ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມງານວາງສະແດງຮູບພາບສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊຖານທີ່ໝັ້ນຂອງການປະຕິວັດລາວ.
ໃນວັນທີ 26 ພະຈິກ 2018 ຜ່ານມາ. ທີ່ຫໍພິພິທະພັນໄກສອນ ພົມວິຫານ ໄດ້ຈັດງານວາງສະແດງຮູບພາບສະເຫຼີມສະຫຼອງວັນ
ສ້າງຕັ້ງເມືອງວຽງໄຊຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ ຂຶ້ນ.
ໂດຍການເປັນປະທານຂອງ ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ ຜູ້ປະຈໍາການຄະນະຮັບຜິດຊອບການກະ ກຽມງານວາງສະແດງຮູບພາບສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊຖານທີ່ໝັ້ນຂອງການປະຕິວັດລາວ, ໃຫ້ກຽດເຂົ້າຮ່ວມ ແລະ ຕັດແຖບຜ້າໂດຍ ທ່ານ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນ ກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ຫົວໜ້າຄະນະຮັບຜິດຊອບລະດັບຊາດ ງານສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊຖານທີ່ໝັ້ນຂອງການປະຕິ ວັດລາວ ຄົບ ຮອບ 50 ປີ. ເຂົ້າຮ່ວມມີ: ບັນດາການນໍາ, ອະດີດການນໍາພັກ-ລັດ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ໃນພິທີ ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ໄດ້ໃຫ້ກຽດຂຶ້ນກ່າວຈຸດປະສົງຕົ້ນຕໍໃນການວາງສະ ແດງຄັ້ງນີ້ ເພື່ອເຮັດໃຫ້ບັນຍາກາດການສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊຖານທີ່ໝັ້ນຂອງການປະຕິວັດ ຄົບຮອບ 50 ປີ ມີຄວາມຟົດຟຶ້ນ ແລະ ມີເນື້້ອໃນຄວາມໝາຍອັນອຸດົມສົມບູນ ແລະ ເພື່ອພ້ອມກັນຫວນຄືນມູນເຊື້ອ, ຄວາມປີຊາສາມາດ ຄວາມສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ ໃນການນໍາພາການປະຕິວັດ ພ້ອມທັງເປັນການລະນຶກຈົດຈໍາລໍ້າລຶກໄຊຊະນະອັນຍິ່ງໃຫຍ່ຂອງກອງທັບ ແລະ ປະຊາຊົນບັນດາເຜົ່າກໍຄືຜົນງານອັນລໍ້າເລີດຂອງຄົນຮຸ່ນກ່ອນ ໂດຍສະ ເພາະແມ່ນ ປະ ທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ແລະ ບັນດາການນໍາທ່ານອື່ນໆ; ທີ່ໄດ້ນໍາພາພາລະ ກິດຕໍ່ສູ້ປົດປ່ອຍຊາດຍາດເອົາອໍານາດ ອະທິປະໄຕ ສ້າງຕັ້ງເມືອງວຽງໄຊ ເປັນຖານທີ່ໝັ້ນທີ່ແຂງແກ່ນ ເພື່ອເຮັດສໍາເລັດການປະຕິວັດຊາດ ປະຊາທິປະໄຕ ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ຂຶ້ນຢ່າງເປັນທາງການ ໃນວັນທີ 2 ທັນວາ 1975 ນໍາພາປະເທດຊາດກ້າວຂຶ້ນສູ່ສັງກາດໃໝ່ແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດສູ່ຈຸດໝາຍສັງຄົມນິຍົມ, ພ້ອມນັ້ນຍັງເປັນການສຶກສາອົບຮົມພະນັກງານສະມາຊິກພັກ, ນັກຮົບຕະຫຼອດຮອດປະຊາຊົນບັນດາເຜົ່າໂດຍສະເພາະຄົນຮຸ່ນໜຸ່ມ ໄດ້ເຂົ້າໃຈຢ່າງຈະແຈ້ງ ແລະ ເລິກເຊິ່ງເຖິງເສັ້ນທາງກ້າວເດີນທີ່ຍືດເຍື້ອຍາວນານ, ອັນລະອິດອ້ຽວຂອງການປະຕິວັດລາວ, ມູນເຊື້ອຕໍ່ສູ້ມີໄຊການນໍາພາອັນສະຫຼາດສ່ອງໃສຂອງພັກ, ຮໍ່າຮຽນເອົາແບບ ຢ່າງອັນໃສແຈ້ງແຫ່ງຄຸນສົມບັດສິນທໍາປະຕິວັດອັນສູງສົ່ງຂອງບັນດາທ່ານຜູ້ນໍາພັກ-ລັດ, ຈາກນັ້ນເພື່ອຍົກສູງຄວາມເຊື່ອໝັ້ນ ຄວາມຕັດສິນໃຈເດັດດ່ຽວປົກປັກຮັກສາໝາກຜົນ ຂອງການປະຕິ ວັດສ້າງສາພັດທະນາປະເທດຊາດກ້າວຂຶ້ນຕາມຈຸດໝາຍສູ່ອຸດົມການຂອງພັກ ແລະ ປະຊາຊົນລາວ. ພ້ອມນັ້ນ ທ່ານ ຍັງໄດ້ເໜັ້ນໜັກວ່າ: ການວາງສະແດງຄັ້ງນີ້ຈະເປັນສ່ວນປະກອບອັນສໍາຄັນເຂົ້າໃນການຍູ້ແຮງຂະບວນການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ ໂດຍສະເພາະແມ່ນມະ ຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກໃຫ້ປະກົດຜົນເປັນຈິງ, ຮຽກຮ້ອງໃຫ້ບັນດາສະຫາຍຄະນະພັກ, ຄະນະນໍາ ຈາກພາກສ່ວນຕ່າງໆຂອງສູນກາງລົງສູ່ທ້ອງຖິ່ນຈົ່ງສ້າງເງື່ອນໄຂອໍານວຍຄວາມສະດວກ ເພື່ອເຮັດໃຫ້ສະມາ ຊິກພັກ, ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າໃນຄວາມຮັບຜິດຊອບຂອງຕົນ ໄດ້ມີໂອກາດກຽມການຊົມການວາງສະແດງຮູບພາບ ແລະ ເອກະສານໃນຄັ້ງນີ້ຢ່າງກວ້າງຂວາງ ແລະ ເຊື່ອມຊຶມ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 100 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 1179 |
![]() | ມື້ວານນີ້ | 1613 |
![]() | ອາທິດນີ້ | 2314 |
![]() | ເດືອນນີ້ | 29005 |
![]() | ທັງໝົດ | 1049949 |