ຄະນະໂຄສະນາອົບຮົມແຂວງ ຫຼວງພະບາງ ເປີດກອງປະຊຸມສະຫຼຸບວຽກງານເກັບກໍາຫາງສຽງສັງຄົມ ປະຈໍາປີ 2018 ແລະ ທິດທາງແຜນການປະຈໍາປີ 2019.
ໃນຕອນເຊົ້າຂອງວັນທີ 26 ກຸມພາ 2019 ຜ່ານມາ. ຄະນະໂຄສະນາອົບຮົມແຂວງ ຫຼວງພະບາງ ເປີດກອງປະ ຊຸມສະຫຼຸບວຽກງານເກັບກໍາຫາງສຽງສັງຄົມ ປະຈໍາປີ 2018 ແລະ ທິດທາງແຜນການປະຈໍາປີ 2019 ຂຶ້ນທີ່ ຫ້ອງປະ ຊຸມຄະນະໂຄສະນາອົບຮົມແຂວງ ຫຼວງພະບາງ; ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ລຽນປະດິດ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຫຼວງພະບາງ; ເຂົ້າຮ່ວມມີ: ພະນັກງານພາຍໃນຂະແໜງການຄະ ນະໂຄສະນາອົບຮົມແຂວງ, ຄະນະກໍາມະການເກັບກໍາຫາງສຽງສັງຄົມຢູ່ພາຍໃນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີທ່ານ ທອງຈັນ ພົມມະລັດ ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະ ນະປະຈຳພັກແຂວງວ່າດ້ວຍແຕ່ງຕັ້ງຄະນະກໍາມະການເກັບກໍາຫາງສຽງສັງຄົມຢູ່ຂັ້ນແຂວງ. ຫຼັງຈາກນັ້ນ, ຄະນະກໍາມະການເກັບກໍາຫາງສຽງສັງຄົມຂັ້ນແຂວງແຕ່ລະຫາຍ ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນ ແລະ ຍົກໃຫ້ເຫັນເຖິງປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນພາຍໃນກົມກອງ, ສະ ພາບລວມພາຍໃນແຂວງມີທັງຫາງສຽງໃນທາງທີ່ດີ ແລະ ຫາງສຽງທີ່ບິດເບືອນຕໍ່ແນວທາງອື່ນໆ ທີ່ເປັນບັນຫາພຶ້ນຖານຂອງວຽກງານເກັບກໍາຫາງສຽງສັງຄົມ; ນອກນັ້ນຍັງໄດ້ພ້ອມກັນປຶກສາຫາລືກ່ຽວກັບວິທີເກັບກໍາ ແລະ ການນໍາໃຊ້ຫາງສຽງສັງຄົມເຂົ້າໃນວຽກງານການເມືອງ-ແນວຄິດ ຕາໜ່າງເພື່ອນຮ່ວມງານ ເກັບກໍາຫາງສຽງສັງຄົມ.
ໃນຕອນທ້າຍຂອງພິທີ ທ່ານ ຄໍາຫຼ້າ ລຽນປະດິດ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມໝາຍ ຄວາມສໍາຄັນ ຂອງວຽກງານຫາງສຽງສັງຄົມ ແລະ ເປັນວຽກງານໜຶ່ງທີ່ບັນຈຸຢູ່ໃນຄະນະໂຄສະນາອົບຮົມແຂວງ ແລະ ທຸກໆບັນດາຂະແໜງການ, ທຸກຂົງ ເຂດວຽກງານທີ່ຕິດພັນກັບການເຄື່ອນໄຫວຂອງຄວາມຮັບຜິດຊອບ ຂອງຕົນທັງການຈັດຕັ້ງພາກລັດ ແລະ ເອກະຊົນ; ພ້ອມທັງເນັ້ນໜັກໃຫ້ແຕ່ລະທ່ານອານຸກໍາມະການທີ່ຖືກມອບໝາຍແຕ່ງຕັ້ງຕ້ອງເພີ່ມທະວີຄວາມຮັບຜິດຊອບສູງ ເພື່ອປະກອບສ່ວນເຂົ້າໃນວຽກງານຫາງສຽງສັງຄົມ ໃຫ້ມີປະສິດທິຜົນຍິ່ງໆຂຶ້ນ.
ໂດຍ: ສົມມິດ ແກ່ນມະນີ
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 93 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 15 |
![]() | ມື້ວານນີ້ | 105 |
![]() | ອາທິດນີ້ | 297 |
![]() | ເດືອນນີ້ | 1207 |
![]() | ທັງໝົດ | 1232766 |