ພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ( 22 ມີນາ 1955 – 22 ມີນາ 2023) ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ.


ພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ( 22 ມີນາ 1955 – 22 ມີນາ 2023) ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ.
ໃນຕອນເຊົ້າ ວັນທີ 17 ມີນາ 2023 ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ (ຫຼັກ6) ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິ ວັດລາວ ຄົບຮອບ 68 ປີ ( 22 ມີນາ 1955 – 22 ມີນາ 2023) ແລະ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ. ໃຫ້ກຽດເປັນປະທານ ແລະ ປາຖະກະຖາໂດຍ ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີ: ທ່ານ ວັນໄຊ ຕະວິນຍານ ຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ບກ ໜັງສືພິມປະຊາຊົນ, ຫົວໜ້າກົມ, ຫົວໜ້າ ບກ ວາລະສານອະລຸນໃໝ່, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພະນັກງານວິຊາການທັງໝົດພາຍໃນຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ໂພເມກ ວິໄລສັກ ຫົວໜ້າກົມໂຄສະນາ ໄດ້ຂຶ້ນກ່າວຈຸດປະສົງໃນການປາຖະກະຖາຄັ້ງນີ້ ແມ່ນເພື່ອເຮັດໃຫ້ພະນັກງານ-ສະມາຊິກພັກ ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບປະຫວັດສາດທາດແທ້, ອຸດົມການ, ຕົ້ນກຳເນີດ ແລະ ການເຕີບໃຫຍ່ ຂະຫຍາຍຕົວຂອງພັກປະຊາຊົນປະຕິ ວັດລາວ, ພາລະກິດອັນພົ້ນເດັ່ນ ຕະຫຼອດໄລຍະ 68 ປີ ທີ່ໄດ້ເສຍສະຫຼະຊີວິດ ແລະ ເລືອດເນື້ອຂອງນັກຮົບປະຕິວັດ ທັງເປັນການຍົກສູງຄວາມສາມາດການນຳພາ ແລະ ລັກສະນະນຳໜ້າຂອງພັກ ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກ ເຂົ້າໃນການຈັດຕັ້ງພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ.ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນດັ່ງກ່າວ ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຍົກໃຫ້ເຫັນເຖິງປະຫວັດສາດແຫ່ງການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວຕະຫຼອດໄລຍະ 68 ປີ, ມູນເຊື້ອອັນດີງາມຂອງພັກ ນັບແຕ່ມື້ສ້າງຕັ້ງເຖີງປັດຈຸບັນ, ມູນເຊື້ອອັນພິລະອາດຫານ, ນໍ້າໃຈເສຍສະຫຼະອັນສູງສົ່ງຂອງປະຊາຊົນລາວບັນດາເຜົ່າ ໃນການຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາພັດ ທະນາປະເທດຊາດ. ພັກເຮົາໄດ້ນຳພາການປະຕິວັດຊາດປະຊາທິປະໄຕ, ນຳພາປົກປັກຮັກສາ ແລະ ສ້າງສາລະບອບໃໝ່, ເວລາໃດກໍຢຶດໝັ້ນລັດທິມາກ-ເລນິນ, ແນວຄິດປະທານ ໄກສອນ ພົມວິຫານ ເປັນແນວຄິດຊີ້ນໍາຂອງພັກ ໂດຍຢຶດຖືຫຼັກໝັ້ນຂອງຊົນຊັ້ນກຳມະກອນຢ່າງສະເໝີຕົ້ນສະເໝີປາຍ, ສົມທົບແໝ້ນລະຫວ່າງລັດທິຮັກຊາດອັນແທ້ຈິງກັບລັດທິສາກົນອັນຜ່ອງໃສ, ມີຄວາມຈົງຮັກພັກດີຕໍ່ອຸດົມການປະຕິວັດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ຖືເອົາຄວາມສາມັກຄີພາຍໃນເປັນຫຼັກ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ, ເຊີດຊູຄວາມເປັນແບບຢ່າງນຳໜ້າ, ຮັກສາໄດ້ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກປະຊາຊົນລາວບັນດາເຜົ່າຕະຫຼອດມາ. ດັ່ງນັ້ນ, ພັກເຮົາສົມແລ້ວທີ່ເປັນກອງເສນາທິການທາງການເມືອງທີ່ສ່ອງ ໃສ, ເປັນກອງນຳໜ້າທີ່ແໜ້ນແກ່ນ, ເປັນຕົວແທນທີ່ຈົງຮັກພັກດີຕໍ່ສິດຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານທີ່ຮັກຊາດ, ເປັນແກນນຳໃນລະບົບການເມືອງໃນລະບອບປະຊາທິປະໄຕປະຊາຊົນອັນເຂັ້ມແຂງ ແລະ ສ້າງໃຫ້ປະເທດຊາດມີຄວາມສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ, ສັງຄົມມີຄວາມສະຫງົບສຸກ, ເສດຖະກິດ, ວັດທະນະທຳ-ສັງຄົມ ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ.
ພ້ອມນັ້ນ ສະຫາຍຍັງໄດ້ເນັ້ນໜັກບາງຕອນສໍາຄັນຕື່ມວ່າ ທັງໝົດທີ່ກ່າວຂ້າງເທີງນັ້ນ ເປັນການປຸກລະດົມຈິດໃຈໃຫ້ສະມະຊິກພັກ, ພະນັກງານ-ລັດຖະກອນ ຍົກສູງແນວຄິດຮັກຊາດ ນໍ້າໃຈເສຍສະຫຼະອັນສູງສົ່ງ ນໍາເອົາມູນເຊື້ອອັນດີງາມຂອງພັກ ແລະ ນໍ້າໃຈເສຍສະຫຼະຂອງນັກຮົບປະຕິວັດເປັນແວ່ນແຍງໃນການຝຶກຝົນຫຼໍ່ຫຼອມຕົນເອງເວົ້າລວມ ເວົ້າສະເພາະກໍຄືການປະຕິບັດໜ້າທີ່ວຽກງານຂອງຕົນ ໃຫ້ມີການຫັນປ່ຽນໃໝ່ ຢ່າງເລິກເຊິ່ງ ແຂງແຮງ ແລະ ມີປະສິດທິພາບສູງສຸດ.