ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງ ອຸດົມໄຊ ຈັດຝຶກອົບຮົມຄວາມຮູ້ພື້ນຖານດ້ານທິດສະດີ, ແນວທາງ ແລະ ວຽກງານໂຄສະນາອົບຮົມ 7 ແຂວງພາກເໜືອ ປະຈຳປີ 2018.
ໃນວັນທີ 12-17 ເດືອນ ພະຈິກ 2018 ຜ່ານມາ. ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົມທົບກັບຄະນະໂຄສະນາອົບຮົມແຂວງ ອຸດົມໄຊຈັດຝຶກອົບຮົມຄວາມຮູ້ພື້ນຖານດ້ານທິດ
ສະດີ,ແນວທາງ ແລະ ວຽກງານໂຄສະນາອົບຮົມ ຂຶ້ນທີ່ ສະໂມສອນແຂວງອຸດົມໄຊ. ໂດຍການເປັນປະທານຂອງ ທ່ານ ສີປະ ເສີດ ແສນສະຫວັດ ຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ນາງ ຈັນສະໝອນ ທິບພະຫົງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະ ນາອົບຮົມແຂວງອຸດົມໄຊ, ເຂົ້າຮ່ວມມີ: ບັນດານັກຝຶກອົບຮົມ ທີ່ມາຈາກນະຄອນຫຼວງວຽງຈັນ ແລະ 7 ແຂວງພາກເໜືອ ເຂົ້າຮ່ວມທັງໝົດ 66 ສະຫາຍ, ຍິງ 29 ສະຫາຍ.
ຊຸດຝຶກອົບຮົມໄດ້ນຳໃຊ້ເອກະສານປະກອບດ້ວຍ IV ພາກລວມ 14 ບົດ.
ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ແມ່ນເພື່ອເປັນການຍົກລະດັບຄວາມຮູ້-ຄວາມເຂົ້າໃຈກ່ຽວກັບທິດສະດີມາກ-ເລນິນ; ແນວທາງນະໂຍບາຍຂອງພັກ-ລັດ, ລະບຽບກົດໝາຍຂອງລັດ. ຍົກລະດັບວຽກງານວິຊາສະເພາະຂອງສະມາຊິກພັກ, ພະນັກງານ ໄດ້ໃນລະດັບທີ່ແນ່ນອນ ເພື່ອເຮັດໃຫ້ວຽກງານໂຄສະນາອົບຮົມມີການຫັນປ່ຽນຢ່າງຕັ້ງໜ້າ ພ້ອມທັງເປັນການສ້າງບາດກ້າວບຸກທະລຸໃນຂົງເຂດວຽກງານໂຄສະນາອົບຮົມເປັນຕົ້ນແມ່ນການປະຕິບັດໜ້າທີ່ການເມືອງຂອງພະນັກງານໂຄສະນາອົບຮົມ ໃນການຈັດຕັ້ງປະຕິບັດ ແລະ ການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ ກໍຄືການເຄື່ອນໄຫວວຽກງານໂຄສະນາອົບຮົມມີປະສິດທິຜົນສູງຂຶ້ນກວ່າເກົ່າ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 67 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 1250 |
![]() | ມື້ວານນີ້ | 1613 |
![]() | ອາທິດນີ້ | 2385 |
![]() | ເດືອນນີ້ | 29076 |
![]() | ທັງໝົດ | 1050020 |