ຄະນະໂຄສະນາອົບຮົມສູນກາງພັກມອບໃບຊົມເຊີຍ ໃຫ້ບໍລິສັດທີ່ໄດ້ໃຫ້ການອຸປະຖຳ ຄະນະໂຄສະນາອົບຮົມສູນກາງພັກລົງເຄື່ອນໄຫວເຮັດວຽກງານຢູ່ແຂວງບໍ່ແກ້ວ ແລະ ແຂວງຫຼວງນ້ຳທາ

ຄະນະໂຄສະນາອົບຮົມສູນກາງພັກມອບໃບຊົມເຊີຍ ໃຫ້ບໍລິສັດທີ່ໄດ້ໃຫ້ການອຸປະຖຳ ຄະນະໂຄສະນາອົບຮົມສູນກາງພັກລົງເຄື່ອນໄຫວເຮັດວຽກງານຢູ່ແຂວງບໍ່ແກ້ວ ແລະ ແຂວງຫຼວງນ້ຳທາ

ໃນວັນທີ 04 ພຶດສະພາ 2023 ຄະນະໂຄສະນາອົບຮົມສູນກາງພັກໄດ້ມອບໃບຊົມເຊີຍໃຫ້ບໍລິສັດ ເອັນຊີຊີ (NCC) ທີ່ໄດ້ໃຫ້ການອຸປະຖຳ ຄະນະໂຄສະນາອົບຮົມສູນກາງພັກລົງເຄື່ອນໄຫວເຮັດວຽກງານຢູ່ແຂວງບໍ່ແກ້ວ ແລະ ແຂວງຫຼວງນ້ຳທາ ຈຳນວນເງິນ 5,000,000 ກີບ. ໃຫ້ກຽດມອບໂດຍ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮັບໂດຍ ທ່ານ ບົວວຽງ ຈຳປາພັນ ປະທານບໍລິສັດ ເອັນຊີຊີ (NCC). ໂອກາດດັ່ງກ່າວ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ບໍລິສັດ ທັງບຸກຄົນ ແລະ ນິຕິບຸກຄົນ ທີ່ປະກອບສ່ວນເປັນວັດຖຸ, ເງິນຄຳ ເຂົ້າໃນການເຮັດວຽກງານການເມືອງ-ແນວຄິດ ກໍຄືວຽກງານຄະນະໂຄສະນາອົບຮົມໃນໄລຍະໃໝ່ໃຫ້ມີການຫັນປ່ຽນຢ່າງຈະແຈ້ງຕາມຄຳຂວັນທີ່ວ່າ “ເພີ່ມທະວີການນຳພາຂອງພັກ, ສ້າງການຫັນປ່ຽນໃໝ່ ຢ່າງແຂງແຮງ, ເລິກເຊິ່ງ ວຽກງານການເມືອງ-ແນວຄິດ, ທິດສະດີຂອງພັກ ເຂົ້າສູ່ຄຸນນະພາບໃໝ່”.