ກອງປະຊຸມສຳມະນາວິທະຍາສາ​ດລະດັບຊາດ ພາຍໃຕ້ຫົວຂໍ້: “ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ໄລຍະປີ 1955-1975”

ກອງປະຊຸມສຳມະນາວິທະຍາສາ​ດລະດັບຊາດ ພາຍໃຕ້ຫົວຂໍ້: ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ໄລຍະປີ 1955-1975

    ໃນວັນທີ 08 ກຸມພາ 2023 ທີ່ ສະໂມສອນຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມກອງປະຊຸມສຳມະນາລະດັບຊາດ ພາຍໃຕ້ຫົວຂໍ້: ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ໄລຍະປີ 1955-1975 ໃຫ້ກຽດກ່າວ​ເປີດ​ແລະເປັນປະທານກອງປະຊຸມ ​ໂດຍ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,​ ປະທານສະພາທິດສະດີສູນກາງພັກ, ຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ປະທານ ໄກສອນ ພົມວິຫານ ແລະ ໃຫ້ກຽດເປັນຄະນະປະທານຮ່ວມມີ: ສະຫາຍ ສົມສະຫວາດ ເລັ່ງສະຫວັດ ອະດິດກຳມະການກົມການເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ທີ່ປຶກສາສະພາທິດສະດີສູນກາງພັກ, ທີ່ປຶກສາຄະນະຮັບຜິດຊອບການຄົ້ນຄວ້າແນວຄິດປະທານໄກສອນ ພົມວິຫານ; ສະຫາຍ ສອນທະນູ ທຳມະວົງ ກຳມະການສູນກາງພັກ, ຫົວໜ້າສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ, ຮອງຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ປະທານ ໄກສອນ ພົມວິຫານ; ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ, ຜູ້ປະຈຳການຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ. ນອກຈາກນີ້ ຍັງມີບັນດາສະຫາຍນັກວິທະຍາສາດ, ນັກຄົ້ນຄວ້າ ແລະ ພະນັກງານຫຼັກແຫຼ່ງກະຊວງ ແລະ ອົງການຕ່າງໆອ້ອມຂ້າງສູນກາງ ແລະ ຄູອາຈານຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດເຂົ້າຮ່ວມຢ່າງພ້ອມພຽງ.ໃນກອງປະຊຸມ ສະຫາຍ ພູວົງ ອຸ່ນຄຳແສນ ໄດ້ຂຶ້ນສະເໜີບົດນໍາ “ ຊີວິດ ແລະ ພາລະກິດປະຕິວັດ ຂອງ ປະທານ ໄກສອນ ພົມວິຫານ ໄລຍະ ປີ 1955-1975″ ເຊິ່ງໄດ້ຍົກໃຫ້ເຫັນ ຊີວິດ ແລະ ພາລະກິດ ຂອງປະທານ ໄກສອນ ພົມວິຫານ ໃນໄລຍະທີ່ປະເທດລາວເຮົາ ຕົກເປັນຫົວເມືອງຂຶ້ນຂອງພວກລ່າເມືອງຂຶ້ນແບບໃໝ່ທີ່ມີກຳລັງທາງດ້ານເສດຖະກິດ, ການທະຫານ, ອາວຸດ ຍຸດໂທປະກອນທີ່ທັນສະໄໝເໜືອກວ່າຫຼາຍເທົ່າ, ແຕ່ປະທານ ໄກສອນ ພົມວິຫານ ກໍໄດ້ພະຍາຍາມທຸ່ມເຫື່ອເທແຮງ, ສະຕິປັນຍານຳພາຂະບວນການປະຕິວັດດ້ວຍຫຼາຍຮູບການ, ຫຼາຍວິທີການຕໍ່ສູ້ ພ້ອມທັງສຸມໃສ່ປຸກລະດົມຂົນຂວາຍ, ເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ ຈົນສາມາດຍາດໄດ້ໄຊຊະນະຢ່າງສົມບູນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975 ເຊິ່ງເປັນການສ້າງຕັ້ງລັດ ຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອ ປະຊາຊົນຢ່າງແທ້ຈິງ.

    ນອກຈາກນັ້ນກອງປະຊຸມໄດ້ຮັບຟັງການສະເໜີ 05 ຫົວຂໍ້ຍ່ອຍຂອງບັນດານັກຄົ້ນຄວ້າຄື:

  1. ພາລະກິດສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະ ປົກປັກຮັກສາເຂດທີ່ໝັ້ນສອງແຂວງເຕົ້າໂຮມ ຫົວພັນ ແລະ ຜົ້ງສາລີ 1955-1958
  2. ຊີ້ນຳຫັນທິດຕໍ່ສູ້ໂດຍເອົາການຕໍ່ສູ້ດ້ວຍອາວຸດເປັນກົກ ສົມທົບກັບການຕໍ່ສູ້ດ້ານການເມືອງ ແລະ ກົດໝາຍໃນໄລຍະ 1959-1962
  3. ການນຳພາຕໍ່ສູ້ຕີເອົາອາວຸດສົງຄາມພິເສດ ເພີ່ມທະວີ ປີ 1963-1968
  4. ປະທານ ໄກສອນ ພົມວິຫານ ຊີ້ນຳການສ້າງຄວາມຖືກຕ້ອງປອງດອງຊາດປີ 1969-1972
  5. ລາວທັງຊາດລຸກຮື້ຂຶ້ນຍຶດອຳນາດໃນທົ່ວປະເທດ ແລະ ສາຖາປະນາ ສປປ ລາວໃນປີ 1973-1975

    ໃນຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວຫນ້າຄະນະໂຄສະນາອົບຮົມ ສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຫົວຫນ້າຮັບຜິດຊອບ ການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ເຊິ່ງໄດ້ຕີລາຄາຜົນໄດ້ຮັບເບື້ອງຕົ້ນ ທີ່ນັກວິທະຍາສາດໄດ້ຄົ້ນຄວ້າຢ່າງເລິກເຊິ່ງແລະຈະແຈ້ງ ກ່ຽວກັບຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ​ໂດຍ​ໄດ້ເນັ້ນໜັກໃຫ້ພະນັກງານ, ສະມາຊິກພັກ ທຸກສະຫາຍ, ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ຈົ່ງສືບຕໍ່ຝຶກຝົນຫຼໍ່ຫຼອມຕົນ​ເອງ ແລະ ຮ່ຳຮຽນເອົາແບບແຜນດຳລົງຊີວິດອັນ​ດີງາມ​ຂອງ​ເພີ່ນ ພ້ອມ​ກັນສືບຕໍ່ສ້າງສາ ແລະ ປົກປັກຮັກສາປະເທດຊາດໃຫ້ຈະເລີນຮັ່ງມີເຂັ້ມແຂງເປັນກ້າວໆ.