ກອງປະຊຸມສະຫຼຸບການກວດສອບບົດປະພັນວັນນະຄະດີ ເພື່ອສະຫລອງປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ ປີ2022

ກອງປະຊຸມສະຫຼຸບການກວດສອບບົດປະພັນວັນນະຄະດີ

ເພື່ອສະຫລອງປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ ປີ2022

ໃນວັນທີ 12 ກັນຍາ 2022 ທີ່ວາລະສານວາລະສິນ, ກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ຈັດກອງປະຊຸມສະຫຼຸບການກວດສອບບົດປະພັນວັນນະຄະດີ ເພື່ອສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ພາຍໃຕ້ການເປັນປະທານ ທ່ານ ທອງໃບ ໂພທິສານ ປະທ່ານສະມາຄົມນັກປະພັນລາວ, ມີ ທ່ານ ຄຳວິສັນ ແກ້ວສຸວັນ ນັກຂຽນອາວຸໂສ ຈາກຄະນະໂຄສະນາອົບຮົມສູນກາງພັກ ແລະ ມີບັນດາຄະນະກຳມະການເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ກອງເລຂາລາຍງານໃຫ້ຊາບວ່າມີບົດສົ່ງເຂົ້າຮ່ວມທັງໝົດ 235 ບົດ ໃນນີ້ມີບົດບັດທຶກ 56 ບົດ, ເລື່ອງສັ້ນ 47 ບົດ ແລະ ບົດກະວີ 132 ບົດ. ຄະນະກຳມະການຕັດສິນ ແລະ ກອງເລຂາ ໄດ້ຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງໂດຍອີງໃສ່ລະບຽບການ, ກະຕິກາການແຂ່ງຂັນທີ່ໄດ້ກຳນົດໄວ້ທຸກປະການ. ຈຸດປະສົງເພື່ອສະຫຼຸບຕີລາຄາການກວດສອບບົດປະພັນວັນນະຄະດີ, ບົດບັນທຶກການຂຽນຄືນ ດ້ວຍຮູບແບບວັນນະຄະດີ, ປະເພດບົດເລື່ອງ, ບົດກາບກອນ, ບົດກະວີ ເຊິ່ງບັນດາບົດດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ນັກຂຽນ ນັກປະພັນ ແຕ່ລະທ່ານລ້ວນແລ້ວແຕ່ສຸມປາຍປາກກາໃສ່ໃນການຂຽນບົດຂອງຕົນເອງອອກມາດີຫຼາຍ ແລະ ເຕັມໄປດ້ວຍເນື້ອໃນທີ່ສ່ອງແສງເຖີງພາບຄວາມຊົງຈຳ, ຄວາມສາມັກຄີແບບພິເສດ ລາວ-ຫວຽດນາມ ອ້າຍນ້ອງ. ບົດຂຽນ ບົດປະພັນ ທີ່ຂຽນອອກມາໃນບັ້ນແຂ່ງຂັນກວດສອບ ແລະ ເຂົ້າຮ່ວມພິມປຶ້ມຄັ້ງນີ້ ຈະເປັນການປະກອບສ່ວນໃຫຍ່ຫລວງ ເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ຢ່າງເລິກເຊິ່ງ.