ກອງປະຊຸມສຳມະນາວິທະຍາສາດພາຍໃຕ້ຫົວຂໍ້:”ທິດທາງການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງ ສປປລາວ ແລະ ບົດຮຽນຂອງ ສປຈີນ”

                ໃນຕອນເຊົ້າ ຂອງວັນທີ 12 ກັນຍາ 2022, ເວລາ 8:30ໂມງ ທີ່ຫ້ອງປະຊຸມໃຫຍ່ຂອງ ສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດພາຍໃຕ້ຫົວຂໍ້”ທິດທາງການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງ ສປປລາວ ແລະ ບົດຮຽນຂອງ ສປຈີນ”, ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,ປະທານສະພາທິດສະດີສູນກາງພັກ; ເປັນກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງນາຍຍົກລັດຖະມົນຕີ, ທີ່ປຶກສາສະພາທິດສະດີສູນກາງພັກ, ມີບັນດາຄະນະປະຈຳ ແລະ ສະມາຊິກສະພາທິດສະດີສູນກາງພັກ, ມີບັນດາທ່ານຈາກຂະແໜງເສດຖະກິດ ຂອງລັດຖະບານ,  ມີບັນດາທ່ານຊ່ຽວຊານລາວ ທີ່ຖືກແຕ່ງຕັ້ງຕາມຂໍ້ຕົກລົງ ເລກທີ 42/ນຍ ເພື່ອເຮັດວຽກກັບຄະນະຊ່ຽວຊານຈີນ ແລະ ມີນັກຄົ້ນຄວ້າ ແລະ ແຂກຖືກເຊີນຈຳນວນໜື່ງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການສະເໜີບົດຄົ້ນຄວ້າກ່ຽວກັບ ສະພາບການພົ້ນເດັ່ນທາງດ້ານເສດຖະກິດຂອງ ສປປລາວ ໃນປັດຈຸບັນ ແລະ ການສະເໜີບົດຮຽນຂອງ ສປ ຈີນ ກ່ຽວກັບການແກ້ໄຂບັນຫາທາງດ້ານເສດຖະກິດ ເຊີ່ງບັນຫາເສດຖະກິດຂອງລາວໃນປັດຈຸບັນ ມີອັນໃກ້ຄຽງກັບສະພາບເສດຖະກິດຂອງ ສປ ຈີນ ໃນຊຸມປີ 80 ຂອງສະຕະວັດທີ່ຜ່ານມາ, ພ້ອມກັນນັ້ນ, ບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ຜັດປ່ຽນກັນປະກອບຄຳເຫັນເພື່ອແລກປ່ຽນບົດຮຽນທາງດ້ານວິຊາການ ແລະ ພ້ອມກັນຄົ້້ນຄວ້າຊອກຫາທິດທາງ ແລະ ມາດຕະການທີ່ເໝາະສົມ ເພື່ອແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງ  ສປປລາວ ໃນປັດຈຸບັນ.

ຫຼັງຈາກນັ້ນປະທານກອງປະຊຸມ ໄດ້ມີຄຳເຫັນສະຫຼຸບ ແລະ ຈະນຳເອົາຂໍ້ສະເໜີແນະຈາກກອງປະຊຸມ ສະເໜີຕໍ່ຂັ້ນເທິງ ເພື່ອມີທິດຊີ້ນຳໃນການແກ້ໄຂບັນຫາຕ່າງໆໃຫ້ທັນເວລາ ໂດຍສະເພາະບັນຫາ:

– ການເພີ່ມຄວາມເປັນເຈົ້າຕົນເອງຊຸກຍູ້ການຜະລິດທຸລະກິດ ແລະ ການບໍລິການ ໃຫ້ແຂງແຮງ.

– ການເຂັ້ມງວດກວດຂັນໃນການກຳນົດນະໂຍບາຍ ເງິນຕາຕ່າງປະເທດ ແລະ ການຮັກສາວິໄນການເງິນໃຫ້ເຂັ້ມງວດ.

– ຕັ້ງໜ້າຄວບຄຸມອັດຕາເງິນເຟີ້, ເພີ່ມທະວີການຊຸກຍູ້ລາຍຮັບ ແລະ ຄຸ້ມຄອງເງິນຕາໃຫ້ຄ່ອງຕົວ, ຕັ້ງໜ້າປະຕິບັດນະໂຍບາຍເງິນຕາແຫ່ງຊາດ ໂດຍສະເພາະນະໂຍບາຍເສດຖະກິດການເງິນ.

– ເອົາໃຈໃສ່ຄຸ້ມຄອງສິນຄ້າທີ່ຈຳເປັນ ເພື່ອບໍ່ໃຫ້ຄ່າຄອງຊີບຖີບຕົວສູງຂື້ນແຮງ, ສະໜອງນ້ຳມັນເຊື້ອໄຟ ເພື່ອບໍ່ໃຫ້ກະທົບຕໍ່ການຜະລິດ ແລະ ການບໍລິການ, ຈັດຕັ້ງຜັນຂະຫຍາຍໂຄງການຄ້ຳປະກັນສະບຽງອາຫານຢ່າງເປັນຮູບປະທຳ.

ໃນໂອກາດນີ້, ສະຫາຍ ປອ ຄຳພັນ ເຜີຍຍະວົງ ໄດ້ຕີລາຄາສູງຕໍ່ກອງປະຊຸມດັ່ງກ່າວ ໂດຍຍົກໃຫ້ເຫັນສະພາບການຂອງໂລກ ແລະ ພາກພື້ນຍັງສືບຕໍ່ຜັນແປຢ່າງສັບສົນ, ມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກສະຫຼັບສັບຊ້ອນ ແລະ ມີການຫັນປ່ຽນຢ່າງໄວວາ, ຈາກບັນຫາເສດຖະກິດ, ການເມືອງ, ເຕັກໂນໂລຊີ ຫຼືຄວາມບໍ່ສະຫງົບໃນບາງຂົງເຂດ ຫຼືພາກພື້ນ ອັນໄດ້ສ້າງໃຫ້ມີຫຼາຍກະແສແນວຄິດເກີດຂື້ນ ແລະ ເກີດວິການທາງດ້ານເສດຖະກິດ. ທັງໝົດສີ່ງເຫຼົ່ານັ້ນ ຮຽກຮ້ອງໃຫ້ພວກເຮົາຕ້ອງປະຕິບັດຕາມຢ່າງໃກ້ສິດ ແລະ ນຳທັນສະພາບການຫັນປ່ຽນດັ່ງກ່າວ. ຍ້ອນແນວນັ້ນ, ວຽກງານຄົ້ນຄວ້າທິດສະດີ ແລະ ພຶດຕິກຳ ຂອງພວກເຮົາໃນປັດຈຸບັນ ຖືເປັນວຽກງານທີ່ທ້າທາຍ, ມີສີ່ງໃໝ່ໆຫຼາກຫຼາຍສີສັນ ແລະ ຕ້ອງໄດ້ສືບຕໍຄົ້ນຄວ້າຢ່າງມີວິທະຍາສາດ. ຕໍ່ກັບສະພາບການດັ່ງກ່າວ, ສະພາທິດສະດີສູນກາງພັກ ກໍ່ໄດ້ຮັບການຊີ້ນຳຈາກຂັ້ນເທິງ ໃຫ້ສືບຕໍ່ມີການປັບປຸງໃຫ້ເຂັ້ມແຂງ ເພື່ອຮັບປະກັນການປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນ ໃນການຊ່ວຍໃຫ້ຄຳປຶກສາ ຕໍ່ບັນຫາສຳຄັນແຫ່ງຊາດ ໃຫ້ກົມການເມືອງສູນກາງພັກ ກໍ່ຄືລັດຖະບານ ເພື່ອປະກອບສ່ວນຮັບໃຊ້ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ແຫຼ່ງຂ່າວ: ຫ້ອງການສະພາທິດສະດີສູນກາງພັກ