ຫົວໜ້າ ຄອສພ ຕ້ອນຮັບ ແລະ ພົບປະກັບ ຫົວໜ້າໂຄສະນາສຶກສາສູນກາງພັກ ກອມມູນິດຫວຽດນາມ

ຫົວໜ້າ ຄອສພ ຕ້ອນຮັບ ແລະ ພົບປະກັບ ຫົວໜ້າໂຄສະນາສຶກສາສູນກາງພັກ ກອມມູນິດຫວຽດນາມ

ໃນຕອນບ່າຍ ວັນທີ 7 ທັນວາ 2022 ທີ່ຄະນະໂຄສະນາອົບຮົມສູນກາງພັກ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າ ຄອສພ ພ້ອມດ້ວຍຄະນະໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ຫງວຽນ ຈອງເຫງຍ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມູນິດຫວຽດນາມ ພ້ອມດ້ວຍຄະນະ.

ເພື່ອສືບຕໍ່ຜັນຂະຫຍາຍສັນຍາການຮ່ວມມື 2 ຝ່າຍ ໄລຍະ 2022-2026 ເຂົ້າສູ່ຕົວຈິງ, ຕິດພັນກັບການເຄື່ອນໄຫວກິດຈະກຳ ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ແລະ ຮັດແໜ້ນຄວາມສາມັກຄີເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ລາວ-ຫຽດນາມ ໃຫ້ມີການພັດທະນາ ແລະ ກ້າວໜ້າຢ່າງບໍ່ຢຸດຢັ້ງ; ສອງຝ່າຍໄດ້ທົບທວນຄືນການພົວພັນຮ່ວມມືນັບແຕ່ເດືອນເມສາ 2022 ຜ່ານມາ, ເຊິ່ງຄະນະໂຄສະນາອົບຮົມສູນກາງພັກ ປປ ລາວ ແລະ ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫຽດນາມ ໄດ້ຜັນຂະຫຍາຍສັນຍາການຮ່ວມມື 2 ຝ່າຍ ໄລຍະ 2022-2026 ເຂົ້າສູ່ວຽກຕົວຈິງ, ຕິດພັນກັບການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ເປັນປົກກະຕິຕໍ່ເນື່ອງ, ອັນພົ້ນເດັ່ນ ສອງຝ່າຍໄດ້ສົ່ງສານອວຍພອນເຊິ່ງກັນ ແລະ ກັນ ເນື່ອງໃນໂອກາດວັນສຳຄັນ ຂອງພັກ, ຂອງຊາດ, ໄດ້ສົ່ງພະນັກງານໂຄສະນາອົບຮົມ ຂອງລາວ ຈຳນວນ 15 ສະຫາຍ ໄປຝຶກອົບຮົມວຽກງານໂຄສະນາ 2 ເດືອນ ຢູ່ ສສ ຫວຽດນາມ, ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອຄອມພິວເຕີຈຳນວນໜຶ່ງ, ນອກຈາກນັ້ນ ກໍຍັງໄດ້ປຸກລະດົມວັດຖຸ-ອຸປະກອນຈໍານວນໜຶ່ງ ຈາກຫົວໜ່ວຍວິສາຫະກິດ ຂອງຫວຽດນາມ ທີ່ດຳເນີນທຸລະກິດ ຢູ່ລາວ ແລະ ຢູ່ຫວຽດນາມ ເພື່ອຊ່ວຍເຫຼືອ ຄະນະໂຄສະນາອົບຮົມສູນກາງພັກ; ພ້ອມນັ້ນ ສອງຄະນະໂຄສະນາອົບຮົມ ກໍໄດ້ມີປະສານສົມທົບກັນ ເພື່ອສະເໜີ ຂໍການຍ້ອງຍໍປະເພດຕ່າງໆ ໃຫ້ກົມກອງ ແລະ ບຸກຄົນທີ່ມີຜົນງານປະກອບສ່ວນເຂົ້າຮ່ວມກິດຈະກຳສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ກໍຄືການປະກອບສ່ວນເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ, ປະຊາຊົນສອງຊາດ ແລະ ສອງຄະນະໂຄສະນາອົບຮົມໃນໄລຍະຜ່ານມາ.

ໃນໂອກາດດັ່ງກ່າວ ສະຫາຍ ຫງວຽນ ຈ້ອງເຫງຍ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັບອົບອຸ່ນ, ພ້ອມນັ້ນ ກໍຢືນຢັນວ່າຈະສ້າງເງື່ອນໄຂອໍານວຍ ໃຫ້ບັນດາກົມທີ່ກ່ຽວຂ້ອງ ຂອງສອງຝ່າຍໄດ້ແລກປ່ຽນຂໍ້ມູນຂ່າວສານ ເຊິ່ງກັນ ແລະ ກັນ, ເພື່ອປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ຂອງສອງພັກ ໃຫ້ມີບາດກ້າວໃໝ່.

ຫຼັງຈາກນັ້ນ ສະຫາຍ ຄຳພັນ ເຜີຍຍະວົງ ກໍໄດ້ມີຄຳເຫັນແລກປ່ຽນ ເພື່ອເສີມຂະຫຍາຍການພົວພັນຮ່ວມມື ກັບຝ່າຍຫວຽດນາມ, ພ້ອມນັ້ນ ສະຫາຍ ຍັງໄດ້ແຈ້ງແຜນການຈະໄປຢ້ຽມຢາມ ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໃນຕົ້ນອາທິດໜ້າຕື່ມອີກ.

ຂ່າວ: ວາລະສານໂຄສະນາ