ທ່ານ ປອ. ຄໍາໝັ້ນ ຈັນທະລັງສີ ຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນຄະນະໂຄສະນາສືກສາ ແຂວງຮ່າຕີ້ງ ສ.ສ. ຫວຽດນາມ.
ໃນວັນທີ 6 ທັນວາ 2018 ຜ່ານມາ. ທີ່ ຫ້ອງຮັບແຂກ (ຊັ້ນ5) ທ່ານ ປອ. ຄໍາໝັ້ນ ຈັນທະລັງສີ ຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມ
ຂໍ່ານັບຂອງ ສະ ຫາຍ ຮວ່າງຈຸງຢຸ້ງ ຄະນະປະຈໍາພັກແຂວງ,ຫົວໜ້າຄະນະໂຄສະນາສືກສາ ແຂວງຮ່າຕີ້ງສ.ສ. ຫວຽດ ນາມ ພ້ອມດ້ວຍຄະນະ ເນື່ອງໃນໂອກາດມາຢ້ຽມຍາມ ແລະ ເຮັດວຽກນໍາຄະນະໂຄສະນາອົບຮົມ ແຂວງບໍລິຄໍາໄຊ ເຂົ້າຮ່ວມມີ: ບັນດາຫົວໜ້າກົມ, ຮອງກົມ ພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ.
ໃນໂອກາດດັ່ງກ່າວ ທ່ານ ປອ. ຄໍາໝັ້ນ ຈັນທະລັງສີ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ຕໍ່ການມາຢ້ຽມຢາມ ແລະ ເຮັດວຽກນໍາຄະນະໂຄສະນາອົບຮົມ ແຂວງບໍລິຄໍາໄຊ, ໂດຍສະເພາະການພົບ ປະກັບຄະນະໂຄສະນາອົບຮົມສູນກາງພັກ ຄັ້ງນີ້; ຊຶ່ງສະແດງໃຫ້ເຫັນເຖິງການພົວພັນຮ່ວມມືຮອບດ້ານ ແລະ ຄວາມສາມາຄີພິເສດລະຫວ່າງ 2 ພັກ 2 ລັດ ແລະ ປະຊາຊົນ 2 ຊາດ ທີ່ມີມາແຕ່ດົນນານ ແລະ ທັງເປັນການຮັດແໜ້ນຄວາມສາມັກຄີ, ການຊ່ວຍ ເຫຼືອເຊິ່ງກັນ ແລະ ກັນ, ມີຜົນປະໂຫຍດສູງ ສຸດຕໍ່ປະເທດຊາດ, ຕໍ່ປະຊາຊົນ 2 ຊາດ ໃນໄລຍະກ່ອນການປົດປ່ອຍ ແລະ ຫຼັງປົດປ່ອຍ; ສໍາລັບ 2 ຄະ ນະໂຄສະນາສູນກາງພັກ ຂອງພວກເຮົາກໍໄດ້ມີການພົວພັນກັນຢ່າງຕໍ່ເນື່ອງ ສະແດງອອກໃຫ້ເຫັນໃນການພົບປະແລກປ່ຽນບົດຮຽນ, ໄປມາຫາສູ່ກັນ ແລະ ການພົວພັນຮ່ວມມືຮອດປີ 2021 ມີຢູ່ຫຼາຍເນື້ອໃນລວມທັງແລກປ່ຽນຂໍ້ມູນຂ່າວສານ, ເອກະສານສໍາຄັນຕ່າງໆ, ຝືກອົບຮົມວິຊາສະເພາະ ແລະ ຊຸກຍູ້ວັດຖຸອຸປະ ກອນທີ່ຈໍາເປັນເຊິ່ງກັນ ແລະ ກັນຕະຫຼອດມາ. ພ້ອມນັ້ນ ທ່ານຍັງໄດ້ເນັ້ນໜັກວ່າ ຄະນະໂຄສະນາອົບຮົມສູນກາງພັກ ຈະສ້າງທຸກເງື່ອນໄຂອໍານວຍຄວາມສະດວກໃຫ້ບັນດາໂຄສະນາຂັ້ນທ້ອງ ຖິ່ນ ໃນແລກປ່ຽນບົດຮຽນກັນຢ່າງເປັນປົກກະ ຕິ, ຄະນະໂຄສະນາອົບຮົມແຂວງ ຕ້ອງເປັນເຈົ້າ ການຈັດຕັ້ງປະຕິບັດຕາມແນວທາງຂອງພັກ-ລັດ ໃນການພົວພັນຮ່ວມມືໃຫ້ມີບາດກ້າວໃໝ່ຢ່າງບໍ່ຢຸດຢັ້ງ, ນອກນັ້ນ ທ່ານຍັງໄດ້ກ່າວຄໍາອວຍພອນຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງ ສະ ຫາຍ ຮວ່າງຈຸງ ຢຸ້ງ ພ້ອມດ້ວຍຄະນະ ຈົ່ງປະສົບຜົນສໍາເລັດຢ່າງຈົບງາມ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 95 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 1177 |
![]() | ມື້ວານນີ້ | 1613 |
![]() | ອາທິດນີ້ | 2312 |
![]() | ເດືອນນີ້ | 29003 |
![]() | ທັງໝົດ | 1049947 |