ສະຫະພັນແມ່ຍິງຄະນະໂຄສະນາອົບຮົມສູນກາງພັກ ຈັດຕັ້ງປາຖະກະຖາເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 107 ປີ( 8 ມີນາ 1910-8 ມີນາ 2017).
ໃນວັນທີ 6 ມີນາ 2017 ຜ່ານມາ ສະຫະພັນແມ່ຍິງຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຕັ້ງ
ປາຖະກະຖາເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 107 ປີຂຶ້ນ. ໃຫ້ກຽດເຂົ້າຮ່ວມ ແລະ ປາຖະກະຖາໂດຍ ທ່ານ ນ ບົວລີ ບັນຊາລິດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຄະນະພັກ, ປະທານແມ່ຍິງ ຄອສພ. ມີສະມາຊິກແມ່ຍິງທົ່ວ ຄອສພເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ນ ບົວລີ ບັນຊາລິດ ໄດ້ເລົ່າຄືນມູນເຊື້ອ, ປະຫວັດຄວາມເປັນມາຂອງວັນທີ 8 ມີນາ ເຊິ່ງເປັນວັນທີ່ມີຄວາມໝາຍສຳຄັນທາງປະຫວັດສາດ ເປັນວັນທີ່ແມ່ຍິງທົ່ວໂລກໄດ້ຕໍ່ສູ້ປົດປ່ອຍຕົນເອງໃຫ້ຫຼຸດພົ້ນອອກຈາກການກົດຂີ່ຂູດຮີດທາງດ້ານຮ່າງກາຍ ແລະ ຈິດໃຈ, ພ້ອມທັງເລັ່ງທວງໃຫ້ແມ່ຍິງໄດ້ຮັບສິດຜົນປະໂຫຍດເທົ່າທຽມກັບເພດຊາຍ. ນອກນັ້ນ ທ່ານຍັງເຜີຍແຜ່ຜົນສຳເລັດກອງປະ ຊຸມຄົບຄະນະບໍລິຫານງານແມ່ຍິງລາວຄັ້ງທີ II ຜ່ານມາ.
ການຈັດຕັ້ງປາຖະກະຖາໃນຄັ້ງນີ້ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈໃຫ້ສະມາຊິກແມ່ຍິງ ກ່ຽວກັບມູນເຊື້ອ, ປະຫວັດຄວາມເປັນມາຂອງວັນທີ 8 ມີນາ ແລະ ເຂົ້າໃຈຕໍ່ກັບຜົນສຳເລັດຂອງກອງປະຊຸມຄົບຄະນະບໍລິຫານງານແມ່ຍິງລາວຄັ້ງທີ II. ເພື່ອພ້ອມກັນນຳໄປເສີມຂະຫຍາຍ ເຂົ້າໃນວຽກງານວິຊາສະເພາະຂອງຕົນ, ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີຂອງແມ່ຍິງ, ພັດທະນາຄວາມສະເໝີພາບຍິງຊາຍ ຕິດພັນກັບການພັດທະນາປະເທດຊາດ ໃຫ້ສົມກັບຄຳຂວັນຂອງແມ່ຍິງລາວໃຫ້ປະກົດຜົນເປັນຈິງ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 73 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 21 |
![]() | ມື້ວານນີ້ | 109 |
![]() | ອາທິດນີ້ | 97 |
![]() | ເດືອນນີ້ | 1007 |
![]() | ທັງໝົດ | 1232566 |