ສົມພິນິດ ວົງສົມບັດ

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ຄັ້ງທີ 3 ສະ ໄໝທີ V ຂອງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ຄັ້ງທີ 3 ສະໄໝທີ V ຂອງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ. ໃນຕອນເຊົ້າ ວັນທີ 28 ມີຖຸນາ 2022 ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກໄດ້ເປີດກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ຄັ້ງທີ 3 ສະໄໝທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດເຂົ້າຮ່ວມແລະເປັນປະທານ ພ້ອມທັງກ່າວເປີດພິທີ ໂດຍ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້້າຮ່ວມມີ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຄະນະພັກ ຜູ້ຕາງໜ້າ ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ຜູ້ຊ່ວຍຄະນະພັກ ຄອສພ, ເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ, ຫົວ ໜ້າກົມ, ຮອງຫົວໜ້າກົມ ແລະ ພະນັກງານຫຼັກແຫຼ່ງ ພາຍໃນ ຄອສພ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ຄັ້ງທີ V ຂອງອົງຄະນະພັກ ຄອສພ ແລະ ແຜນພັດທະນາວຽກງານໂຄສະນາອົບຮົມ […]

ພິທີປິດຊຸດຝຶກອົບຮົມ ວຽກງານໂຄສະນາ-ປາຖະກະຖາ ແລະ ເຕັກນິກການຂຽນຂ່າວໃຫ້ສະມາຊິກຊາວໜຸ່ມ ຄອສພ.

ພິທີປິດຊຸດຝຶກອົບຮົມ ວຽກງານໂຄສະນາ-ປາຖະກະຖາ ແລະ ເຕັກນິກການຂຽນຂ່າວໃຫ້ສະມາຊິກຊາວໜຸ່ມ ຄອສພ. ໃນຕອນເຊົ້າຂອງວັນທີ 7 ມິຖຸນາ 2022, ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ແລະ ເຕັກນິກການຂຽນຂ່າວໃຫ້ບັນດາສະມາຊິກຊາວໜຸ່ມ ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ແລະ ສະມາຊິກຊາວໜຸ່ມຈາກສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ຂຶ້ນທີ່ປະຊຸມ ຊັ້ນ 5, ໃຫ້ກຽດຂຶ້ນກ່າວປິດຊຸດຝຶກອົບຮົມໂດຍ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ; ເຂົ້າຮ່ວມມີ: ທ່ານ ນາງ ບົວລີ ບັນຊາລິດ ຫົວໜ້າກົມໂຄສະນາ, ທ່ານ ນາງ ສຸກສະຫວັນອິນຄະວິໄລ ເລຂາຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ແລະ ບັນດາອາຈານສອນ, ຄະນະຮັບຜິດຊອບຊຸດຝຶກອົບຮົມ, ບັນດາສະມາຊິກຊາວໜຸ່ມ ຈາກບັນດາກົມພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ, ສະມາຊິກຊາວໜຸ່ມຈາກສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ທັງໝົດ 30 ສະຫາຍ. ໃນພິທີ ທ່ານ ຈັນລີຢາງ ຢາງ […]

ພິທີເປີດຊຸດຝຶກອົບວຽກງານໄອທີ ໃຫ້ແກ່ຄະນະໂຄສະນາອົບຮົມແຂວງຫົວພັນ

ພິທີເປີດຊຸດຝຶກອົບວຽກງານໄອທີ ໃຫ້ແກ່ຄະນະໂຄສະນາອົບຮົມແຂວງຫົວພັນ     ໃນຕອນເຊົ້າວັນທີ 16 ພຶດສະພາ 2022 ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບຄະນະໂຄສະນາອົບຮົມແຂວງ ຈັດຕັ້ງຊຸດຝຶກອົບຮົມວຽກງານໄອທີ ກ່ຽວກັບລະບົບຄອມພິວເຕີ, ການບໍາລຸງຮັກສາຄອມພິວເຕີ ແລະ ລະບົບເຄື່ອຂ່າຍເອເລັກໂຕຮນິກ ໃຫ້ພະນັກງານຄະນະໂຄສະນາອົບຮົມແຂວງຫົວພັນ ພາຍໃຕ້ການເປັນປະທານຮ່ວມ ທັງກ່າວເປີດຊຸດຝຶກອົບຮົມ ໂດຍ ທ່ານ ຕົງລີ ເຕັ່ງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ແລະ ທ່ານ ນ. ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ; ມີນັກສໍາມະນາກອນເຂົ້າຮ່ວມຈາກແຂວງ ແລະ ບັນດາເມືອງ ທັງໝົດ 13 ທ່ານ.     ຈຸດປະສົງໃນການຝຶກອົບຮົມຄັ້ງນີ້ ເພື່ອບໍາລຸງຍົກສູງຄຸນະພາບພະນັກງານທີ່ເຮັດວຽກງານໂຄສະນາອົບຮົມເວົ້າລວມ ເວົ້າສະເພາະ ແມ່ນການຝຶກອົບຮົມວິທີການນໍາໃຊ້ເຄື່ອງມືເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນວຽກງານໂຄສະນາ ເພື່ອສ້າງບາດກ້າວຫັນປ່ຽນໃໝ່ຂອງວຽກງານການເມືອງ-ແນວຄິດ ຕາມທິດຍົກສູງຄຸນນະພາບ ແລະ ຫັນເປັນທັນສະ ໄໝເທື່ອລະກ້າວ ທັງເປັນການເປັນການຍົກລະດັບຄວາມຮູ້ ຄວາມສາມາດ ທາງດ້ານວຽກງານໄອທີ ໃຫ້ແກ່ພະນັກ ງານໂຄສະນາອົບຮົມແຂວງ ແລະ ເມືອງ […]

ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ພົບປະ-ແລກ ປ່ຽນບົດຮຽນ ກັບ ກົມອົບຮົມ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອປັບປຸງເອກະສານອົບຮົມຊາວໜຸ່ມ.

ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ພົບປະ-ແລກປ່ຽນບົດຮຽນກັບ ກົມອົບຮົມ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອປັບປຸງເອກະສານອົບຮົມຊາວໜຸ່ມ.     ໃນຕອນເຊົ້າ ວັນທີ 27/4/2022 ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມພົບປະ-ແລກປ່ຽນບົດຮຽນ ກັບ ກົມອົບຮົມ ສູນ ກາງຊາວໜຸ່ມປະຊາຊົນປະຕິວັດລາວ. ກົມອົບຮົມ ສູນກາງຊາວໜຸ່ມມີຜູ້ເຂົ້າຮ່ວມ 6 ທ່ານ ຄື: ທ່ານ ນ. ແກ້ວອຸດອນ ແສງມະນີວົງ ຄະນະພັກ ຫົວໜ້າກົມອົບຮົມຊາວໜຸ່ມ, ທ່ານ ຢ່າງປາວ ປ່າເຢ້ວື່ ຮອງຫົວໜ້າກົມ, ທ່ານ ບັນດິດ ປານທອງຈັນ ຮອງຫົວໜ້າກົມ, ທ່ານ ຄໍາສີ ສີຫາວົງ ຫົວໜ້າພະແນກ, ທ່ານ ຈັນພອນ ຊົ່ງເລັ່ງວ່າງ ຫົວໜ້າພະແນກ ແລະ ທ່ານ ນ. ວິກກີ້ ສີສົມບັດ ວິຊາການ; ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ມີຜູ້ເຂົ້າຮ່ວມ 8 ທ່ານ […]

ແລກປ່ຽນບົດຮຽນ ເພື່ອສ້າງຄວາມຮັບຮູ້-ເຂົ້າໃຈວຽກງານອົບຮົມໃຫ້ເລິກເຊິ່ງ.

ແລກປ່ຽນບົດຮຽນເພື່ອສ້າງຄວາມຮັບຮູ້-ເຂົ້າໃຈວຽກງານອົບຮົມໃຫ້ເລິກເຊິ່ງ. ໃນຕອນແລງ ວັນທີ 26/4/2022 ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມພົບປະ-ແລກປ່ຽນບົດຮຽນ ກັບ ກົມທ້ອງຖິ່ນ-ຮາກຖານ ຫ້ອງວ່າການສູນກາງພັກ ຢູ່ທີ່ຫ້ອງປະຊຸມໂຕະມົນ ຊັ້ນ II ຂອງ ຄອສພ. ກົມທ້ອງຖິ່ນ-ຮາກຖານ ຫ້ອງວ່າການສູນກາງພັກ ມີຜູ້ເຂົ້າຮ່ວມ 7 ທ່ານ ຄື: ທ່ານ ມີໄຊ ພົມເຂ ຄະນະພັກ ຫົວໜ້າກົມທ້ອງຖິ່ນ-ຮາກຖານ, ທ່ານ ຄໍາສິງ ປະລັດຄຳອອນ ຫົວໜ້າພະແນກ, ທ່ານ ຈັນຄໍາ ເລືອງວົງສາ ຫົວໜ້າພະ ແນກ, ທ່ານ ວົງດາວ ໂນນປະດິດ ຮອງຫົວໜ້າພະແນກ, ທ່ານ ວົງເພັດ ທໍຈົງຕົວ ຮອງຫົວໜ້າພະແນກ, ທ່ານ ວັນວິໄລ ປັນຍາສິລິ ວິຊາການ ແລະ ທ່ານ ບຸນເລີດ ປານິ່ງ ຊົ່ງ ຮອງຫົວໜ້າພະແນກກົງຈັກ-ຄຸ້ມຄອງພະນັກງານ ກົມຈັດຕັ້ງພະນັກງານ ຂອງຫ້ອງວ່າການສູນກາງພັກ; […]

1 14 15 16 17 18 34