ຄອສພ ຈັດຕັ້ງປາຖະກະຖາລະນຶກວັນເກີດຂອງ ທ່ານ ປະທານ ສຸພາ ນຸວົງ ຄົບຮອບ 105 ປີ (13.7.1909 – 13.7.2014)
ເນື່ອງໃນໂອກາດຄ້າຍວັນເກີດຂອງ ທ່ານ ປະທານ ສຸພານຸວົງ ຄົບຮອບ 105 ປີ ໃນວັນທີ 10 ກໍລະກົດ 2014 ທີສະໂມສອນ ຄອສພ ໄດ້ຈັດຕັ້ງລະນຶກວັນເກີດຂອງ ທ່ານ ປະທານ ສຸພານຸວົງ ປາຖະກະຖາ ໂດຍໃຫ້ກຽດປາຖະກະຖາໂດຍ ທ່ານ ບົວສີ ຈະເລີນສຸກ ພະນັກງານປະຕິວັດອາວຸໂສ ບຳນານ, ອະດີດຫົວໜ້າອຳນວຍການ ຫໍພິພິທະພັນໄກສອນ ພົມວິຫານ, ໂດຍການເຂົ້າຮ່ວມຂອງທ່ານ ສີສຸກ ພິລະວົງ ຜູ່ຮັກສາການເລຂາຄະນະພັກ,
ຮັກສາການຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ມີບັນດາເລຂາ, ຮອງເລຂາ, ຄະນະພັກ, ຫົວໜ້າຫ້ອງການ, ພະນັກງານ ຫຼັກແຫຼ່ງທີ່ເຮັດວຽກງານ ການເມືອງ-ແນວຄິດ ຂອງບັນດາກະຊວງ-ອົງການ, ຄະນະ ໂຄສະນາອົບຮົມນະຄອນຫຼວງ, ແຂວງວຽງຈັນ, ແຂວງບໍລິຄຳໄຊ ແລະ ແຂວງຄຳມ່ວນພ້ອມດ້ວຍສື່ມວນ ຊົນເຂົ້າຮ່ວມ ຮັບຟັງ.
ໃນການປາຖະກະຖາ ທ່ານ ບົວສີ ຈະເລີນສຸກ ໄດ້ຍົກໃຫ້ເຫັນວ່າ: ທ່ານ ປະທານ ສຸພານຸວົງ ແມ່ນນັກຮົບຮັກຊາດຜູ້ທໍາອິດ ທີ່ໄດ້ເອົາຊີວິດຕິດພັນກັບການປະຕິວັດຕະຫຼອດມາ. ບໍ່ວ່າໃນຖານະຕໍາ ແໜ່ງໃດ ເພິ່ນກໍ່ໄດ້ອຸທິດ ໝົດຈິດ, ໝົດໃຈ, ໝົດ ຄ ວາມສາມາດ ແລະ ຫົວຄິດປະດິດສ້າງເພື່ອພາລະກິດປະຕິວັດ, ເພື່ອຊາດ ແລະ ເພື່ອປະຊາຊົນຢ່າງບໍ່ລິສຸດ. ແບບຢ່າງ ແລະ ຄຸນງາມຄວາມດີຂອງ ທ່ານ ປະທານ ສຸພານຸວົງ ໄດ້ກາຍເປັນແວ່ນແຍງທີ່ໄສສະອາດ ທັງເປັນບົດຮຽນອັນລໍາຄ່າ ໄວ້ໃຫ້ ຄົນລາວ ລຸ້ນສືບທອດໄດ້ຮໍ່າຮຽນເອົາຢ່າງບໍ່ມີວັນລືມ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 62 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 1244 |
![]() | ມື້ວານນີ້ | 1613 |
![]() | ອາທິດນີ້ | 2379 |
![]() | ເດືອນນີ້ | 29070 |
![]() | ທັງໝົດ | 1050014 |