ຄຸນປະໂຫຍດຂອງເບ້ຍຕົ້ນຕາເວັນອ່ອນແຫຼ່ງສານອາຫານເພື່ອສຸຂະພາບ.
ເບ້ຍຕົ້ນຕາເວັນອ່ອນ ເປັນພືດທີ່ມີແຫຼ່ງໄຂມັນທີ່ດີຕໍ່ຮ່າງກາຍ, ມີໃຍອາຫານທີ່ມີປະໂຫຍດ ຕໍ່ລະ ບົບຂັບຖ່າຍ, ເປັນແຫຼ່ງໂປຣຕີນ, ທາດເຫຼັກ, ແຄວຊຽມ... ນອກຈາກນີ້ຍັງມີກົດ Linolic ໃນປະລິມານຫຼາຍເຊິ່ງຊ່ວຍບຳລຸງສະໝອງ ແລະ ກະດູກໃຫ້ແຂງແຮງ, ອຸດົມໄປດ້ວຍວິຕາມິນ A, B2, E, D, K, ໂອເມກາ 3, 6, 9 ແລະ ໂຟເລດສູງ ຊ່ວຍເພີ່ມພູມຕ້ານທານໃຫ້ແກ່ຮ່າງກາຍ, ປ້ອງກັນໂລກຫົວໃຈ, ມະເຮັງ ແລະ ຊ່ວຍໃຫ້ລະບົບຂັບຖ່າຍດີຂຶ້ນ.
ເບ້ຍອ່ອນຂອງດອກຕາເວັນ ມີໂປຣຕີນຫຼາຍກວ່າຜັກກາດຂຽວເຖິງ 2 ເທົ່າ, ມີວິຕາມິນ A ສູງກວ່ານ້ຳເຂົ້າ ແລະ ຖົ່ວ ເຫຼືອງ 3 ເທົ່າ, ມີໂປຣຕີນສູງກວ່າຖົ່ວເຫຼືອງ, ມີວິຕາມິນ A ສູງຊ່ວຍບຳລຸງສາຍ ຕາ, ຜິວພັນ ແລະ ເຮັດໃຫ້ອາຍຸຍືນ, ປັດຈຸບັນ ເບ້ຍອ່ອນຂອງດອກຕາເວັນຖືກນຳມາເປັນອາຫານ ເພື່ອຮັບປະທານ ແລະ ມີສູດການປຸງແຕ່ງຫຼາຍຢ່າງເຊັ່ນ: ຂົ້ວ, ແກງຈືດ ຫຼື ເຮັດເປັນຜັກໃສ່ນຳຍຳສະຫຼັດ, ລວກຈ້ຳແຈ່ວ ຫຼື ໃຊ້ແທນຖົ່ວງອກກໍໄດ້, ຂະບວນການໃນການກ້າເບ້ຍອ່ອນຂອງຕົ້ນດອກຕາເວັນ ນັ້ນງ່າຍໆ ແລະ ບໍ່ຈຳເປັນຕ້ອງໃຊ້ສານເຄມີ ຫຼື ຢາຂ້າແມງໄມ້ໃດໆ, ສະນັ້ນ ຈຶ່ງເຮັດໃຫ້ເຮົາໝັ້ນໃຈວ່າປອດໄພຈາກສານເຄມີຕົກຄ້າງ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 84 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 1176 |
![]() | ມື້ວານນີ້ | 1613 |
![]() | ອາທິດນີ້ | 2311 |
![]() | ເດືອນນີ້ | 29002 |
![]() | ທັງໝົດ | 1049946 |