ພິທີເປີດຊຸດຝຶກອົບຮົມ ວຽກງານໂຄສະນາປາຖະກະຖາ
ໃຫ້ພະນັກງານຫຼັກແຫຼ່ງເມືອງນອງ ແຂວງສະຫວັນນະເຂດ
ໃນລະຫວ່າງວັນທີ 23 - 25 ກັນຍາ 2019 ຜ່ານມານີ້ ກົມໂຄສະນາ ຂອງຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົມທົບກັບ ຄະນະໂຄສະນາອົບຮົມແຂວງ
ສະຫວັນນະເຂດແລະ ຄະນະໂຄສະນາອົບຮົມເມືອງນອງ ຈັດຊຸດຝຶກອົບຮົມວຽກງານໂຄສະນາ - ປາຖະກະຖາຂື້ນຢູ່ທີ່ສະໂມສອນຂອງເມືອງນອງ ໃຫ້ກຽດເຂົ້າຮ່ວມພິທີເປີດ ມີທ່ານ ລຳແກ້ວ ແສງໜູທອງ ວ່າການເລຂາພັກເມືອງ, ເຈົ້າເມືອງເມືອງນອງ, ມີ ທ່ານ ນາງ ບົວລີ ບັນຊາລິດ ຄະນະພັກ, ຫົວໜ້າ ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ແກ້ວອຸດອນ ແກ້ວດວງດີ ຮອງຫົວໜ້າຄະນະໂຄສະນາອົບຮົມ ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະຮັບຜິດຊອບຈາກຄະນະໂຄສະນາອົບຮົມສູນກາງພັກ, ຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມເມືອງ ບັນດາແຂກທີ່ຖືກເຊີນ, ນັກຝຶກອົບຮົມ ເຊິ່ງມີບັນດາຄະນະພັກເມືອງ, ຄະນະພັກຮາກຖານ, ຫົວໜ້າ - ຮອງຫົວໜ້າ ຫ້ອງການ, ຫົວໜ້າໜ່ວຍງານ, ກຳລັງ ປກຊ - ປກສ ແລະ ນາຍບ້ານ - ຮອງນາຍບ້ານ ຈຳນວນທັງໝົດ 49 ທ່ານ, ຍິງ 11 ທ່ານ.
ໃນພິທີເປີດ ທ່ານ ລຳແກ້ວ ແສງໜູທອງ ວ່າການເລຂາພັກເມືອງ, ເຈົ້າເມືອງເມືອງນອງ ໄດ້ເໜັ້ນໜັກວ່າ: ຄະນະ ຮັບຜິດຊອບ ແລະ ນັກຝຶກອົບຮົມຈົ່ງຍົກສູງ, ມີຄວາມຮັບຜິດຊອບໃນການຝຶກອົບຮົມ, ຜ່ານຜ່າຄວາມຫຍຸ້ງຍາກ ແລະ ກຳ ແໜ້ນບົດຮຽນ ເພື່ອເປັນພື້ນຖານ ໃນການໝູນໃຊ້ບົດຮຽນດັ່ງກ່າວເຂົ້າໃນວຽກງານແຕ່ລະຫ້ອງການ, ແຕ່ລະຂະແໜງການຂອງໃຜລາວໃຫ້ມີຜົນສຳເລັດ.
ເອກະສານທີ່ນຳມາຝຶກອົບຮົມໃນຄັ້ງນີ້ ປະກອບມີ 4 ບົດຄື:
1. ບັນຫາພື້ນຖານຂອງວຽກງານໂຄສະນາ.
2. ຝຶກຝົນ ຄວາມສາມາດໃນການຂຽນເອກະສານ.
3. ຄຸນລັກສະນະ ແລະ ສິລະປະໃນການປາກເວົ້າ.
4. ບັນດານິຕິກຳ ແລະ ບາງບົດຮຽນ ໃນການເຄື່ອນໄຫວວຽກງານໂຄສະນາ. ພ້ອມກັນນັ້ນ ນັກຝຶກອົບຮົມ ຍັງໄດ້ເຮັດ ທົດລອງໃນການຂຶ້ນ ປາຖະກະຖາ ແລະ ພ້ອມກັນປະກອບຄຳຄິດຄຳເຫັນ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອໃຫ້ກາຍເປັນນັກປາຖະ ກະຖາຜູ້ທີ່ຂຽນດີເວົ້າເກັ່ງຂອງຂະແໜງການຕ່າງໆໃນອະນາຄົດ.
ໃນພິທີປິດຊຸດຝຶກອົບຮົມ ທ່ານ ສຸກສາຄອນ ໂພທິລາດ ກຳມະການປະຈຳພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ ແລະ ໄດ້ມີ ຄຳເຫັນໂອ້ລົມຕໍ່ກັບນັກຝຶກອົບຮົມວ່າ: ເພື່ອຍົກສູງຄວາມຮູ້ຄວາມສາມາດ, ທີ່ພວກເຮົາໄດ້ຄົ້ນຄວ້າຮ່ຳຮຽນມາໃນໄລຍະ 3 ວັນນັ້ນ ຮຽກຮ້ອງໃຫ້ນັກຝຶກອົບຮົມເອົາໃຈໃສ່ ສືບຕໍ່ຄົ້ນຄວ້າກຳແໜ້ນບັນດາບົດຮຽນ ຄວາມຮັບຮູ້ທີ່ຮຽນມາໃຫ້ເລິກເຊິ່ງຕື່ມ ເພື່ອປັບປຸງວຽກງານຕົວຈິງໃຫ້ລະອຽດຈະແຈ້ງ ໝາຍຄວາມວ່າ: ຖືເອົາວຽກງານການໂຄສະນາ ສຶກສາອົບຮົມໄປຄຽງຄູ່ກັບການຈັດຕັ້ງນຳພາເຮັດຕົວຈິງ; ເພື່ອເພີ່ມທະວີຄວາມເອົາໃຈໃສ່ແກ້ໄຂບັນຫາ ແລະ ຄວາມຂັດຂ້ອງ ໝອງໃຈຂອງປະຊາຊົນ ເປັນຕົ້ນແມ່ນ ບັນຫາແກ້ໄຂປະກົດການຫຍໍ້ທໍ້, ບັນຫາການຜະລິດເປັນສິນຄ້າ, ການແກ້ໄຂຄວາມທຸກຍາກ, ບັນຫາການນຳພາສ້າງສາພັດທະນາປະເທດຊາດ ແລະ ອື່ນໆ…
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 94 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 86 |
![]() | ມື້ວານນີ້ | 106 |
![]() | ອາທິດນີ້ | 474 |
![]() | ເດືອນນີ້ | 1384 |
![]() | ທັງໝົດ | 1232943 |