ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 64 ປີ.
ໃນວັນທີ 4 ເມສາ 2019 ທີ່ຜ່ານມາ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈັດພິທີປາຖະ ກະຖາວັນສ້າງຕັ້ງພັກປະຊາ ຊົນປະຕິວັດລາວ ຄົບຮອບ 64 ປີ; ໂດຍການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງ
ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໃຫ້ກຽດປາຖະກະຖາໂດຍ ທ່ານ ສຈ ປອ ກິແກ້ວ ໄຂຄຳພິທູນ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ເຂົ້າຮ່ວມມີບັນດາພະນັກງານທົ່ວກະຊວງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີດັ່ງກ່າວ ທ່ານ ສຈ ປອ ກິແກ້ວ ໄຂຄຳພິທູນ ໄດ້ຫວນຄືນມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ, ການເຄື່ອນໄຫວ ແລະ ການນຳພາຂອງພັກໃນພາລະກິດຕໍ່ສູ້ກູ້ຊາດໂດຍສະເພາະກໍແມ່ນໄລຍະການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດນັບຕັ້ງແຕ່ປີ 1975 ເປັນຕົ້ນມາ; ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ກ້າວເຂົ້າສູ່ໄລຍະໃໝ່ແຫ່ງການປະຕິວັດ, ພັກປະຊາຊົນປະຕິ ວັດລາວໄດ້ກາຍເປັນພັກກຳອຳນາດ, ເປັນແກນນໍາໃນລະບົບການເມືອງຂອງ ລະບອບປະຊາທິປະໄຕ ປະຊາຊົນ, ນໍາພາປະຊາຊົນບັນດາເຜົ່າປະຕິບັດສອງໜ້າທີ່ຍຸດທະສາດ: ປົກປັກຮັກສາປະເທດຊາດ ແລະ ກໍ່ສ້າງລະບອບປະຊາທິປະໄຕປະຊາຊົນ ຕາມຈຸດໝາຍສັງຄົມນິຍົມ.
ຈຸດປະສົງການປາຖະກະຖາຄັ້ງນີ້ກໍເພື່ອ ຍົກໃຫ້ເຫັນທາດແທ້ທາງດ້ານແນວຄິດຂອງພັກ, ປະ ຫວັດການຕໍ່ສູ້ຂອງພັກ ໃນແຕ່ລະໄລຍະຈົນມາຮອດໄລຍະສ້າງສາພັດທະນາໃນຍຸກປັດຈຸບັນນີ້. ເພື່ອເຮັດໃຫ້ບັນດາສະມາຊິກພັກ, ພະນັກ ງານລັດຖະກອນໄດ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ມູນເຊື້ອອັນປີຊາສາ ມາດ, ອັນສະຫຼາດສ່ອງໃສ ແລະ ຜົນງານອັນໃຫຍ່ຫຼວງຂອງພັກ ແນ່ໃສ່ໃຫ້ພະນັກງານລັດຖະກອນເປັນເຈົ້າການໃນການເສີມຂະຫຍາຍມູນເຊື້ອອັນສະງ່າງາມຂອງພັກເຂົ້າໃສ່ການຈັດຕັ້ງປະຕິບັດມະຕິ 7 ສະ ໄໝທີ X ໃຫ້ປະກົດຜົນເປັນຈິງ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 95 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 86 |
![]() | ມື້ວານນີ້ | 106 |
![]() | ອາທິດນີ້ | 474 |
![]() | ເດືອນນີ້ | 1384 |
![]() | ທັງໝົດ | 1232943 |