ຜັກ-ໝາກໄມ້ 7ສີ ດີຕໍ່ສຸຂະພາບ
ຜັກ ແລະ ຫມາກໄມ້: ເປັນອາຫານສຸຂະພາບທີ່ມີຄຸນປະໂຫຍດສູງຕໍ່ຮ່າງກາຍ ເພາະນອກຈາກວິຕາມິນຕ່າງໆ
ແລ້ວ ຮ່າງກາຍຍັງຕ້ອງການແຮ່ທາດຕ່າງໆ ເພື່ອບໍາລຸງທຸກສ່ວນພາຍໃນຮ່າງກາຍຂອງຄົນເຮົາ ຄຽງຄູ່ກັນນັ້ນກໍໄດ້ສ້າງພູມຕ້ານ ທານໃຫ້ກັບຮ່າງກາຍ ແລະ ຍັງມີກາກໃຍອາຫານ ເພື່ອຊ່ວຍລະບົບການຍ່ອຍ ແລະ ຂັບຖ່າຍໄດ້ດີອີກດ້ວຍ. ນອກນັ້ນ ຢູ່ໃນຜັກ ແລະ ຫມາກໄມ້ແຕ່ລະຊະນິດ ຍັງມີວິຕາມິນ ແລະ ແຮ່ທາດທີ່ແຕກຕ່າງກັນໄປ ໂດຍສາມາດແບ່ງແຍກສີສັນອອກເປັນ 7 ສີ ດັ່ງນີ້:
ສີແດງ: ຜັກ ແລະ ຫມາກໄມ້ທີ່ມີສີສັນແຈດຕາປະເພດ: ຫມາກເລັ່ນ, ຫມາກໂມ, ຫມາກກ້ຽງ(ຫມາກພຸກ) ຊ່ວຍໃນ ການບຳລຸງປອດ ແລະ ຍັງຊ່ວຍປ້ອງກັນພະຍາດມະເຮັງຫົວໃຈ.
ສີສົ້ມ-ສີເຫລືອງ: ໄດ້ແກ່ ຫມາກກ້ຽງ, ຫມາກຫຸ່ງ ເຊິ່ງມີເນກທາຣີນ ທີ່ມີຄຸນປະໂຫຍດໃນການບຳລຸງຫົວໃຈ ແລະ ກະເພາະອາຫານ, ສຳລັບຜູ້ທີ່ມີບັນຫາໃນເລື່ອງການຂັບຖ່າຍ ຫລື ຍື່ງທ້ອງ ຜັກ ແລະ ຫມາກໄມ້ສີເຫລືອງ, ສີສົ້ມນີ້ ສາມາດຊ່ວຍໄດ້ ແລະ ຍັງມີວິຕາມິນຊີ ຊ່ວຍບຳລຸງລະບົບແຊນອີກດ້ວຍ.
ສີແດງ-ມ້ວງ: ລະແຊັງ ສີມ່ວງ, ເບີຣີ, ສະຕໍເບີຣີ, ແອັບເປິ້ນແດງ ຊ່ວຍບຳລຸງການເຮັດວຽກຂອງແຊນສະຫມອງ
ສີເຫລືອງ-ຂຽວ: ໄດ້ແກ່ຜັກຫົມ, ຫມາກອະໂວຄາໂດ, ຜັກກາດ, ສາລີ, ຖົ່ວດິນ ຈະຊ່ວຍບຳລຸງຕັບ ແລະ ຍັງຊ່ວຍໃນການກະຕຸ້ນລະບົບການຟອກຂອງ ສິ່ງເສດເຫລືອຕ່າງໆໃນຮ່າງກາຍ.
ສີຂາວ-ສີຂຽວ: ກະທຽມ, ໃບກະທຽມ, ຫົວຫອມບົ່ວ ຊ່ວຍໃນການເຮັດວຽກຂອງລະບົບຫມູນວຽນຕ່າງໆ ພາຍໃນຮ່າງກາຍ ໂດຍສະເພາະຫົວໃຈ.
ສີສົ້ມ: ສີສັນສົດໃສ ເປັນຕາແຊບໄດ້ແກ່: ກາລົດ, ຫມາກມ່ວງສຸກ, ຫມາກອຶ … ເຫມາະສຳລັບແມ່ຍິງເຮັດໃຫ້ສຸຂະພາບດີ, ມີຜິວພັນນວນນຽນ ຜ່ອງໃສ ແລະ ຍັງຊ່ວຍບຳລຸງສາຍຕາອີກດ້ວຍ.
ສີຂຽວ: ຜັກ, ຫມາກໄມ້ ປະເພດນີ້ ໄດ້ແກ່ ດອກຜັກສີຂຽວ , ກະຫລ່ຳ, ຜັກກວາງຕຸງ, ຜັກບົ້ງ ເຊິ່ງມີວິຕາມິນຫລາຍ ຊ່ວຍໃນການບຳລຸງສາຍຕາໃຫ້ມີສຸຂະພາບດີ ແລະ ເພີ່ມກາກໃຍຊ່ວຍໃນການຂັບຖ່າຍໄດ້ດີ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624
ມີ 35 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 1050 |
![]() | ມື້ວານນີ້ | 1679 |
![]() | ອາທິດນີ້ | 572 |
![]() | ເດືອນນີ້ | 27263 |
![]() | ທັງໝົດ | 1048207 |