ຝືກອົບຮົມ ວຽກງານໂຄສະນາ-ປາຖະກະຖາ ຊຸດທີ XVIII
ໃຫ້ແກ່ພະນັກງານຫຼັກແຫຼ່ງ ຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ.
ໃນລະຫວ່າງ ວັນທີ 30 ກັນຍາ ຫາ ວັນທີ 11 ຕຸລາ 2019 ຜ່ານມາກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດ
ຊຸດຝືກອົບຮົມໃຫ້ພະນັກງານຫຼັກແຫຼ່ງພາຍໃນກະຊວງ ກ່ຽວກັບວຽກງານໂຄສະນາ-ຖາຖະກະຖາຊຸດທີXVIII ເຂົ້າຮ່ວມພິທີເປີດ-ປິດ ມີທ່ານ ສີລິພອນ ອິນທິລາດ ຫົວໜ້າສະຖາບັນຝືກອົບຮົມກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ນາງ ບົວລີ ບັນຊາລິດ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ, ມີພະນັກງານຈາກ ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍນັກສຳມະນາກອນ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ເຂົ້າຮ່ວມທັງໝົດ 33 ສະຫາຍ, ຍິງ 11 ສະຫາຍ ການຝືກອົບຮົມວຽກງານໂຄສະນາ-ປາຖະກະຖາ ໃນຊຸດນີ້ໃຊ້ເວລາ 10 ວັນ, ມີ 5 ບົດຮຽນ ຄື: 1. ບັນຫາພື້ນຖານຂອງວຽກງານໂຄສະນາ, 2. ຝືກຝົນຄວາມສາມາດໃນການຂຽນເອກະສານ, 3. ຄຸນລັກສະນະ ແລະ ສິນລະປະໃນການປາກເວົ້າຂອງນັກປາຖະກະຖາ, 4. ວຽກງານໂຄສະນາຜ່ານສື່, 5. ບັນດານິຕິກຳ ແລະ ບາງບົດຮຽນໃນການເຄື່ອນໄຫວວຽກງານໂຄສະນາ-ປາຖະກະຖາ.
ການຈັດຝືກອົບຮົມວຽກງານໂຄສະນາປາຖະກະຖາໃນຄັ້ງນີ້ ແມ່ນສາມາດເຮັດໃຫ້ນັກສຳມະນາກອນທີເປັນພະນັກງານຫຼັກແຫຼ່ງຂອງກະຊວງໂຍທາທິການ ແລະ ຂົນສົ່ງ ຮັບຮູ້ກ່ຽວກັບວຽກງານ ໂຄສະນາ-ປາຖະກະຖາ ພ້ອມທັງສາມາດນຳໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານຂອງແຕ່ລະຂະແໜງການພາຍໃນກະຊວງໂຍທາທິການ ແລະ ຂົນສົ່ງ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 29 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 93 |
![]() | ມື້ວານນີ້ | 109 |
![]() | ອາທິດນີ້ | 169 |
![]() | ເດືອນນີ້ | 1079 |
![]() | ທັງໝົດ | 1232638 |