ກອງປະຊຸມສຳມະນາວິທະຍາສາດຫົວຂໍ້  “ສ້າງເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ຢູ່ປະເທດເຮົາ”

ກອງປະຊຸມສຳມະນາວິທະຍາສາດຫົວຂໍ້

 “ສ້າງເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ຢູ່ປະເທດເຮົາ”

    ໃນວັນທີ 03 ພະຈິກ 2022 ທີ່ຫ້ອງປະຊຸມສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດຫົວຂໍ້ “ສ້າງເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ຢູ່ປະເທດເຮົາ”ໃຫ້ກຽດເປັນປະທານໂດຍ ທ່ານ ປອ ສອນທະນູ ທຳມະວົງ ກໍາມະການສູນກາງພັກ, ຫົວໜ້າສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ, ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າຄະນະ, ຜູ້ປະຈຳການຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ທີ່ປຶກສາສະພາທິດສະດີສູນກາງພັກ  ນອກຈາກນີ້, ຍັງມີບັນດາທ່ານຄະນະປະຈຳ, ສະມາຊິກສະພາທິດສະດີສູນກາງພັກ, ຄະນະກຳມະການ, ບັນ​ດາ​ນັກວິທະຍາສາດ, ບັນດາທ່ານ ໃນຫ້ອງການສະພາທິດສະດີສູນກາງພັກ ແລະ ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ເຂົ້າຮ່ວມ.

ໃນກອງປະຊຸມ ປະທານ ໄດ້ມີຄຳເຫັນກ່າວເປີດກອງປະຊຸມສຳມະນາວິທະຍາສາດຫົວຂໍ້ ສ້າງເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ຢູ່ປະເທດເຮົາ ເຊິ່ງເປັນໜຶ່ງໃນ 9 ຫົວຂໍ້ລະດັບຊາດ ທີ່ຄະນະເລຂາທິການສູນກາງພັກ ໄດ້ມອບໝາຍໃຫ້ສະພາທິດສະດີສູນກາງພັກຄົ້ນຄວ້າ; ກອງປະຊຸມສໍາມະນາໃນຄັ້ງນີ້ ໄດ້ຈັດຂຶ້ນໃນຂະນະທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ພວມຕັ້ງໜ້າເຂົ້າຮ່ວມຂະບວນການສະເຫຼີມສະຫຼອງ ວັນສຳຄັນຕ່າງໆ ຂອງພັກ ແລະ ຂອງຊາດ  ແລະ ພວມຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ.

ຕະຫຼອດໄລຍະແຫ່ງການເຕີບໃຫຍ່ ແລະຂະຫຍາຍຕົວຂອງພັກເຮົາ, ພັກເຮົາຍາມໃດກໍເອົາໃຈໃສ່ວຽກງານຄົ້ນຄວ້າທິດສະດີ ແລະສະຫຼຸບພຶດຕິກຳ, ແນວທາງຂອງພັກ ລ້ວນແຕ່ເລີ່ມຈາກພຶດຕິກຳ, ເອົາພຶດຕິກຳເປັນໄມ້ຫຼາວັດແທກທົດສອບທິດສະດີ ເພື່ອເຮັດໃຫ້ທິດສະດີເຍືອງທາງໃຫ້ ແກ່ການປະຕິວັດເຮົາກ້າວໄປສູ້ໄຊຊະນະ.

ໃນຂົງເຂດເສດຖະກິດ, ຜ່ານການຄົ້ນຄວ້າທິດສະດີ, ສະຫຼຸບພຶດຕິກຳແຫ່ງການນຳພາ ຈີນຕະນາການທາງດ້ານເສດຖະກິດຂອງພັກເຮົາ ນັບມື້ນັບຄົບຖ້ວນ ແລະ ສົມບູນຂຶ້ນ. ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ: ໄດ້ສືບຕໍ່ວາງຍຸດທະສາດໃນການພັດທະນາເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ ທີ່ມີຫຼາຍພາກສ່ວນເສດຖະກິດ, ຫຼາຍຮູບແບບກຳມະສິດ, ຫຼາຍຮູບການແຈກຢາຍ ແລະ ຫຼາຍຮູບການຈັດຕັ້ງການຜະລິດທີ່ສະເໝີພາບ, ຮ່ວມມືກັນ, ແຂ່ງຂັນກັນ ຢ່າງໂປ່ງໃສ, ຕາມກົດໝາຍ, ໃນນັ້ນ ເສດຖະກິດລັດ ແລະ ເສດຖະກິດຮ່ວມມືຂອງປະຊາຊົນ ນັບມມີບົດບາດ ສຳຄັນຮ່ວມກັບພາກສ່ວນເສດຖະກິດອື່ນໆ ເພື່ອພັດທະນາປະເທດຊາດໃຫ້ຈະເລີນວັດທະນາ. ເຊິ່ງທັດທັດສະນະ, ແນວທາງການພັດທະນາເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມຂອງພັກ ໄດ້ຖືກຫັນເປັນລັດຖະທຳມະນູນ, ກົດໝາຍ, ລະບຽບການຕ່າງໆ ແລະໄດ້ຮັບການຈັດຕັ້ງປະຕິບັດຢ່າງກວ້າງຂວາງ, ນຳມາເຊິ່ງໝາກຜົນອັນໃຫຍ່ຫຼວງ ໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ.

ຫຼັງຈາກນັ້ນ ທ່ານ ປອ.ດາວສະຫວັນ ເຄືອມີໄຊ ໄດ້ຂຶ້ນຜ່ານບົດລາຍງານການດໍາເນີນໂຄງການ ແລະ ເນື້ອໃນໂດຍຫຍໍ້ກ່ຽວກັບ “ການສ້າງເສດຖະກິດຕະຫລາດຕາມທິດສັງຄົມນິຍົມ ຢູ່ ສປປ ລາວ. ແນ່ໃສ່ເພື່ອໃຫ້ນັກວິທະຍາສາດຜູ້ສັງເກດຕີລາຄາບົດ ຫຼື ນັກສໍາມະນາກອນ, ບັນດາຄະນະປະຈໍາສະພາທິດສະດີສູນກາງພັກ, ຜູ້ແທນເຂົ້າຮ່ວມກອງປະຊຸມ ປະກອບຄໍາເຫັນໃສ່ໂຄງການດັ່ງກ່າວຢ່າງກົງໄປກົງມາ ແລະ ຢັ້ງຢືນໃຫ້ເຫັນເຖິງທິດສະດີ ແລະພຶດຕິກໍາທີ່ກ່ຽວຂ້ອງ ພ້ອມທັງສະເໜີຂໍ້ຊີ້ແນະຫຼາຍດ້ານໃນການປັບປຸງບັນດາເນື້ອໃນຂອງບົດໃຫ້ສົມບູນຍິ່ງຂຶ້ນ.

ເຖິງຢ່າງໃດກໍຕາມ ຜ່ານຂະບວນວິວັດແຫ່ງການ ພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ທີ່ພວກເຮົາກຳລັງດຳເນີນຢູ່ໃນປັດຈຸບັນນີ້ກໍ ຍັງມີຫຼາຍບັນຫາຕັ້ງຂຶ້ນທີ່ຕ້ອງໄດ້ສືບຕໍ່ຄົ້ນ ຄວ້າຫາທາງອອກ ເປັນຕົ້ນ:  ຄຸນນະພາບການເຕີບໂຕ ຍັງບອບບາງ, ຍັງບໍ່ທັນຍຶນຍົງ ຕາມທິດວາງອອກ ເປັນຕົ້ນແມ່ນ: ການຂາດດຸນງົບປະມານຂອງລັດ, ບັນຫາໜີ້ສິນ, ຄວາມຫຍຸ້ງຍາກທາງດ້ານພາກລາຍຈ່າຍ ຂອງລັດ; ພື້ນຖານໂຄງລ່າງຂາດຄວາມເປັນລະບົບຄົບຊຸດ; ບັນດາພາກສ່ວນເສດຖະກິດບໍ່ທັນເສີມຂະຫຍາຍບົດບາດຕັ້ງໜ້າຂອງຕົນ; ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ຍັງບໍ່ທັນໄດ້ຕາມແຜນການ, ໄລຍະຫ່າງລະຫວ່າງຂົ້ວຮັ່ງ-ຂົ້ວທຸກ ນັບມື້ນັບຫ່າງອອກຈາກກັນ, ຄູນນະພາບການສຶກສາ, ການເບິ່ງແຍງສຸຂະພາບ ແລະ ການບໍລິການອື່ນໆ ຍັງມີຂໍ້ຈຳກັດບໍ່ໜ້ອຍ; ວັດທະນະທຳ, ຄຸນສົມບັດສັງຄົມ ເຊື່ອມຖອຍ; ບັນຫາອາດຊະຍາກຳ, ຢາເສບຕິດ ຍັງສັບສົນ;  ລະດັບການພັດທະນາຂອງປະເພດຕະຫຼາດຕ່າງໆຍັງຕໍ່າ, ເຄື່ອນໄຫວຍັງບໍ່ທັນຄົບຊຸດ ແລະ ທະລຸໂລ່ງ, ໃນນັ້ນ ຕະຫຼາດແຮງງານຍັງບໍ່ທັນມີໂຄງປະກອບທີ່ເໝາະສົມ; ຕະຫຼາດການເງິນ-ເງິນຕາ ແລະ ຕະຫຼາດອະສັງຫາລິມະຊັບ ຍັງເຕັມໄປດ້ວຍຄວາມສ່ຽງ; ຕະຫຼາດວິທະຍາສາດ – ເຕັກໂນໂລຢີ່ ພັດທະນາຊ້າ;  ປະສິທິິພາບການເຊື່ອມໂຍງສາກົນບໍ່ທັນສູງ; ທັງໝົດນັ້ນ ສ່ອງແສງໃຫ້ເຫັນເຖິງບັນຫາຮີບດ່ວນ ຮຽກຮ້ອງໃຫ້ມີການຄົ້ນຄວ້າຢ່າງເລິກເຊິ່ງ, ເຖິງຖອງ, ຮອບດ້ານ ເພື່ອຊອກຫາຄຳຕອບໃນແງ່ທິດສະດີ ແລະພຶດຕິກຳ ໃນການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມຢູ່ປະເທດເຮົາ.

ຕອນທ້າຍກອງປະຊຸມ ປະທານໄດ້ມີຄຳເຫັນໂອ້ລົມວ່າ: ກອງປະຊຸມຄັ້ງນີ້ ຕາງໜ້ານັກວິທະຍາສາດ ໄດ້ນຳສະເໜີຜົນ ຂອງການຄົ້ນຄວ້າ ດ້ວຍວິທີວິທະຍາທີ່ສອດຄ່ອງ ເຊິ່ງສາມາດຍົກໃຫ້ເຫັນກົກເຄົ້າ, ທາດແທ້ຂອງເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ແລະໄຈ້ແຍກບັນດາເນື້ອໃນພື້ນຖານທີ່ປະກອບເປັນຄຸນລັກສະນະຂອງເສດຖະກິດຕະຫຼາດ, ຍົກໃຫ້ເປັນການຈັດຕັ້ງປະຕິບັດຂອງບັນດາຕະຫຼາດປະເພດຕ່າງໆໄດ້ ຢ່າງອຸດົມສົມບູນ, ເລິກເຊິ່ງ, ແທດເຖິງ, ຮອບດ້ານ, ພ້ອມທັງຊີ້ໃຫ້ເຫັນຄຸນຄ່າຍຸກສະໄໝ ບົດຮຽນຂອງຫຼາຍປະເທດເພື່ອພວກເຮົາສາມາດສົມທຽບກັນໄດ້. ກອງປະຊຸມສຳມະນາວິທະ ຍາສາດໃນຄັ້ງນີ້ ສາມາດຮັບປະກັນໄດ້ທັງລັກສະນະ ວິທະຍາສາດ ແລະຖືກຕ້ອງຕາມຄວາມເປັນຈິງ ແລະ ນຳເອົາເນື້ອໃນຈິດໃຈກອງປະຊຸມສຳມະນາໃນຄັ້ງນີ້ ໄປຄົ້ນຄວ້າ ແລະ ໝູນໃຊ້ ເຂົ້າໃນການສຶກສາອົບຮົມໃຫ້ພະນັກງານ, ລັດຖະກອນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ, ຫົວໜ່ວຍທຸລະກິດຕ່າງໆ ຢ່າງມີປະສິດທິຜົນ.