ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດກອງປະຊຸມ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ຂອງ ຄອສພ.

ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດກອງປະຊຸມ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ຂອງ ຄອສພ.

          ໃນວັນທີ 29-30 ທັນວາ 2022 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດກອງປະຊຸມ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ຂອງ ຄອສພ ໃຫ້ກຽດເປັນປະທານກອງປະຊຸມໂດຍ ທ່ານ ປອ. ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ເຂົ້້າຮ່ວມມີ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຕາງໜ້າຄະນະຈັດຕ້ັງສູນກາງພັກ, ມີບັນດາຄະນະພັກ ເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ພະນັກງານພາຍໃນ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.

   ໃນກອງປະຊຸມ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຜ່ານມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງແຜນກຳນົດພະນັກງານນຳພາຄຸ້ມຄອງ ເລກທີ 032/ກມສພ ລົງວັນທີ 03 ມັງກອນ 2018. ແລະ ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍມາດຕະຖານຂອງ ພະນັກງານນໍາພາ-ຄູ້ມຄອງ ເລກທີ030/ກມສພລົງວັນທີ 03 ມັງກອນ 2018.

     ຫຼັງຈາກນັ້ນ ທ່ານ ທອງຈັນ ໂຂງພູມຄຳ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກົມການເມືອງ ສະບັບເລກທີ 292/ຄຈສພ, ລົງວັນທີ 26ເມສາ 2018. ແລະ ໄດ້ອະທິບາຍຊີ້ແຈງກຽ່ວກັບວິທີການ ແລະ ຂັ້ນຕອນໃນການທາບທາມ ເຊີ່ງການທາບທາມໄດ້ເຮັດເປັນ 3 ຮອບ.

        ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ໃນຄັ້ງນີ້ແມ່ນໄດ້ດໍາເນີນໄປຕາມລະບຽບການ, ຂັ້ນຕອນ, ວິທີການຢ່າງເຂັ້ມງວດ, ຮັບປະກັນຄວາມໂປ່ງໃສ່, ເປີດເຜີຍ, ຖືກຕ້ອງຕາມລະບຽບການ ທີ່ໄດ້ກໍານົດໄວ້, ເພື່ອເຮັດໃຫ້ການສ້າງແຜນກຳນົດພະນັກງານນໍາພາ-ຄູ້ມຄອງ ຂັ້ນສູນກາງຄຸ້ມຄອງຂອງ ຄອສພ ຮັບປະກັນລັກສະນະສືບທອດປ່ຽນແທນຕໍ່ເນື່ອງໃນສະເພາະໜ້າ ແລະ ຍາວນານ , ເລືອກໄດ້ພະນັກງານທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮູ້ ຄວາມສາມາດ, ມີທັດສະນະຫຼັກໝັ້ນໜັກແໜ້ນ, ເປັນແບບຢ່າງທີ່ດີ ໃຫ້ແກ່ມະຫາຊົນເພື່ອກາຍເປັນພະນັກງານສືບທອດປຽ່ນແທນທີ່ມີຄຸນະພາບສູງ.