ເລຂາທິການໃຫຍ່ ປະທານປະເທດແຫ່ງ ສສ ຫວຽດນາມ ສະຫາຍ ຫງຽນຟູຈ໋ອງ (Nguyen Phu Trong) ພ້ອມດ້ວຍ ຄະນະຜູ້ແທນຂັ້ນສູງພັກ-ລັດ ສສ ຫວຽດນາມໄດ້ເດີນທາງມາຢ້ຽມຢາມ ສປປ ລາວ
ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງພັກ-ລັດ ສສ ຫວຽດນາມ
ໄດ້ເດີນທາງມາຢ້ຽມສັນຖະ ວະໄມຕີ ສປປ ລາວ ຢ່າງເປັນທາງການໃນວັນທີ 24-25 ກຸມພາ 2019 ທີ່ຜ່ານມາ.
ສປປ ລາວເປັນປະເທດທຳອິດທີ່ປະທານປະເທດແຫ່ງ ສສ ຫວຽດນາມເລືອກຢ້ຽມຢາມຄັ້ງທຳອິດໃນຖານະປະທານປະເທດສສ ຫວຽດນາມຖືເປັນຍຸດທະສາດທີ່ສຳຄັນ ແລະ ສະແດງເຖີງເຫດການທາງດ້ານການເມືອງທີ່ສໍາຄັນທີ່ສຸດໃນສາຍພົວພັນລະຫວ່າງສອງປະເທດລາວ-ຫວຽດນາມ.
ໃນການຢ້ຽມຢາມສັນຖະວະໄມຕີ ສປປ ລາວຢ່າງເປັນທາງການຂອງ ສະຫາຍ ຫງຽນຟູຈ໋ອງ (Nguyen Phu Trong) ເລຂາທິການໃຫຍ່, ປະທານປະເທດແຫ່ງ ສສ ຫວຽດນາມພ້ອມດ້ວຍ ຄະນະຜູ້ແທນຂັ້ນສູງໃນຄັ້ງນີ້ ແມ່ນເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ນຳເອົາການພົວພັນພິເສດລາວ-ຫວຽດນາມກ້າວສູ່ຈຸດສູງອັນໃໝ່.
ການຢ້ຽມຢາມຢ່າງເປັນທາງການຂອງ ປະທານປະເທດ ສສ ຫວຽດນາມ ແມ່ນເປັນໂອກາດດີທີ່ເຮັດໃຫ້ຜູ້ນໍາຂອງສອງປະເທດໄດ້ແລກປ່ຽນແນວຄວາມຄິດ ຄວາມເຫັນທາງດ້ານການເມືອງ,ການທູດ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທໍາ, ການສຶກສາ, ວິທະຍາສາດເຕັກໂນໂລຢີ ແລະ ການຮ່ວມມືລະຫວ່າງກະຊວງ, ທ້ອງຖິ່ນຂອງສອງປະເທດໃຫ້ແໜ້ນແຟ້ນຍິ່ງໆຂື້ນ ເພື່ອປັບປຸງຄຸນນະພາບ ແລະ ປະສິດທິພາບຂອງການຮ່ວມມືຂອງ ສສ ຫວຽດນາມ ແລະ ສປປ ລາວ ໃນໄລຍະໃຫມ່.
ການຢ້ຽມຢາມດັ່ງກ່າວ ຈະສ້າງແຮງຂັບເຄື່ອນເພື່ອສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ການພັວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສສ ຫວຽດນາມ ແລະ ສປປ ລາວເຂົ້າໃນການພັດທະນາໃຫມ່ຂອງແຕ່ລະປະເທດ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນແຕ່ລະຂົງເຂດ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 182 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 48 |
![]() | ມື້ວານນີ້ | 106 |
![]() | ອາທິດນີ້ | 542 |
![]() | ເດືອນນີ້ | 1452 |
![]() | ທັງໝົດ | 1233011 |