶ່ງທ່ານໄດ້ຍົກໃຫ້ເຫັນທາດແທ້, ອຸດົມການ ແລະ ມູນເຊື້ອທີ່ອົງອາດ ກ້າຫານ, ນ້ຳໃຈເສຍສະຫຼະ ຜ່ານຜ່າຄວາມຫຍຸ້ງຍາກນາໆປະການຂອງພັກປະຊາຊົນ ປະຕິວັດລາວ. ນອກນັ້ນທ່ານຍັງເນັ້ນວ່າ: ສະມາຊິກພັກ ຕ້ອງເຊີດຊູຈິດໃຈເປັນເຈົ້າການ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍ ເປັນສະມາຊິກພັກທີ່ດີຂອງພັກ ແລະ ຍົກລະດັບໃນທຸກດ້ານເປັນຕົ້ນແມ່ນ: ການຝຶກຝົນຄຸນທາດການເມືອງ, ຄຸນສົມບັດ ສິນທຳປະຕິວັດ, ຄົ້ນຄວ້າຮ່ຳຮຽນທິດສະດີມາກ-ເລນິນ, ແນວຄິດປະທານໄກສອນ, ກຳແໜ້ນແນວທາງນະໂຍບາຍ, ມະຕິ, ຄຳສັ່ງຂອງພັກ ລະບຽບກົດໝາຍຂອງລັດ, ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະ, ຮັດແໜ້ນຄວາມສາມັກຄີພາຍໃນ-ພາຍນອກ, ພົວພັນສະໜິດແໜ້ນ ແລະ ເປັນແບບຢ່າງໃຫ້ແກ່ມະຫາຊົນ, ນຳພາມະຫາຊົນຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໃຫ້ປະກົດຜົນເປັນຈິງ.

               ໃນຕອນທ້າຍພິທີ ສະມາຊິກພັກສໍາຮອງໄດ້ຂຶ້ນກ່າວຮັບຄໍາໂອ້ວາດ ຈາກຄໍາເຫັນໂອ້ລົມຂອງ ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ,  ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານກວດກາ ແລະ ໃຫ້ຄໍາປະຕິຍານຕົນເອງຕໍ່ພິທີດັ່ງກ່າວ.