ສະຫາຍ ສຈ. ປອ ກິແກ້ວ ໄຂຄໍາພິທູນ
ສໍາເລັດການລົງເຮັດວຽກຢູ່ 3 ແຂວງພາກເໜືອ
ໃນວັນທີ 19-23/8/2019 ທີ່ຜ່ານມາ ສະຫາຍ ສຈ. ປອ ກິແກ້ວ ໄຂຄຳພິທູນ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້
ລົງຢ້ຽມຢາມແລະ ເຮັດວຽກຢູ່ 3 ແຂວງພາກເໜືອ ຄື: ແຂວງຫຼວງນໍ້າທາ, ແຂວງບໍ່ແກ້ວ ແລະ ແຂວງໄຊຍະບູລີ.
ຈຸດປະສົງຂອງການລົງເຮັດວຽກຄັ້ງນີ້ແມ່ນເພື່ອຕິດຕາມຊຸກຍູ້ ບັນດາແຂວງໃນການກະກຽມດໍາເນີນກອງ ປະຊຸມໃຫຍ່ຂັ້ນຂອງຕົນ ເຊິ່ງແຕ່ລະແຂວງສະຫາຍໄດ້ພົບປະໂອ້ລົມ ກັບບັນດາເລຂາ-ຮອງເລຂາພັກແຂວງ, ຄະນະ ປະຈໍາພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ ພ້ອມທັງບັນດາເຈົ້າເມືອງອ້ອມຂ້າງແຂວງ ແລະ ອານຸກໍາມະການ ກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງແຂວງ ເພື່ອຮັບຟັງການລາຍງານສະພາບການພັດທະນາ ເສດຖະກິດ-ສັງຄົມ ໃນໄລຍະ 6 ເດືອນຕົ້ນປີ ແລະ 6 ເດືອນທ້າຍປີ 2019 ແລະ ການກະກຽມດໍາເນີນກອງປະຊຸມ ໃຫຍ່ອົງການພັກຂັ້ນຂອງຕົນເຊິ່ງມາ ຮອດປັດຈຸບັນແຕ່ລະແຂວງໄດ້ສໍາເລັດຢູ່ຂັ້ນຮາກຖານໄປແລ້ວ 70-80%.
ຈາກນັ້ນ ສະຫາຍ ສຈ. ປອ ກິແກ້ວ ໄຂຄຳພິທູນ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງ ພັກ ໄດ້ໃຫ້ກຽດໂອ້ລົມ ເຊີ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຜົນສໍາເລັດທີ່ແຕ່ລະແຂວງສາມາດຍາດມາໄດ້ ແລະ ເຊື່ອໝັ້ນອີກວ່າໃນຕໍ່ໜ້າທັງສາມແຂວງ ຈະສາມາດເຮັດສໍາເລັດໜ້າທີ່ວຽກງານຕາມແຜນການທີ່ວາງໄວ້ ແລະ ໃຫ້ທິດຊີ້ນໍາບັນດາການນໍາຂອງແຂວງ ແລະ ການນຳບັນດາເມືອງເພື່ອ ສືບຕໍ່ສ້າງຂະບວນການດ້ານຕ່າງໆໃນການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກໃຫ້ສຳເລັດຜົນເປັນຈິງໃນທຸກດ້ານ, ຄັດເລືອກໃຫ້ໄດ້ບຸກຄະ ລາກອນທີ່ດີ, ມີມາດຖານຄົບຖ້ວນໃຫ້ມີທັງຜູ້ໝຸ່ມ, ເພດ, ເຜົ່າ ແລະ ຕີລາຄາຄືນບັນດາເນື້ອໃນຂອງບົດລາຍງານການ ເມືອງໃຫ້ເລິກເຊິ່ງຖືກຕາມຄວາມເປັນຈິງໂດຍຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອເຮັດໃຫ້ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ແລະ ການນຳແຕ່ລະແຂວງ ຕ້ອງໄດ້ເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດໃນການກະກຽມກອງປະຊຸມຂັ້ນເມືອງ, ນະຄອນ ໃຫ້ມີຄວາມເລິກເຊິ່ງດ້ວຍການ ຫັນປ່ຽນຢ່າງບຸກທະລຸ ແລະ ຕິດພັນກັບສະພາບຄວາມເປັນຈິງຂອງບັນດາທ້ອງຖິ່ນ, ສຸມໃສ່ແກ້ໄຂບັນຫາທີ່ຍັງຄົງຄ້າງໃຫ້ສໍາເລັດຕາມແຜນການ, ພ້ອມກັນສຸມທຸກສະຕິປັນຍາ ໃສ່ການພັດທະນາແຂວງຂອງຕົນໃຫ້ມີຄວາມຮຸ່ງເຮືອງ, ສີວິໄລ, ມີຄວາມໜັກແໜ້ນທາງດ້ານການເມືອງ, ກໍາແໜ້ນແນວທາງທິດສະດີຂອງພັກ ພ້ອມພາກັນພັດທະນາ ແລະ ປົກປັກຮັກສາປະເທດຊາດໃຫ້ມີຄວາມຈະເລີນຍິ່ງໆຂຶ້ນໄປ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 76 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 15 |
![]() | ມື້ວານນີ້ | 105 |
![]() | ອາທິດນີ້ | 297 |
![]() | ເດືອນນີ້ | 1207 |
![]() | ທັງໝົດ | 1232766 |