ປະຕິບັດຕາມພາລະບົດບາດໜ້າທີ່ ໃນການໂຄສະນາເຜີຍແຜ່ ແລະ ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ໃນວັນທີ 28-02 ພະຈິກ 2018 ພະແນກໂຄສະນາຜ່ານສື ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ລົງເຄື່ອນໄຫວເກັບກໍາຂໍ້ມູນວຽກດີຄົນເດັ່ນ ຢູ່ແຂວງຫຼວງພະບາງ ຈຸດປະສົງໃນຄັ້ງນີ້..
ເພື່ອລົງເກັບກໍາຂໍ້ມູນກ່ຽວກັບບັນດາຄອບຄົວຕົວແບບດ້ານຕ່າງໆ ທີ່ຕິດພັນກັບການຜະລິດເປັນສິນຄ້າ ແກ້ໄຂຄວາມທຸກຍາກຂອງປະຊາຊົນທີ່ເປັນປັດໃຈໃໝ່, ບຸກຄົນແບບຢ່າງໃນການພັດທະນາເສດຖະກິດຄອບຄົວ ແລະ ບັນດາການເຄື່ອນໄຫວວຽກງານຂະແໜງການຂອງເມືອງ, ຂອງແຂວງ ກົມໂຄສະນາ ຈະໄດ້ນໍາເອົາຂໍ້ມູນຕົວແບບດັ່ງກ່າວ ສະໜອງໃຫ້ແກ່ໜັງສືພິມ ແລະ ວິທະຍຸ, ເພື່ອເປັນການໂຄສະນາ ເຜີຍແຜ່ຂໍ້ມູນຂ່າວສານດັ່ງກ່າວໃຫ້ສັງຄົມ ໄດ້ຮັບຮູ້ຢ່າງເລິກກວ້າງຂວາງ.
ການລົງເກັບກໍາຂໍ້ມູນໃນຄັ້ງນີ້ ໄດ້ປະສານສົມທົບກັບ ຄະນະໂຄສະນາອົບຮົມແຂວງ ແລະ ຫ້ອງການໂຄສະນາອົບຮົມເມືອງ 3 ເມືອງຄື: ເມືອງປາກອູ, ເມືອງຈອມເພັດ ແລະ ນະຄອນຫຼວງພະບາງ ລົງເຄື່ອນໄຫວເກັບກໍາຂໍ້ມູນຄອບຄົວຕົວແບບໄດ້ທັງໝົດ 8 ບ້ານ, ມີ 11 ຕົວແບບ ໃນການສ້າງເສດຖະກິດຄອບຄົວດ້ວຍການເຮັດກະສິກໍາປູກຝັງ-ລ້ຽງສັດ, ຫັດຖະກໍາ, ປັ້ນໝໍ້ຫຼໍໄຫ , ການບໍລິການ ແລະ ການເຮັດທຸລະກິດ ຂາຍເປັນສິນຄ້າ ເພື່ອນໍາມາໂຄສະນາປຸກລະດົມ ພະນັກງານສະມາຊິກພັກ ແລະ ປະຊາຊົນ ໄດ້ຮັບຮູ້ ແລະ ມີການຫັນປ່ຽນ ການທໍາມາຫາກິນແບບຄອງເດີິມ ຫັນມາຜະລິດເປັນສິນຄ້າ ນັບມື້ນັບເພີ່ມຂຶ້ນເລື້ອຍໆ ແລະ ທັງບົດຮຽນແບບຢ່າງໃຫ້ແກ່ຜູ້ອື່ນອີກ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 47 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 1112 |
![]() | ມື້ວານນີ້ | 1679 |
![]() | ອາທິດນີ້ | 634 |
![]() | ເດືອນນີ້ | 27325 |
![]() | ທັງໝົດ | 1048269 |