ຄະນະໂຄສະນາອົບຮົມແຂວງ ຫຼວງພະບາງ ສົມທົບກັບ ລັດວິສາຫະກິດການບິນລາວສາຂາແຂວງຫຼວງພະບາງ ເປີດຊຸດຝຶກອົບຮົມສະມາຊິກພັກໃໝ່.
ໃນວັນທີ 31/10/2018 ຜ່ານມາ, ຄະນະໂຄສະນາອົບຮົມແຂວງ ສົມທົບກັບ ລັດວິສາຫະກິດການ ບິນລາວ ສາຂາແຂວງຫຼວງພະບາງ ໄດ້ເປີດຊຸດຝຶກອົບຮົມໃຫ້ແກ່ສະມາຊິກພັກໃໝ່ຂື້ນ ທີ່ຫ້ອງປະຊຸມຂອງລັດ
ວິສາຫະກິດການບິນລາວ,ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ສະຫາຍ ຫຸມພັນ ທໍາມຸງຄຸນ ຮອງເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະພັກ-ຄະນະນຳ ຂອງລັດວິສາຫະກິດການບິນລາວ, ຄະນະຮັບຜິດຊອບ, ນັກວິທະຍາກອນ ແລະ ນັກສຳມະນາກອນເຂົ້າຮ່ວມທັງໝົດ 26 ສະຫາຍ ຍິງ 7 ສະຫາຍ.
ໃນພິທີ ສະຫາຍ ຫຸມພັນ ທຳມຸງຄຸນ ແລະ ສະຫາຍທອງຈັນ ພົມມະລັດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນສະເໜີເອກະສານຕ່າງໆ, ເຊິ່ງປະກອບດ້ວຍ 5 ບົດຄື:
ບົດທີ 1: ຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ
ບົດທີ 2: ວຽກງານກໍ່ສ້າງ ແລະ ປັບ ປຸງພັກ
ບົດທີ່ 3: ຄຸນທາດການເມືອງ, ຄຸນສົມ ບັດສິນທຳປະຕິວັດຂອງສະມາຊິກພັກ
ບົດທີ່ 4: ເຊີດຊູຄວາມເປັນແບບຢ່າງຂອງສະມາຊິກພັກ
ບົດທີ5: ແກ້ໄຂພະຍາດອາດຍາສິດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ.
ຈຸດປະສົງໃນການເປີດຊຸດຝຶກອົບຮົມໃນຄັ້ງນີ້ແມ່ນ ເພື່ອແນ່ໃສ່ຍົກລະດັບຄວາມຮັບຮູ້-ຄວາມເຂົ້າໃຈເລິກ ກ່ຽວກັບມະຕິກອງປະຊຸມໃຫ່ຍ ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ, ມະຕິກອງປະຊຸມໃຫ່ຍຄັ້ງທີ VII ຂອງອົງຄະນະພັກແຂວງ; ໂດຍສະເພາະແມ່ນຄວາມຮັບຮູ້ກຽວກັບລັດທິມາກ-ເລນິນ, ວຽກງານກໍ່ສ້າງ ປັບປຸງພັກ ແລະ ການແກ້ໄຂພະຍາດຕ່າງໆພາຍໃນພັກ.
ໂອກາດດັ່ງກ່າວ ສະຫາຍ ຫຸມພັນ ທຳມຸງຄຸນ ໄດ້ໃຫ້ກຽດໂອ້ລົມ ຊີ້ທິດເຍືອງທາງໃຫ້ແກ່ນັກສຳມະນາ ກອນໃນການຊີ້ນຳ-ນຳພາ ໃຫ້ຈັດຕັ້ງປະຕິບັດຢ່າງທົ່ວເຖິງ, ຍຶດໝັ້ນທິດສະດີມາກ-ເລນິນ ແນວຄິດປະທານໄກສອນພົມ ວິຫານ ແລະ ມູນເຊື້ອອັນດີງາມຂອງພັກ, ຍົກສູງຄວາມຮູ້ ຄວາມສາມາດ ຄຸນສົມບັດ ສິນທຳປະຕິວັດ, ຄຸນນະພາບການນຳພາຂອງພັກ, ແບບແຜນການດຳລົງຊີວິດ ແລະ ເຮັດວຽກແບບລວມສູນປະຊາ ທິປະໄຕ; ຈັດຕັ້ງປະຕິບັດແນວທາງ, ນະໂຍບາຍຂອງພັກ; ຜັນຂະຫຍາຍເນື້ອໃນຈິດໃຈດັ່ງກ່າວ ໃຫ້ກ້ວາງຂວາງເລິກເຊິງ ແທດເໝາະກັບສະພາບຄວາມເປັນຈິງ ກໍ່ສ້າງພັກໃຫ້ ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ໂດຍຍຶດໝັ້ນໃນຫຼັກການຂອບເຂດປ່ຽນແປງໃໝ່ຮອບດ້ານຂອງພັກ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 117 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 16 |
![]() | ມື້ວານນີ້ | 105 |
![]() | ອາທິດນີ້ | 298 |
![]() | ເດືອນນີ້ | 1208 |
![]() | ທັງໝົດ | 1232767 |