ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ສໍາເລັດບັ້ນແຂ່ງຂັນບັນຍາຍເອກະສານ

ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ສໍາເລັດບັ້ນແຂ່ງຂັນບັນຍາຍເອກະສານ

ເພື່ອຊຸກຍູ້ສົ່ງເສີມພະນັກງານ, ສ້າງການຫັນປ່ຽນຄຸນນະພາບດ້ານວິຊາສະເພາະ ຕາມທິດຫັນເປັນມືອາຊີບ, ໃນວັນທີ 08/07/2022 ກົມອົບຮົມໄດ້ເປີດຂະບວນການແຂ່ງຂັນວຽກງານວິຊາສະເພາະ ດ້ວຍຮູບການແຂ່ງຂັນກັນ ທົດລອງບັນຍາຍເອກະສານອົບຮົມ ຊຶ່ງມີພະນັກງານພາຍໃນກົມເຂົ້າຮ່ວມທັງໝົດ 14 ຄົນ. ໃນນັ້ນ, ມີຂັ້ນຮອງຫົວໜ້າພະແນກ 4 ຄົນ, ວິຊາການ 10 ຄົນ. ເນື້ອໃນເອກະສານມີ 2 ຫົວຂໍ້ຄື: ຍົກສູງຄວາມສາມາດນໍາພາຂອງໜ່ວຍພັກບ້ານ (ສໍາລັບພະນັກງານຂັ້ນຮອງຫົວໜ້າພະແນກ) ແລະ ການແກ້ໄຂຄວາມທຸກຍາກ ດ້ວຍການຜະລິດເປັນສິນຄ້າ (ສໍາລັບພະນັກງານວິຊາການ).

ບັ້ນແຂ່ງຂັນເທື່ອນີ້ ໄດ້ດໍາເນີນໄປເປັນເວລາ 2 ເດືອນ, ຜ່ານການຈັດຕັ້ງປະຕິບັດຕົວຈິງ ຄະນະກໍາມະການໄດ້ລວບລວມຄະແນນຈາກການໃຫ້ຄະແນນແບບປິດລັບ ຂອງພະນັກງານທີ່ເຂົ້າຮ່ວມຟັງການບັນ ຍາຍເອກະສານຂອງແຕ່ລະຄົນ, ພະນັກງານຂັ້ນຮອງຫົວໜ້າພະແນກ ປະເພດ I ໄດ້ແກ່: ທ້າວ ພູໄຊ ບຸນມີຈິດ; ປະເພດ II ໄດ້ແກ່: ນາງສຸກສະຫວັນ ວົງຫາຈັກ, ພະນັກງານວິຊາການ ປະເພດ I ໄດ້ແກ່: ທ້າວ ຈ໋າຍໜໍ່ ພົມປັນຍາ ແລະ ທ້າວສິດທິຊາດ ພູມສະຫວັນ; ປະເພດ II ໄດ້ແກ່: ທ້າວ ສີວອນ ຈັນສຸລີ ແລະ ທ້າວ ທອງໄຊ ຈັນທະຄໍາ; ປະເພດ III ໄດ້ແກ່: ທ້າວ ໃຈແກ້ວ ສີບຸນເຮືອງ. ເພື່ອເປັນການປຸກລະດົມຈິດ ໃຈຂອງພະນັກງານຜ່ານຜ່າຂໍ້ຫຍຸ້ງຍາກ, ສູ້ຊົນປັບປຸງ ແລະ ຍົກສູງຄຸນນະພາບໃນການບັນຍາຍເອກະສານອົບຮົມ  ໃນຕອນເຊົ້າ ວັນທີ 12/09/2022 ກົມອົບຮົມໄດ້ເປີດກອງປະຊຸມ ສະຫຼຸບຂະບວນການແຂ່ງຂັນເທື່ອນີ້ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄໍາເຄນ ຈັນທະວົງ ຫົວໜ້າກົມອົບຮົມ ໃນກອງປະຊຸມນອກຈາກໄດ້ສະຫຼຸບຕີລາຄາດ້ານດີ, ດ້ານອ່ອນ, ສິ່ງທີ່ຄວນເອົາໃຈໃສ່ປັບປຸງໃນການບັນຍາຍເອກະສານອົບຮົມແລ້ວ ຍັງໄດ້ມອບລາງວັນໃຫ້ແກ່ຜູ້ທີ່ໄດ້ປະເພດ I: 200.000 ກີບ, ປະເພດ II: 150.000 ກີບ, ປະເພດ III: 100.000 ກີບ ຊຶ່ງເງິນລາງວັນດັ່ງກ່າວໄດ້ບິແບ່ງມາຈາກກອງທຶນພັດທະນາກົມ.

ຜົນສໍາເລັດໃນບັ້ນແຂ່ງຂັນເທື່ອນີ້ ນອກຈາກເປັນການປະເມີນຄວາມສາມາດ, ພອນສະຫວັນ, ພອນສະແຫວງຂອງພະນັກງານແຕ່ລະຄົນແລ້ວ ຍັງເຫັນເຖິງຄວາມມານະອົດທົນ, ບຸກບືນຫ້າວຫັນໃນການພັດທະນາຕົນເອງຂອງພະນັກງານແຕ່ລະຄົນ ແລະ ຈາກຄວາມເຫັນທີ່ໃຫ້ການສະໜັບສະໜູນຂອງພະ ນັກງານໃນກົມອົບຮົມທັງໝົດ ໃນຕົ້ນປີ 2023 ກົມອົບຮົມຈະເປີດບັ້ນແຂ່ງຂັນກັນຂຽນເອກະສານອົບຮົມຕື່ມອີກ.

ໂດຍ: ໃຈແກ້ວ ສີບຸນເຮືອງ