ຄະນະໂຄສະນາອົບຮົມສູນກາງພັກ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2022 ແລະ ປະກາດການຈັດຕັ້ງ.


ຄະນະໂຄສະນາອົບຮົມສູນກາງພັກ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2022 ແລະ ປະກາດການຈັດຕັ້ງ.
ໃນຕອນບ່າຍຂອງວັນທີ 29 ມີນາ 2023, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີສະຫຼຸບຕີລາຄາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ແລະ ປະກາດການຈັດຕັ້ງ ຂຶ້ນທີ່ ຫ້ອງປະຊຸມໃຫຍ່ຂອງ ຄະນະໂຄສະນາອົບຮົມສູນກາງພັກ; ໂດຍການເປັນປະທານຂອງ ທ່ານ ຄໍາພັນ ເຜີຍຍະວົງ ເລຂາ ທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີ: ກໍາມະການປະຈໍາພັກ, ກໍາມະການພັກ, ເລຂາ, ຮອງເລຂາໜ່ວຍພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ.


ໃນພິທີ ທ່ານ ອານົງສັກ ອິນທະວົງ ກໍາມະການພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ແລະ ທິດທາງແຜນການໆກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023 ຊຶ່ງທ່ານໄດ້ຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ຕະຫຼອດໄລຍະ 1 ປີທີ່ຜ່ານມາ.
ຫຼັງຈາກນັ້ນ ໄດ້ຜ່ານມະຕິຕົກລົງວ່າດ້ວຍການຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ແລະ ມອບໃບຢັ້ງຢືນໃຫ້ແກ່ໜ່ວຍພັກປອດໃສ , ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ຫຼັງຈາກນັ້ນ ໄດ້ມີພິທີປະກາດການຈັດຕັ້ງ ເຊິ່ງຜ່ານຂໍ້ຕົກລົງຂອງຄະນະໂຄສະນາອົບຮົມສູນກາງພັກວ່າດ້ວຍການແຕ່ງຕັ້ງຕໍາແໜ່ງບໍລິຫານປະເພດ 3 ແລະ ປະເພດ 4 ແລະ ຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ພະນັກງານອອກພັກການຮັບອຸດໜູນບໍານານ.


ໃນຕອນທ້າຍກອງປະຊຸມ ປະທານກອງປະຊຸມໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ຊຶ່ງກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍ ຕໍ່ຜົນງານກໍຄືຜົນສໍາເລັດທີ່ຍາດມາໄດ້ນັ້ນ ແລະ ທ່ານຍັງໄດ້ເນັ້ນໜັກບາງບັນຫາຄື:
1. ສືບຕໍ່ເສີມຂະຫຍາຍມູນເຊື້ອຂອງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນໃຫ້ຍືນຍົງ.
2. ສືບຕໍ່ແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງໃຫ້ດີຂຶ້ນເທື່ອລະກ້າວ.
3. ສືບຕໍ່ປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ຄຽງຄູ່ກັບການປະຕິບັດໜ້າທີ່ວຽກງານວິຊາສະເພາະ ໃຫ້ຖືເອົາເນື້ອໃນຂໍ້ແຂ່ງຂັນເຂົ້າໃນແຜນການກໍ່ສ້າງໜ່ວຍພັກ.
4. ຕັ້ງໜ້າຍົກລະດັບຄວາມຮູ້, ຄວາມສາມາດໃຫ້ສູງຂຶ້ນໃຫ້ກາຍເປັນຜູ້ຊ່ຽວຊານ ເພື່ອພັດທະນາຕົນເອງ ແລະ ການຈັດຕັ້ງ, ຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ ຄຸນສົມບັດສິນທໍາປະຕິວັດ, ວຽກງານວິຊາສະເພາະ ແລະ ວຽກງານອື່ນໆທີ່ປິ່ນອ້ອມ.
5. ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ເພື່ອເປັນກຳລັງແຮງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຫັນໄປສູ່ຄຸນນະພາບໃໝ່.
6. ໃນສະພາບເສດຖະກິດທີ່ມີຄວາມຫຍຸ້ງຍາກ ໃນປັດຈຸບັນໃຫ້ພະນັກງານລັດຖະກອນ ພະຍາຍາມຄົ້ນຄວ້າຫາວິທີແກ້ໄຂຊີວິດການເປັນຢູ່ຂອງຕົນຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງຖືກຕ້ອງຕາມກົດໝາຍ.