ຄະນະຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ປາຖະກະຖາເນື່ອງໃນໂອກາດ ວັນສ້າງຕັ້ງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 62 ປີ (ວັນທີ 14 ເມສາ 1955-14 ເມສາ 2017)
ວັນທີ 10 ເມສາ 2017 ຜ່ານມາ ຄະນະຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຕັ້ງປາຖະກະຖາ ເນື່ອງໃນໂອ
ກາດວັນສ້າງຕັ້ງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 62 ປີຂຶ້ນ ທີ່ສະໂມສອນໃຫ່ຍ ຄະນະໂຄສະນາອົບຮົມສູນກາງພັກ (ຫຼັກ6). ໃຫ້ກຽດເຂົ້າຮ່ວມ ແລະ ປາຖະກະ ຖາໂດຍ ທ່ານ ນ ບົວລີ ບັນຊາລິດ ຄະນະພັກ ຄອສພ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ມີບັນດາທ່ານຕາງໜ້າຄະນະກົມ, ວາລະສານ, ຕາງໜ້າສະຫະພັນກຳມະບານ, ສະຫະພັນແມ່ຍິງ, ເລຂາ, ຮອງເລຂາຊາວໜຸ່ມ ພ້ອມດ້ວຍສະມາຊິກຊາວໜຸ່ມທົ່ວ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ນ ບົວລີ ບັນຊາລິດ ໄດ້ເລົ່າຄືນມູນເຊື້ອ, ປະຫວັດຄວາມເປັນມາ, ມູນເຊື້ອຮັກຊາດ, ມູນເຊື້ອແຫ່ງຄວາມສາມັກຄີ ແລະ ຜົນງານແຫ່ງການເຕີບໃຫ່ຍຂະຫຍາຍຕົວຂອງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໃນແຕ່ລະໄລຍະ, ບໍ່ວ່າໄລຍະໃດ ຍຸກສະໄໝໃດ ຊາວໜຸ່ມລາວ ກໍ່ໄດ້ ອຸທິດຕົນ ປະກອບສ່ວນຢ່າງຕັ້ງໜ້າ ເພື່ອປະເທດຊາດ ສົມກັບຄຳຂັວນທີ່ວ່າ ບ່ອນໃດຍາກ ຊາວໜຸ່ມບຸກ ບ່ອນໃດທຸກ ຊາວໜຸ່ມຜ່ານຜ່າ ບ່ອນໃດຊາດຕ້ອງການ ຊາວໜຸ່ມຂານອາສາ.
ໂອກາດດັ່ງກ່າວ ທ່ານ ຍັງໄດ້ເນັ້ນໜັກໃຫ້ສະມາຊິກຊາວໜຸ່ມ ຄອສພ ທຸກຄົນ ຕ້ອງຕັ້ງໜ້າ ຝຶກຝົນຫຼໍ່ຫຼອມ ຄຸນສົມບັດ ສິນທຳປະຕິວັດ ຈຳແນກໄດ້ ມິດແທ້, ສັດຕູ, ຖືສຳຄັນການຫັນປ່ຽນໂດຍສັນຕິ, ຖືເອົາແນວຄິດໄກສອນ ພົມວິຫານ ເປັນພື້ນຖານແນວຄິດ, ພ້ອມກັນປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ຕົນຮັບຜິດຊອບ ໃຫ້ມີຜົນສຳເລັດ ແລະ ມີຄວາມຮັບຜິດຊອບສູງ. ອອກແຮງແຂ່ງຂັນ ຈັດຕັ້ງປະຕິ ຂໍ້ແຂ່ງຂັນ 4 ບຸກຂອງ ຄຊປປລ ໃຫ້ປະກົດຜົນເປັນຈິງ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 97 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 56 |
![]() | ມື້ວານນີ້ | 109 |
![]() | ອາທິດນີ້ | 132 |
![]() | ເດືອນນີ້ | 1042 |
![]() | ທັງໝົດ | 1232601 |