ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ປອ ຄໍາໝັ້ນ ຈັນທະລັງສີ ຮອງເລຂາຄະນະພັກ ຮອງຫົວໜ້າຄະ ນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມກອງປະຊຸມສຳມະນາທິດສະດີ ຄັ້ງທີ 7 ລະຫວ່າງພັກປະຊາ ຊົນປະຕິວັດລາວ ແລະ ພັກກອມມູນິດຈີນ.
ໃນວັນທີ 2 ກໍລະກົດ 2018 ຜ່ານມາ. ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ຄະນະເລຂາທິການສູນ ກາງພັກ ເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາວິທະຍາສາດສັງຄົມແຫ່ງຊາດ ພ້ອມດ້ວຍ ທ່ານ ປອ ຄໍາໝັ້ນ ຈັນທະລັງສີ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມສຳມະນາທິດສະດີ ຄັ້ງທີ 7 ລະຫວ່າງພັກປະ ຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ ທີ່ ນະຄອນ ຫຼວງວຽງຈັນ, ໂດຍ ພາຍໃຕ້ຫົວຂໍ້ " ພຶດຕິກຳ ແລະ ບົດ ຮຽນແຫ່ງການດຳເນີນການປ່ຽນແປງໃໝ່ຮອບດ້ານ ມີຫຼັກ ການຢູ່ ສປປ ລາວ ແລະ ການປະຕິຮູບ, ເປີດປະຕູສູ່ໂລກພາຍນອກ ຢູ່ ສປ ຈີນ". ເຂົ້າຮ່ວມມີ: ນຳໂດຍສະຫາຍ ບຸນທອງ ຈິດມະນີ ກຳມະການ ກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ຮອງນາຍົກລັດຖະມົນຕີ; ສະຫາຍ ສອນທະນູ ທຳມະວົງ ກຳມະການສູນກາງພັກ ປະທານສະຖາບັນວິທະຍາສາດສັງຄົມແຫ່ງຊາດ ຮອງປະທານຜູ້ປະຈຳການສະ ພາວິທະຍາສາດສັງຄົມແຫ່ງຊາດ; ສະຫາຍ ທອງສະລິດ ມັງໜໍ່ເມກ ກຳມະການສູນກາງພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງ ຊາດ ຮອງປະທານສະພາວິທະຍາສາດສັງຄົມແຫ່ງຊາດ; ສະຫາຍ ສົມພອນ ສີຈະເລີນ ຮອງຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ ປະຊາຊົນປະຕິ ວັດລາວ, ຄະນະຜູ້ແທນຂັ້ນສູງ ພັກກອມມູນິດຈີນ ນຳໂດຍສະຫາຍ ຮວງ ຄຸນມິງ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນ ເປັນ ຫົວໜ້າຄະນະ; ສະ ຫາຍ ຫວາງ ເວີນທຽນ ເອກອັກຄະລັດ ຖະທູດຈີນ ປະຈຳ ສປປ ລາວ; ສະຫາຍ ຫວາງ ຢາຈູນ ຮອງຫົວ ໜ້າຄະນະພົວພັນຕ່າງ ປະເທດສູນກາງພັກກອມມູນິດຈີນ; ສະຫາຍ ເຊຍ ເວີຍຕົງ ຮອງປະທານກຳມະ ການອາລິ ຍະທຳສູນກາງພັກກອມມູນິດ ຈີນ; ສະຫາຍ ລີ ຈິນຊາວ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມສຳມະນາທິດສະດີ ສອງພັກ ລາວ - ຈີນ ຄັ້ງທີ 7 ໄດ້ຈັດຕັ້ງຂຶ້ນໃນຂະນະທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ - ຈີນ ພວມອອກແຮງແຂ່ງຂັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XIX ຂອງພັກກອມມູນິດຈີນ ແລະ ກອງປະຊຸມໃຫຍ່ຄັ້ງ ທີ X ຂອງພັກປະຊາຊົນ ປະຕິວັດລາວ. ພິເສດກອງປະຊຸມຄັ້ງນີ້ກໍພໍດີກົງກັບການສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນ ທີ່ມີກຽດສະຫງ່າຄົບຮອບ 97 ປີ ແລະ ວັນສ້າງຕັ້ງພັກປະ ຊາຊົນ ປະຕິວັດລາວ ຄົບຮອບ 63 ປີ. ໃນກອງປະຊຸມສຳມະນາຄັ້ງນີ້ໄດ້ຮັບຟັງບົດຄຳເຫັນຈາກ ສະ ຫາຍ ບຸນທອງ ຈິດມະນີ ພາຍໃຕ້ຫົວຂໍ້ "ພັກປະຊາຊົນ ປະຕິວັດລາວ ລິເລີ່ມ ແລະ ນຳພາການປ່ຽນແປງໃໝ່ຮອບດ້ານ ທີ່ມີຫຼັກການຢູ່ ສປປ ລາວ" ແລະ ຮັບຟັງບົດຄຳເຫັນຈາກສະຫາຍ ຮວງ ຄຸນມິງ ພາຍໃຕ້ຫົວຂໍ້ " ການຊອກຄົ້ນດ້ານພຶດຕິກຳ ແລະ ບົດຮຽນສຳຄັນຂອງ ການປະຕິ ຮູບ ແລະ ເປີດປະຕູສູ່ ພາຍນອກຂອງປະເທດຈີນ", ກອງປະຊຸມຍັງໄດ້ສືບຕໍ່ວາລະສຳມະນາທີ່ກອງປະຊຸມໄດ້ຮັບຟັງບົດສະເໜີຫົວຂໍ້ຕ່າງໆ ຂອງຄະນະຜູ້ແທນລາວ ແລະ ຈີນ ທີ່ປິ່ນອ້ອມຫົວຂໍ້ຫັຼກຂອງ ກອງປະຊຸມລວມທັງໝົດ 13 ຫົວຂໍ້.
ຄະນະຜູ້ແທນລາວສະເໜີ 7 ຫົວຂໍ້ຄື:
ຄະນະຜູ້ແທນຈີນສະເໜີ 6 ຫົວຂໍ້ຄື:
ໃນກອງປະຊຸມ ຄະນະຜູ້ແທນສອງຝ່າຍໄດ້ຄົ້ນຄວ້າແລກປ່ຽນຄຳຄິດຄຳເຫັນຮ່ວມກັນຫຼາຍບັນຫາທີ່ສຳ ຄັນຢ່າງກົງໄປກົງມາ, ເປີດອົກເປີດໃຈ ແລະ ພາວະວິໄສ ລົງເລິກບັນຫາທີ່ທັງສອງຝ່າຍມີຄວາມສົນໃຈກ່ຽວກັບການປ່ຽນແປງໃໝ່ ຢູ່ ສປປ ລາວ ແລະ ການປະຕິ ຮູບ ເປີດປະຕູສູ່ໂລກພາຍນອກ ຢູ່ ສປ ຈີນ, ອັນໄດ້ເປັນການປະກອບສ່ວນກ່ຽວກັບດ້ານສະຕິປັນຍາ, ທິດສະດີວິທະຍາສາດ ແລະ ພຶດ ຕິກຳແຫ່ງການນຳພາຂອງພັກປະເທດທັງສອງ, ເຮັດໃຫ້ກອງປະຊຸມຄັ້ງນີ້ກາຍເປັນເວທີແລກປ່ຽນບົດຮຽນທີ່ສຳຄັນ, ເພີ່ມຄວາມເຂົ້າ ອົກເຂົົ້າໃຈ ແລະ ເພີ່ມທະວີໄມຕີຈິດມິດຕະພາບທີ່ເປັນມູນເຊື້ອຮ່ວມຊາຕາກຳສັງຄົມນິຍົມ ລະຫວ່າງສອງພັກລາວ - ຈີນ. ບັນດາບົດ ຮຽນທາງດ້ານທິດສະດີ ແລະ ພຶດຕິກຳແຫ່ງການຈັດຕັັ້ງປະຕິບັດແນວທາງປ່ຽນແປງໃໝ່ ແລະ ແນວທາງການປະຕິຮູບ ແລະ ເປີດປະຕູສູ່ໂລກພາຍນອກທີ່ຍົກຂຶ້ນມາແລກປ່ຽນຊຶ່ງກັນ ແລະ ກັນໃນກອງປະຊຸມສຳມະນາທິດສະດີ ຂອງພັກໃນຄັ້ງນີ້ຈະເປັນການປະ ກອບສ່ວນສຳຄັນເຂົ້າໃນການຍົກສູງປະສິດທິຜົນການ ເຄື່ອນໄຫວນຳພາຂອງແຕ່ລະພັກ, ຕໍ່ການປົກປັກຮັກສາ ແລະ ສ້າງສາລະບອບສັງຄົມນິຍົມຢູ່ ສປປ ລາວ ແລະ ສປ ຈີນ ມີຜົນສຳເລັດໃໝ່ຍິ່ງໃຫຍ່ກ່ວາເກົ່າ. ການສຳມະນາໃນຄັ້ງນີ້ ຍັງເປັນການຊ່ວຍໃຫ້ຄະນະຜູ້ ແທນຂອງລາວ ແລະ ຈີນ ໄດ້ ເພີ່ມທະວີຄວາມເຂົ້າໃຈ, ແລກປ່ຽນຂໍ້ມູນຂ່າວສານ, ທັດສະນະ, ວິ ທີຄົ້ນຄວ້າສະຫຼຸຸບສັງລວມກ່ຽວກັບທິດສະດີ ແລະ ພຶດຕິກຳກໍຄືບົດຮຽນການສ້າງສາລະບອບສັງຄົມນິຍົມໃນຍຸກໂລກາພິວັດ ແລະ ເຊື່ອມໂຍງສາກົນ, ປະກອບສ່ວນເຮັດໃຫ້ຄັງສາງທິດສະດີຂອງພັກປະເທດທັງສອງ ລາວ - ຈີນ ເພີ່ມສີສັນ ແລະ ມີຊີວິດຊີວາຂຶ້ນຕື່ມ ໃນຂະບວນວິວັດແຫ່ງການນຳພາປັບ ປຸງກໍ່ສ້າງພັກໃນເງື່ອນ ໄຂເປັນພັກດຽວກຳອຳນາດ; ສ້າງໄດ້ພື້ນຖານອັນສຳຄັນເພື່ອໃຫ້ພັກ ປະເທດທັງສອງ ລາວ - ຈີນ ສືບຕໍ່ຮ່ວມມືກັນໃນທຸກດ້ານໃຫ້ແໜ້ນແຟ້ນກ່ວາເກົ່າໃນຂະບວນວິວັດນຳພາພາລະກິດພັດທະນາປະເທດຊາດສັງຄົມນິຍົມ ໃນເງື່ອນໄຂໃໝ່ໃຫ້ໄດ້ຮັບໄຊຊະນະໃໝ່ຍິ່ງໃຫຍ່ເປັນກ້າວໆ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 49 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 1053 |
![]() | ມື້ວານນີ້ | 1679 |
![]() | ອາທິດນີ້ | 575 |
![]() | ເດືອນນີ້ | 27266 |
![]() | ທັງໝົດ | 1048210 |