ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກລົງເຄື່ອນໄຫວມອບເວັບໄຊໃຫ້ຄະນະໂຄສະນາອົບຮົມແຂວງຫົວພັນ
ໃນວັນທີ 22-29 ພຶສະພາ 2019 ຜ່ານມາ. ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ລົງມອບສິດນຳໃຊ້ເວັບໄຊ ພ້ອມທັງຝຶກອົບຮົມວິທີ
ການນຳໃຊ້ ແລະ ການຄຸ້ມຄອງໃຫ້ຄະນະໂຄສະນາອົບຮົມແຂວງ ຫົວພັນ ນໍາໂດຍ ທ່ານ ນາງ ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ ພ້ອມດ້ວຍຄະນະ, ທ່ານ ແປ້ນ ໄຊຍະທໍາ ເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ແລະ ນັກສຳມະນາກອນຂອງຄະນະໂຄສະນາອົບຮົມແຂວງ ໄດ້ເຂົ້າຮ່ວມທັງໝົດມີ 8 ທ່ານ, ຍິງ 3 ທ່ານ.
ຈຸດປະສົງໃນການລົງໄປເຄື່ອນໄຫວວຽກງານຢູ່ແຂວງໃນຄັ້ງນີ້ ເພື່ອມອບສິດນຳໃຊ້ເວັບໄຊ, ໃຫ້ຄະນະໂຄສະນາອົບຮົມແຂວງເພື່ອນຳໃຊ້ເຂົ້າໃນການໂຄສະນາການເຄືອນໄຫວວຽກງານໂຄສະນາອົບຮົມແຂວງ,ເພື່ອເປັນການຍົກສູງຄຸນນະພາບວຽກງານໂຄສະນາອົບຮົມໃນໄລຍະໃຫມ່ເພື່ອຫັນເປັນທັນສະໄໝ ທາງດ້ານຂໍ້ມູນຂ່າວສານ ແລະ ທັງເປັນການຍົກລະດັບຄວາມຮູ້ຄວາມສາມາດທາງດ້ານການນຳໃຊ້ ແລະ ການຄຸ້ມຄອງເວັບໄຊໃຫ້ແກ່ພະນັກງານໂຄສະນາອົບຮົມແຂວງ ເຊິ່ງໄດ້ຝືກອົບຮົມກ່ຽວກັບການປ້ອນຂ່າວ, ຮູບພາບ, ວີດີໂອ ຂື້ນເວັບໄຊ ແລະ ການແກ້ໄຂໂມດູນຕ່າງໆເທິງໜ້າເວັບໄຊ ໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານດັ່ງກ່າວແນ່ໃສ່ຍົກລະດັບຄວາມຮູ້ຄວາມສາມາດໃຫ້ພະນັກງານວິຊາການໄອທີ ຂອງຄະນະໂຄສະນາອົບຮົມແຂວງ ໃຫ້ນັບມື້ສູງຂຶ້ນ ແລະ ເຂົ້າໃຈເລິກເຊິ່ງ ເຖິງບົດບາດຂອງເຕັກໂນໂລຢີ, ຂໍ້ມູນຂ່າວສານ (ເວັບໄຊ), ເພື່ອນຳໃຊ້ເຂົ້າໃນວຽກງານວິຊາສະເພາະຂອງຕົນເວົ້າລວມ, ເວົ້າສະເພາະ ແມ່ນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດຢ່າງກວ້າງຂວາງ ແລະ ທົ່ວເຖິງໂດຍການຜ່ານໜ້າກະດານເອເລັກໂຕຼນິກ (ເວັບໄຊ) ໃຫ້ມີບາດກ້າວຂະຫຍາຍຕົວຂື້ນເລື້ອຍໆ.
ໃນໂອກາດດັ່ງກ່າວ ທີມງານທີ່ລົງໄປກໍ່ໄດ້ມອບເງິນ ສົມທົບໃຫ້ຄະນະໂຄສະນາອົບຮົມແຂວງ ຈຳນວນ 3.000.000 ກີບ ເພື່ອໝູນໃຊ້ເຂົ້າໃນວຽກງານເວັບໄຊສຂອງແຂວງ ໃຫ້ມີຄວາມສະດວກ ແລະ ທັນສະໄໝຂຶ້ນເປັນກ້າວໆ.
ພາຍຫຼັງສິ້ນສຸດການຝືກອົບຮົມແລ້ວ ທ່ານ ນາງ ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຕາງໜ້າໃຫ້ຄະນະນຳຂັ້ນສູນກາງມອບສິດນຳໃຊ້ເວັບໄຊໃຫ້ແກ່ຄະນະໂຄສະນາອົບຮົມແຂວງຫົວພັນ ຢ່າງເປັນທາງການ
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 138 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 48 |
![]() | ມື້ວານນີ້ | 106 |
![]() | ອາທິດນີ້ | 542 |
![]() | ເດືອນນີ້ | 1452 |
![]() | ທັງໝົດ | 1233011 |