ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ກະຊວງການຕ່າງປະເທດ ຈັດພິທີປາຖະກະຖາກ່ຽວກັບສະພາບການທີ່ພົ້ນເດັ່ນຂອງພາກພຶ້ນ-ສາກົນ ແລະ ນະໂຍບາຍການຕ່າງປະເທດຂອງພັກເຮົາ.
ໃນຕອນບ່າຍຂອງວັນທີ 22 ເມສາ 2019 ຜ່ານມາ, ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ກະຊວງການຕ່າງປະເທດ ຈັດພິທີປາ ຖະກະຖາກ່ຽວກັບສະພາບການທີ່ພົ້ນເດັ່ນຂອງພາກພຶ້ນ
ແລະ ສາກົນ ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຄອສພ (ຫຼັກ6); ໃຫ້ກຽດປາຖະກະຖາໂດຍ ທ່ານ ສະເຫລີມໄຊ ກົມມະສິດ ກໍາມະການສູນກາງພັກ, ລັດຖະມົນຕີກະ ຊວງການຕ່າງປະເທດ; ເຂົ້າຮ່ວມມີ: ບັນດາຮອງເລຂາຄະນະພັກ, ຄະນະນໍາຂອງບັນດາກະຊວງ-ອົງ ການອ້ອມຂ້າງຂັ້ນສູນ ກາງ, ຫົວໜ້າ, ຮອງຫົວໜ້າບັນນາທິການສື່ມວນຊົນ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ພະນັກງານວິຊາການ ຂອງ ຄະນະໂຄສະນາອົບຮົມສູນກາງພັກ ແລະ ພະນັກງານທີ່ເຮັດວຽກງານການເມືອງ-ແນວຄິດຂອງອົງ ການພັກ ແລະ ລັດ.
ໃນພິທີດັ່ງກ່າວ ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຍົກໃຫ້ເຫັນເຖິງທັດສະນະກ່ຽວກັບການຕີລາຄາສະພາບການໃນພາກພຶ້ນ ແລະ ສາກົນ ທີ່ນັບນື້ນັບມີການຜັນແປຢ່າງວ່ອງໄວ, ສະລັບຊັບຊ້ອນ ແລະ ຄາດຄະເນໄດ້ຍາກ ເປັນຕົ້ນແມ່ນບັນຫາຂໍ້ຂັດແຍ່ງລະຫວ່າງປະເທດມະຫາອໍານາດ, ບັນຫາການກໍ່ການຮ້າຍ, ບັນຫາຕາເວັນອອກກາງ, ບັນຫາອະທິ ປະໄຕ, ເຊື້ອຊາດ, ສາສະໜາ, ການປະທ້ວງຮຽກ ຮ້ອງສິດ, ບັນຫາການອົບພະຍົບ, ຂໍ້ຂັດແຍ່ງທາງດ້ານເສດຖະກິດ-ການຄ້າ, ການຂໍຖອນຕົວອອກຈາກສະຫະພາບເອີຣົບຂອງອັງກິດ ແລະ ອື່ນໆ. ບັນຫາຂ້າງເທີງນັ້ນລ້ວນແລ້ວແຕ່ມີການຜັນແປໄປໃນຫຼາຍຮູບແບບທີ່ມີລັກສະນະຮຸນແຮງ ແລະ ຂະຫຍາຍເປັນວົງກວ້າງ. ນອກຈາກນັ້ນ ທ່ານຍັງຍົກໃຫ້ເຫັນເຖິງມາດຕະການ ແລະ ແຜນການໃນຕໍ່ໜ້າຂອງວຽກງານການຕ່າງປະເທດ; ຕໍ່ກັບສະພາບການທີ່ມີຄວາມສັບສົນທີ່ມີທັງກາລະໂອກາດ ແລະ ສິ່ງທ້າທ້າຍນີ້, ສປປ ລາວ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກ ກໍຄືການນໍາຂັ້ນສູງຂອງ ສປປ ລາວ ໃນແຕ່ລະຍຸກສະໄໝ ໄດ້ດໍາເນີນນະໂຍບາຍການຕ່າງປະເທດຢ່າງຄ່ອງແຄ້ວ, ສາມາດຮັກສາສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ບັນດາປະເທດເພື່ອນມິດຢູ່ໃກ້ຢູ່ໄກ, ພ້ອມນັ້ນຍັງເຮັດໃຫ້ບົດບາດ ແລະ ອິດທິພົນຂອງ ສປປ ລາວນັບມື້ນັບສູງ ຂຶ້ນໃນເວທີພາກພຶ້ນ ແລະ ສາກົນ ສາ ມາດຍາດໄດ້ ຜົນສໍາເລັດໃນການເຄື່ອນໄຫວວຽກງານຕ່າງປະເທດໄດ້ຫຼາຍດ້ານ, ສືບຕໍ່ຢຶດໝັ້ນແນວທາງການຕ່າງ ປະເທດສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ, ສ້າງເງື່ອນໄຂສະພາບແວດລ້ອມພາຍນອກ ທີ່ເອື້ອອໍານວຍໃຫ້ແກ່ການສ້າງສາພັດທະນາປະ ເທດຊາດໃຫ້ນັບມື້ນັບເຂັ້ມແຂງກ້າວໄປສູ່ເປົ້າໝາຍເພື່ອເຮັດໃຫ້ປະເທດຊາດ ຫຼຸດພົ້ນອອກຈາກສະ ຖານະພາບດ້ອຍພັດທະນາ ແລະ ສ້າງປະເທດໃຫ້ເປັນປະເທດທີ່ມັ່ງຄັ່ງ, ປະຊາຊົນມີຄວາມຜາສຸກ, ສັງຄົມມີຄວາມຍຸດຕິທໍາ, ປະຊາທິປະໄຕມີຄວາມປອງດອງ ແລະ ສີວິໄລ; ພ້ອມນັ້ນ ທ່ານຍັງໄດ້ເໜັ້ນໜັກໃຫ້ທຸກພາກສ່ວນຕ້ອງໄດ້ພ້ອມກັນສຸ່ມໃສ່ຄົ້ນຄວ້າຢ່າງຈິງຈັງ ເພື່ອສ້າງແຜນຍຸດທະສາດໃນໄລຍະຍາວກ່ຽວກັບການເຄື່ອນໄຫວທາງດ້ານການທູດຮັບໃຊ້ເສດຖະກິດ ໃຫ້ມີປະສິດທິຜົນ, ປະສົມປະສານຢ່າງກົມກຽວ ລະ ຫວ່າງ ການທູດດ້ານການເມືອງ, ການທູດເສດຖະກິດ, ການທູດກິລາ-ວັດທະນະທໍາ ແລະ ການທູດປະຊາຊົນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາໃຫ້ປະເທດຊາດ.