ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບ
ກະຊວງໂຍທາທິການ ແລະ ຂົນສົ່ງ ເປີດຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ
ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົບທົບກັບກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ເປີດຊຸດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ອ້ອມຂ້າງກະຊວງໂຍທາທິການ ແລະ ຂົນສົ່ງ; ຢູ່ທີ່ສະຖາບັນຝຶກອົບຮົມໂຍທາທິການ ແລະ ຂົນສົ່ງ ໂດຍໃຫ້ກຽດເປັນປະທານກ່າວເປີດຂອ
ງທ່ານ ສີລິພອນ ອິນທິລາດ ຫົວໜ້າສະຖາບັນຝຶກອົບຮົມໂຍທາທິການ ແລະ ຂົນສົ່ງ, ເຂົ້າຮ່ວມມີ ທ່ານນາງ ພວງມາລີ ອັກຄະມົນຕີ ຮອງຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະຮັບຜິດຊອບຊຸດຝຶກອົບຮົມ ທີ່ມາຈາກ ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຖາບັນຝຶກອົບຮົມໂຍທາທິການ ແລະ ຂົນສົ່ງ, ຊຸດຝຶກອົບຮົມຈະໄດ້ດໍາເນີນໄປເປັນເວລາ ເປັນໄລຍະ 10 ວັນ ແຕ່ວັນທີ່ 08-19 ຕຸລາ 2018.
ຊຸດຝຶກອົບຮົມໃນຄັ້ງນີ້ມີສໍາມະນາກອນ ເຂົ້າຮ່ວມທັງໝົດ 30 ສະຫາຍ, ຍິງ 12 ສະຫາຍ ທີ່ມາຈາກຫຼາຍຂະແໜງການຂອງກະຊວງ, ການຝຶກອົບຮົມວຽກງານດັ່ງກ່າວແມ່ນ ໄດ້ຈັດຂຶ້ນທຸກໆປີ ປັດຈຸບັນແມ່ນໄດ້ດຳເນີນມາເປັນຊຸດທີ VII ແລ້ວ. ເອກະສານທີ່ນໍາມາຝຶກອົບຮົມປະກອບມີ 5 ບົດຄື: ບົດທີ 1: ບັນຫາພື້ນຖານຂອງວຽກງານໂຄສະນາ, ບົດທີ 2: ຝຶກຝົນຄວາມສາມາດໃນການຂີດຂຽນເອກະສານ, ບົດທີ 3: ສິລະປະໃນການປາກເວົ້າ, ບົດທີ 4: ໂຄສະນາຜ່ານສື ແລະ ບົດທີ 5: ບັນດານິຕິກໍາ ແລະ ບາງບົດຮຽນໃນການເຄື່ອນໄຫວຽກງານໂຄສະນາ, ຈຸດປະສົງຂອງການຝຶກອົບຮົມ ແມ່ນເພື່ອຍົກລະດັບຄວາມຮູ້ ເພີ່ມຄວາມສາມາດ, ສ້າງຈິດສໍານຶກ ແລະ ວິທີການ, ການຂຶ້ນປາຖະກະຖາຕົວຈິງ, ສ້າງທັກສະໃນການປາກເວົ້າ ແລະ ການຂຽນເອກະສານ ໃຫ້ແກ່ພະນັກງານ-ລັດຖະກອນ ເພື່ອຍົກລະດັບຄວາມຮູ້ຄວາມສາມາດໃນການປະຕິບັດໜ້າທີ່ວຽກງານການເມືອງຂອງຕົນ ແລະ ແນໃສ່ສ້າງບຸກຄະລາກອນຫຼັກແຫຼ່ງໃຫ້ກາຍເປັນນັກໂຄສະນາ-ປາຖະກະຖາ ທີ່ດີເດັ່ນພາຍໃນກະຊວງຂອງຕົນໃນອານາຄົດ.
ໂອກາດນີ້, ທ່ານສີລິພອນ ອິນທິລາດ ກ່າວວ່າ: ການເປີດຊຸດຝຶກອົບຮົມໃນຄັ້ງນີ້ ແມ່ນມີຄວາມສໍາຄັນຫຼາຍ ສໍາລັບພະນັກງານ-ລັດຖະກອນພາຍໃນກະຊວງ ຈະໄດ້ແລກປ່ຽນບົດຮຽນຮ່ວມກັນ ແລະ ຮຽກຮ້ອງໃຫ້ສໍາມະນາກອນ ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ, ເກັບກໍາເອົາບົດຮຽນ ແລະ ປະສົບການນໍາໄປຈັດຕັ້ງປະຕິບັດໃນໜ້າທີ່ວຽກງານຂອງທຸກໆຂະແໜງການຕົນໃຫ້ໄດ້ຮັບຜົນດີ ແລະ ມີປະສິດຕິຜົນສູງ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 47 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 1118 |
![]() | ມື້ວານນີ້ | 1679 |
![]() | ອາທິດນີ້ | 640 |
![]() | ເດືອນນີ້ | 27331 |
![]() | ທັງໝົດ | 1048275 |